ໂຮງໝໍພາກສະໜາມກອງທັບ ສາມາດຮອງຮັບຜູ້ຕິດເຊື້ອພະຍາດໂຄວິດ-19 ໄດ້ເຖີງ 300 ຕຽງ

    ພິທີມອບ-ຮັບໂຮງໝໍພາກສະໜາມ ເພື່ອຮອງຮັບຜູ້ທີ່ຕິດເຊື້ອພະໂຄວິດ-19 ໄດ້ຈັດຂຶ້ນໃນວັນທີ 4 ພຶດສະພາ 2021 ທີ່ສະໜາມຍິງປຶນກອງທັບ (ຫຼັກ 27) ມີ ພົຈວ ວັນທອງ ບຸດຕະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ຄະນະສະເພາະກິດຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ກະຊວງປ້ອງກັນປະເທດ ພ້ອມດ້ວຍ ພົຈວ ບົວສິງ ອິນທະວົງ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ ຄະນະສະເພາະກິດ ຫົວໜ້າກອງເລຂາຄະນະສະເພາະກິດ ກະຊວງປ້ອງກັນປະເທດ ມີຫົວໜ້າກົມເສນາຮັກ ກົມກໍ່ສ້າງຮາກຖານ ຄະນະຮັບຜິດຊອບໂຮງໝໍພາກສະໜາມ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ. 

    ໃນພິທີ ໜ່ວຍງານກໍ່ສ້າງສ້ອມແປງຂອງກົມກໍ່ສ້າງຄຸ້ມຄອງ-ຊັບສິນ ກົມໃຫຍ່ພະລາທິການກອງທັບ ໄດ້ລາຍງານກ່ຽວກັບການກະກຽມສ້າງໂຮງໝໍພາກສະໜາມເພື່ອຮອງຜູ້ຕິດເຊື້ອພະຍາດໂຄວິດ- 19 ວຽກງານກະກຽມສ້າງໂຮງໝໍພາກສະໜາມໄດ້ເລີ່ມຕົ້ນປະຕິບັດແຕ່ວັນທີ 26 ເມສາ 2021 ຈົນມາຮອດວັນທີ 3 ພຶດສະພານີ້ຈຶ່ງສໍາເລັດ ເຊິ່ງໂຮງໝໍພາກສະໜາມ ຫຼັກ 27 ມີຕຽງນອນສໍາລັບຮອງຮັບຜູ້ຕິດເຊື້ອທັງໝົດ 300 ຕຽງ ມີຫ້ອງປະຕິບັດງານຂອງແພດຈໍານວນ 11 ຫ້ອງ ມີຕຽງນອນ 15 ຕຽງ ພາຍໃນອາຄານໄດ້ຕິດຕັ້ງເຄື່ອປັບອາກາດ ຜ້າກັ້ງ ປະຕູແກ້ວ ເພື່ອຂັ້ນຫ້ອງຕາມຫຼັກການວິຊາສະເພາະແພດໝໍ ນອກນັ້ນ ຍັງມີຫ້ອງອົບຂ້າເຊື້ອ-ຊັກລີດ ແລະ ອື່ນໆທີ່ຈໍາເປັນ.

# ຂ່າວ – ພາບ :  ເພັດສະໝອນ

error: Content is protected !!