ບ້ານໜອງສອງຫ້ອງ ປະຕິບັດມາດຕະການປ້ອງກັນໂຄວິດຕາມຄໍາສັ່ງເລກທີ 15/ນຍ ຢ່າງເຂັ້ມງວດ

    ບ້ານໜອງສອງຫ້ອງ ເປັນບ້ານໜຶ່ງທີ່ຂຶ້ນກັບເມືອງໄຊທານີ ນະຄອນຫຼວງວຽງຈັນ ເຖິງວ່າປະຊາຊົນພາຍໃນບ້ານບໍ່ມີຜູ້ຕິດເຊື້ອໂຄວິດ-19 ກໍຕາມ ອໍານາດການປົກຄອງບ້ານກໍໄດ້ເອົາໃຈໃສ່ປະຕິບັດຄໍາສັ່ງເລກທີ 15/ນຍ ແຈ້ງການຂອງນະຄອນຫຼວງວຽງຈັນ ແລະ ແຈ້ງການຂອງເມືອງໄຊທານີ ກໍຄືບັນດາມາດຕະການຕ່າງໆໃນການປ້ອງກັນພະຍາດໂຄວິດ-19 ທີ່ມີການລະບາດໃນຮອບໃໝ່ນີ້ຢ່າງເຂັ້ມງວດ ເນື່ອງຈາກວ່າບ້ານດັ່ງກ່າວເປັນບ້ານທີ່ມີຕະຫຼາດຊຸມຊົນ ສະໜອງເຄື່ອງອຸປະໂພກ ແລະ ບໍລິໂພກໃຫ້ປະຊາຊົນພາຍໃນບ້ານໃກ້ຄຽງໄດ້ຊົມໃຊ້.

     ທ່ານ ກາວລີ ລີໄຊຕູ້ ນາຍບ້ານໜອງສອງຫ້ອງ ໃຫ້ສໍາພາດວັນທີ 6 ພຶດສະພາ 2021 ວ່າ: ພາຍຫຼັງທີ່ມີຄໍາສັ່ງເລກທີ 15/ນຍ ແລະ ມາດຕະການປ້ອງກັນໂຄວິດ-19 ຂອງນະຄອນຫຼວງ ກໍຄືຂອງເມືອງໄຊທານີ ອໍານາດການປົກຄອງບ້ານ ໄດ້ແຕ່ງຕັ້ງໜ່ວຍງານສະເພາະກິດຂັ້ນບ້ານຂຶ້ນ ເພື່ອຕັ້ງຈຸດກວດຄັດຕອງຊອກຫາຜູ້ທີ່ມີຄວາມສ່ຽງຕິດເຊື້ອພະຍາດໂຄວິດ-19 ຢູ່ 2 ຈຸດຄື: ຈຸດທີ 1 ຕັ້ງຢູ່ຊາຍແດນເຊື່ອມຕໍ່ບ້ານໜອງສອງຫ້ອງ ຫາບ້ານໂພນງາມ 2 ສ່ວນຈຸດທີ 2 ຕັ້ງຢູ່ຊາຍແດນບ້ານໜອງສອງຫ້ອງຫາບ້ານນາພອກ ເນື່ອງຈາກວ່າພາຍໃນບ້ານໄດ້ມີຕະຫຼາດຊຸມຊົນສະໜອງອາຫານການກິນ ແລະ ອຸປະກອນເຄື່ອງໃຊ້ຕ່າງໆໃຫ້ແກ່ປະຊາຊົນພາຍໃນບ້ານ ແລະ ບ້ານອ້ອມຂ້າງ ເຊິ່ງໃນການຈັດຕັ້ງປະຕິບັດຕົວຈິງແມ່ນໄດ້ໂຄສະນາປະຊາສໍາພັນໃຫ້ປະຊາຊົນຮັບຮູ້ ແລະ ເຂົ້າໃຈສະພາບການແຜ່ລະບາດເຊື້ອພະຍາດໂຄວິດ-19 ວິທີການປ້ອງກັນຕົນເອງບໍ່ໃຫ້ຕິດເຊື້ອພະຍາດດັ່ງກ່າວ ພ້ອມນັ້ນ ຍັງໄດ້ໂຄສະນາບັນດາແຈ້ງການ ແລະ ມາດຕະການຕ່າງໆຂອງຂັ້ນເທິງວາງອອກຢ່າງເຂັ້ມງວດ.

     ຜ່ານການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຕົວຈິງ ເຫັນວ່າປະຊາຊົນໄດ້ໃຫ້ການຮ່ວມມື ແຕ່ການເຄື່ອນໄຫວທໍາມາຫາກິນຂອງປະຊາຊົນພົບຄວາມຫຍຸ້ງຍາກ ດັ່ງນັ້ນ ບ້ານໄດ້ອອກຂໍ້ກໍານົດໃຫ້ປະຊາຊົນເຂົ້າ-ອອກບ້ານມີ 2 ໄລຍະຄື: ໄລຍະທີ 1 ຕອນເຊົ້າເລີ່ມເວລາ 6 ໂມງ ຫາ 8 ໂມງເຊົ້າ ໄລຍະທີ 2 ເລີ່ມແຕ່ 16:00 ຫາ 18:00 ໂມງ ທັງສອງຢ່າງນີ້ ທຸກຄົນທີ່ຜ່ານໄດ້ມີການວັດແທກອູນຫະພູມ ແລະ ລ້າງມືດ້ວຍສະເປຂ້າເຊື້ອເຫຼົ້າ 90 ທັງນີ້ເພື່ອຫຼີກເວັ້ນການແຜ່ເຊື້ອລະບາດພະຍາດໂຄວິດ-19.

# ຂ່າວ-ພາບ : ຂັນທະວີ

error: Content is protected !!