ພະອາຈານ ບຸນຍາດ ຄໍາພູ ສືບຕໍ່ຢາຍເຂົ້າສານໃຫ້ຜູ້ໄດ້ຮັບຜົນກະທົບ

    ວັນທີ 4 ພຶດສະພາ 2021 ພະອາຈານ ບຸນຍາດ ຄໍາພູ ປະຈໍາວັດນາກໃຫຍ່ ເມືອງສີສັດຕະນາກ ທັງເປັນທີ່ປຶກສາອົງການພຸດທະສາສະນາສໍາພັນລາວ ໄດ້ສືບຕໍ່ເຄື່ອນໄຫວແຈກຢາຍເຂົ້າສານໃຫ້ກັບພໍ່ແມ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກການລະບາດເຊື້ອພະຍາດໂຄວິດ-19.

    ການມອບເຂົ້າສານຄັ້ງນີ້ ເພື່ອເປັນສ່ວນໜຶ່ງປະກອບສ່ວນຊ່ວຍເຫຼືອພໍ່ແມ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກການລະບາດເຊື້ອພະຍາດໂຄວິດ-19 ເຊິ່ງການແຈກຢາຍເຂົ້າສານ ແມ່ນໄດ້ມີການແຈກຢາຍຢູ່ວັດນາກໃຫຍ່ ເຊິ່ງມີນາຍບ້ານ ແນວໂຮມບ້ານ ສະຫະພັນແມ່ຍິງ ແລະ ແນວໂຮມເມືອງສີສັດຕະນາກ ໄດ້ມາໃຫ້ຄໍາແນະນໍາການຮັກສາໄລຍະຫ່າງ ແລະ ປະຕິບັດຕາມມາດຕະການປ້ອງກັນໂຄວິດ-19 ຕາມລະບຽບການຂອງກະຊວງສາທາລະນະສຸກວາງອອກ.

# ຂ່າວ – ພາບ :  ຂັນທະລີ ພິມມະສອນ

error: Content is protected !!