ໂຮງໝໍພາກສະໜາມຫ້ວຍຫົງ ໃຫ້ບໍລິການປິ່ນປົວຜູ້ຕິດເຊື້ອໂຄວິດ-19 ແລ້ວ

    ສູນກີລາບານເຕະແຫ່ງຊາດ ບ້ານຫ້ວຍຫົງ ເປັນອີກສະຖານທີ່ໜຶ່ງທີ່ມີສິ່ງອໍານວຍຄວາມສະດວກດ້ານຕ່າງໆ ດັ່ງນັ້ນ ລັດຖະບານ ກໍຄືຄະນະສະເພາະກິດ ໄດ້ດຳນົດໃຫ້ສ້າງເປັນໂຮງໝໍພາກສະໜາມ ເພື່ອຮອງຮັບປິ່ນປົວຜູ້ຕິດເຊື້ອໂຄວິດ-19 ທີ່ມີອາການຊັ້ນເບົາບາງ ເຊິ່ງປັດຈຸບັນ ໄດ້ຮັບເອົາຄົນເຈັບເຂົ້າປິ່ນປົວແລ້ວ.

    ທ່ານ ບັນດິດ ຊຸມພົນພັກດີ ຜູ້ຮັບຜິດຊອບໂຮງໝໍພາກສະໜາມ ສູນກີລາເຕະບານແຫ່ງຊາດຫ້ວຍຫົງ ໃຫ້ສໍາພາດວັນທີ 4 ພຶດສະພາ 2021 ວ່າ: ທີມງານແພດ ພ້ອມດ້ວຍກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ພ້ອມກັນປະຕິບັດໜ້າທີ່ຢູ່ສະຖານທີ່ແຫ່ງນີ້ມາໄດ້ເກືອບສອງອາທິດແລ້ວ ເຊິ່ງປະກອບມີ 2 ອາຄານ ໃນນີ້ ໄດ້ແຍກເປັນອາຄານເພດຍິງ ແລະ ເພດຊາຍ ສາມາດຮອງຮັບຄົນເຈັບໄດ້ 135 ຕຽງ ແຕ່ຄວາມເປັນຈິງ ປັດຈຸບັນມີຜູ້ຕິດເຊື້ອໂຄວິດ-19 ເຂົ້າຮັບການປິ່ນປົວ 139 ຄົນ ເນື່ອງຈາກວ່າຫ້ອງມີ 3 ຄົນ ເພາະເພີ່ນຕິດທັງຄອບຄົວ.

    ສະນັ້ນ ເຫັນວ່າໂຮງໝໍພາກສະໜາມດັ່ງກ່າວມີຄົນເຈັບຕິດເຊື້ອໂຄວິດ-19 ນອນປິ່ນປົວເຕັມແລ້ວ ເພື່ອເປັນການຫຼຸດຜ່ອນການແຜ່ເຊື້ອພະຍາດໂຄວິດ-19 ຮຽກຮ້ອງມາບັງທຸກຄົນໃນສັງຄົມ ໃຫ້ພ້ອມກັນປະຕິບັດຄໍາສັ່ງເລກທີ 15/ນຍ ແລະ ແຈ້ງການຕ່າງໆຂອງພາກສ່ວນກ່ຽວຂ້ອງ ກໍຄືຄະນະສະເພາະກິດໂຄວິດ-19 ວາງອອກຢ່າງເຂັ້ມງວດ ເພື່ອໃຫ້ປະເທດເຮົາໄດ້ຮັບໄຊຊະນະກັບພະຍາດນີ້.

# ຂ່າວ – ພາບ :  ຂັນທະລີ ພິມມະສອນ

error: Content is protected !!