ຕະຫຼາດໄຮ່ຄໍາ ຕອບສະໜອງເຄື່ອງອຸປະໂພກ-ບໍລິໂພກພຽງພໍຕໍ່ຄວາມຕ້ອງການຂອງສັງຄົມ

    ໃນໄລຍະທີ່ມີການແຜ່ລະບາດເຊື້ອພະຍາດໂຄວິດ-19 ຮອບໃໝ່ນີ້ ຕະຫຼາດຂາຍຍົກ-ຂາຍຍ່ອຍໄຮ່ຄໍາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ເປີດໃຫ້ບໍລິການປົກກະຕິ ແລະ ສິນຄ້າອຸປະໂພກ-ບໍລິໂພກ ສາມາດຕອບສະໜອງພຽງພໍຕໍ່ຄວາມຕ້ອງການຂອງຜູ້ບໍລິໂພກພາຍໃນນະຄອນຫຼວງວຽງຈັນ ພິເສດ ໃນໄລຍະເດືອນເມສາຜ່ານມາ ເຈົ້າຂອງຕະຫຼາດໄດ້ມີນະໂຍບາຍໃຫ້ກັບພໍ່ຄ້າຊາວຂາຍ ໂດຍການຫຼຸດຄ່າເຊົ່າຫ້ອງຂາຍ 50%.

    ທ່ານນາງ ປາດຖະໜາ ສີສະໝຸດ ຫົວໜ້າຫ້ອງການຈັດສັນຕະຫຼາດຂາຍຍົກ-ຂາຍຍ່ອຍໄຮ່ຄໍາ ໃຫ້ສໍາພາດວັນທີ 5 ພຶດສະພາ 2021 ວ່າ: ຕະຫຼາດຂາຍຍົກ-ຂາຍຍ່ອຍໄຮ່ຄໍາ ເປັນຕະຫຼາດຂາຍຍົກ ໂດຍສິນຄ້າທີ່ນໍາມາຈໍາໜ່າຍ ສ່ວນຫຼາຍແມ່ນຜະລິດພາຍໃນນະຄອນຫຼວງວຽງຈັນ ນອກນັ້ນ ຍັງນໍາມາຈາກຕ່າງແຂວງຈໍານວນໜຶ່ງ ເຊິ່ງໄດ້ເປີດໃຫ້ບໍລິການໃນທຸກໆມື້ ເລີ່ມແຕ່ເວລາ 3:00 ຫາ 20:00 ໂມງ ເຊິ່ງໃນໄລຍະມີການລະບາດເຊື້ອພະຍາດໂຄວິດ-19 ຕະຫຼາດດັ່ງກ່າວແມ່ນໄດ້ເປີດໃຫ້ບໍລິການປົກກະຕິ ມີສິນຄ້າຕອບສະໜອງພຽງພໍຕໍ່ຄວາມຄ້ອງການຂອງຜູ້ບໍລິໂພກ ກໍຄືສັງຄົມໃນນະຄອນຫຼວງວຽງຈັນ ພ້ອມນັ້ນ ຍັງໄດ້ປະຕິຄໍາສັ່ງ ຄໍາແນະນໍາ ແລະ ປະຕິບັດມາດຕະການປ້ອງກັນຕາມຂັ້ນເທິງຢ່າງເຂັ້ມງວດ ເຊິ່ງທາງເຂົ້າຕະຫຼາດ ມີຈຸດກວດຄັດຕອງ ເປັນຕົ້ນແມ່ນວັດແທກອຸນຫະພູມ ລ້າງມືດ້ວຍເຫຼົ້າ 90 ຫຼື ເຈວລ້າງມືຂ້າເຊື້ອ ຈາກນັ້ນ ຕາມຈຸດຕ່າງໆໃນຕະຫຼາດ ໄດ້ມີອ່າງລ້າງມື 5 ຈຸດ ນອກນີ້ ຍັງໄດ້ໂຄສະນາກ່ຽວກັບມາດຕະການປ້ອງກັນຕົນເອງຜ່ານໂທລະໂຄ່ງ ເພື່ອໃຫ້ຊາວຄ້າຂາຍ ແລະ ຜູ້ມາໃຊ້ບໍລິການຕະຫຼາດ ມີສະຕິຕື່ນຕົວໃນການປະຕິບັດມາດຕະການຕ່າງໆ ແລະ ນັບແຕ່ມີການລະບາດເຊື້ອພະຍາດໂຄວິດ-19 ແຕ່ເດືອນເມສາເປັນຕົ້ນມາ ເຫັນວ່າຊາວຄ້າຂາຍສ່ວນໜຶ່ງໄດ້ປິດຮ້ານເຊັ່ນ ຮ້ານຂາຍເສື້ອຜ້າ ແລະ ເຄື່ອງສໍາອາງ ສະເລ່ຍປະມານ 40%.

    ສໍາລັບລາຄາສິນຄ້າພາຍໃນຕະຫຼາດດັ່ງກ່າວນີ້ ຍັງຂາຍໃນລາຄາປົກກະຕິຄືກັບກັບໄລຍະທີ່ບໍ່ມີການແຜ່ເຊື້ອລະບາດພະຍາດໂຄວິດ-19 ຊີ້ນໝູປະເພດ 1 ກິໂລ 48 ພັນກີບ ແລະ ຊີ້ນງົວ-ຄວາຍປະເພດ 1 ກິໂລ 85 ພັນກີບ ແລະ ປານິນປະເພດ 1 ກິໂລ 22 ພັນກີບ ໂອກາດນີ້ ໃນໄລຍະທີ່ມີການລະບາດເຊື້ອພະຍາດໂຄວິດ-19 ຮຽກຮ້ອງມາຍັງຊາວຄ້າຂາຍພາຍໃນຕະຫຼາດໄຮ່ຄໍາ ຈົ່ງເພີ່ມທະວີມາດຕະການປ້ອງກັນຕົນເອງຈາກພະຍາດໂຄວິດ-19 ໃສ່ຜ້າອັດປາກ-ອັດດັງ ໝັ່ນລ້າງມືດ້ວຍເຫຼົ້າ 90 ຫຼື ເຈວລ້າງມືຂ້າເຊື້ອ ກ່ອນສົ່ງພັດສະດຸ ໃຫ້ມີການຂ້າເຊື້ອວັດຖຸສິ່ງຂອງດ້ວຍສະເປເຫຼົ້າ 90 ເພື່ອຂ້າເຊື້ອ ແລະ ໃຫ້ປະຕິບັດມາດຕະການອື່ນໆທີ່ຂັ້ນເທິງວາງອອກຢ່າງເຄັ່ງຄັດ.

# ຂ່າວ & ພາບ : ຂັນທະວີ ພິມມະສອນ

error: Content is protected !!