ນະຄອນຫຼວງ ມີ 15 ຄົນຕິດເຊື້ອພະຍາດໂຄວິດ-19 ເປັນຜູ້ສໍາຜັດກັບກໍລະນີ 59

    ອີງຕາມບົດຖະແຫຼງຂ່າວຂອງຄະນະສະເພາະກິດໂຄວິດ-19 ໃຫ້ຮູ້ວັນທີ 6 ພຶດສະພາ 2021 ນີ້ວ່າ: ໃນວັນທີ 5 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 3.596 ຕົວຢ່າງ ຜົນກວດວິເຄາະ ແມ່ນພົບຜູ້ຕິດເຊື້ອໃໝ່ 105 ຄົນ ໃນນັ້ນ ນະຄອນຫຼວງ 15 ຄົນ ຈໍາປາສັກ 12 ຄົນ ບໍ່ແກ້ວ 72 ຄົນ (ຕົ້ນເຜີ້ງ 70 ຄົນ ແລະ ບໍ່ແກ້ວ 2 ຄົນ) ສະຫວັນນະເຂດ 2 ຄົນ ວຽງຈັນ 2 ຄົນ ແລະ ຜົ້ງສາລີອີກ 2 ຄົນ. 

    ປັດຈຸບັນ ມີລາຍງານຜູ້ຕິດເຊື້ອທັງໝົດ 1.177 ຄົນ (ໃໝ່ 105) ບໍ່ມີຜູ້ເສຍຊີວິດ ໃນຈຳນວນຜູ້ຕິດເຊື້ອທັງໝົດ ແມ່ນໄດ້ຮັບການປິ່ນປົວຫາຍດີ 101 ຄົນ ຍັງນອນຕິດຕາມປິ່ນປົວຢູ່ສະຖານທີ່ຄະນະສະເພາະກິດກຳນົດໄວ້ໃນແຕ່ລະແຂວງ ຈຳນວນ 1.076 ຄົນ ເຊັ່ນ: ນະຄອນຫຼວງວຽງຈັນ 600 ຄົນ (ໃໝ່ 15) ມື້ວານອອກໂຮງໝໍ 1 ຄົນ (ມິດຕະພາບ 1 ຄົນ) ເພື່ອສືບຕໍ່ຈຳກັດບໍລິເວນຢູ່ບ້ານ 14 ວັນ ແຂວງຈຳປາສັກ 169 ຄົນ (ໃໝ່ 12) ສຳລັບຄົນເຈັບແຂວງເຊກອງ ແມ່ນນອນປິ່ນປົວຢູ່ແຂວງຈຳປາສັກ ແຂວງບໍ່ແກ້ວ 205 ຄົນ (ໃໝ່ 72) ແຂວງສະຫວັນນະເຂດ 40 ຄົນ (ໃໝ່ 2) ແຂວງຫຼວງພະບາງ 13 ຄົນ ແຂວງວຽງຈັນ 16 ຄົນ (ໃໝ່ 2) ແຂວງສາລະວັນ 7 ຄົນ ແຂວງຫຼວງນ້ຳທາ 6 ຄົນ ແຂວງອຸດົມໄຊ 8 ຄົນ ແຂວງຜົ້ງສາລີ 5 ຄົນ (ໃໝ່ 2) ແຂວງໄຊຍະບູລີ 3 ຄົນ ແຂວງບໍລິຄຳໄຊ 2 ຄົນ (ມື້ວານອອກໂຮງໝໍ 1 ຄົນ ເພື່ອສືບຕໍ່ຈຳກັດບໍລິເວນຢູ່ບ້ານ 14 ວັນ) ແຂວງຄຳມ່ວນ 1 ຄົນ ແຂວງຊຽງຂວາງ 1 ຄົນ ຄົນເຈັບທຸກຄົນແມ່ນມີສຸຂະພາບຮ່າງກາຍ ແລະ ສຸຂະພາບຈິດສົມບຸນ ປົກກະຕິ ແລະ ທຸກຄົນແຂງແຮງດີ. 

    ສຳລັບຄົນເຈັບກໍລະນີໃໝ່ທີ່ພົບຢູ່ນະຄອນຫຼວງວຽງຈັນ ກໍລ້ວນແລ້ວແຕ່ເປັນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອທີ່ກ່ຽວພັນກັບກໍລະນີທີ 59 ເຊັ່ນກັນ ສ່ວນກໍໍລະນີຕິດເຊື້ອໃໝ່ຢູ່ແຂວງຈຳປາສັກ ບໍ່ແກ້ວ ສະຫວັນນະເຂດ ວຽງຈັນ ແລະ ຜົ້ງສາລີ ນັ້ນ ລ້ວນແລ້ວແຕ່ມີປະຫວັດສຳຜັດກັບກໍລະນີຕິດເຊື້ອເກົ່າຢູ່ໃນແຂວງຂອງເຂົ້າເຈົ້າຄືກັນ.

# ຂ່າວ & ພາບ : ເພັດສະໝອນ ເບີກບານດີ

error: Content is protected !!