ເມືອງສິງ ລົງແກ້ໄຂຜູ້ລະເມີດຄຳສັ່ງເລກທີ 06/ນຍ ໄລຍະປີໃໝ່ລາວ

    ຕອນ​ບ່າຍ​ຂອງ​ວັນ​ທີ 15 ເມ­ສາ 2020 ຜ່ານ​ມາ ປກສ ເມືອງ​ສິງ ແຂວງ​ຫຼວງ​ນ້ຳ​ທາ ໄດ້​ລົງ​ແກ້​ໄຂ​ຜູ້​ລະ­ເມີດ ແລະ ບໍ່​ປະ­ຕິ­ບັດ​ຕາມ​ຄຳ​ສັ່ງ​ຂອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ເລກ​ທີ 06/ນຍ ແລະ ຕາມ​ການ​ຊີ້​ນຳ​ຂອງ​ຄະ­ນະ​ປະ­ຈຳ​ພັກ​ເມືອງໆ​ສິງ ສະ­ນັ້ນ​ກອງ​ບັນ­ຊາ​ການ ປກສ ເມືອງ​ສິງ ຈຶ່ງ​ໄດ້​ແຕ່ງ­ຕັ້ງ​ອ້າຍ​ນ້ອງ​ລົງ​ໄປ​ກວດ­ກາ​ສະ­ຖານ­ທີ່​ຕາມ​ສວນ​ນ້ຳ​ຢ່າ ຈຸດ​ທີ່​ມີ​ຄົນ​ໄປ​ຫຼິ້ນ​ກິນ ດື່ມ​ສິ່ງ​ມືນ​ເມົາ​ເຫຼົ້າ ເບຍ​ຊຸມ​ແຊວ​ກັນ ນຳ­ພາ​ໂດຍ​ສະ­ຫາຍ ພັນ​ຕີ ແອ​ສະ­ຫວັນ ທິບ​ພະ​ຍອດ​ແກ້ວ ຮອງ​ພະ​ແນກ​ສັນ­ຕິ​ບານ ປກສ ເມືອງ​ສິງ ພ້ອມ​ດ້ວຍ​ທິມ​ງານ.

    ຜ່ານ​ການ​ລົງ​ກວດ­ກາ​ຕົວ​ຈິງ​ພົບ​ເຫັນ​ຜູ້​ທີ່​ລະ­ເມີດ​ຊຸມ​ແຊວ​ດື່ມ​ເຫຼົ້າ-ເບຍ​ທັງ​ໝົດ 1 ຈຸດ ມີ 3 ວົງ ຢູ່​ຫາງ​ກັນ​ປະ­ມານ 50 ແມັດ ເທິ່ງ​ບ້ານ​ສົບ​ອິ​ໃໝ່ ລວມ​ທັງ​ໝົດ​ມີ 41 ຄົນ ຍິງ 17 ຄົນ,ໃນ​ນີ້ ຢູ່​ບ້ານ​ສົບ​ອິ​ໃໝ່ ມີ 20 ຄົນ ຍິງ 8 ຄົນ ບ້ານ​ຊຽງ​ຍືນ 19 ຄົນ ຍິງ 8 ຄົນ ແລະ ບ້ານ​ຫົວ​ຂົວ 2 ຄົນ ຍິງ 1 ຄົນ ດັ່ງ­ນັ້ນ ທາງ​ເຈົ້າ​ໜ້າ­ທີ່​ຈຶ່ງ​ໄດ້​ກັກ​ຕົວ​ຜູ້​ທີ​ລະ­ເມີດ​ທັງ​ໝົດ​ມາ​ກອງ​ບັນ­ຊາ​ການ ປກສ ເມືອງ​ສິງ ເພື່ອ​ອະ­ທິ­ບາຍ​ຄຳ​ສັ່ງ ແຈ້ງ​ການ ແລະ ລະ­ບຽບ​ການ​ຕ່າງໆ​ໃນ​ໄລ­ຍະ​ບຸນ­ປີ­ໃໝ່​ລາວ​ເພື່ອ​ໃຫ້​ຮັບ​ຮູ້ ແລະ ເຂົ້າ­ໃຈ ບໍ່​ໃຫ້​ລະ­ເມີດ​ອີກ​ໃນ​ຄັ້ງ​ຕໍ່​ໄປ ແລະ ຜູ້​ທີ​ໄດ້​ລະ­ເມີດ​ໃນ​ຄັ້ງ​ນີ້ ທາງ​ເຈົ້າ​ໜ້າ­ທີ່​ໄດ້​ປະ­ສານ​ສົມ­ທົບ​ກັບ​ຫ້ອງ­ການ​ສາ­ທາ­ລະ­ນະ​ສຸກ​ເມືອງ ມາ​ກວດ­ກາ​ອຸນ­ຫະ­ພູມ ພົບ​ວ່າ​ມີ 2 ຄົນ​ມີ​ອຸນ­ຫະ­ພູມ​ສູງ​ກວ່າ 38 ອົງ­ສາ ສະ­ນັ້ນ ທາງ​ເຈົ້າ​ໜ້າ­ທີ່​ຈຶ່ງ​ໄດ້​ສ້າງ​ບົດ​ບັນ­ທຶກ ສຶກ​ສາ​ອົບ­ຮົມ​ກ່າວ​ເຕືອນ​ຜູ້​ທີ່​ລະ­ເມີດ​ຄຳ​ສັ່ງ​ຂອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ເລກ​ທີ 06/ນຍ ຈຳ­ນວນ 41 ຄົນ ຍິງ 17 ຄົນ ແລະ ໄດ້​ມອບ​ໃຫ້​ທາງ​ອົງ​ການ­ຈັດ­ຕັ້ງ​ບ້ານ​ແຕ່​ລະ​ບ້ານ ຮັບ​ເອົາ​ລູກ­ບ້ານ​ຂອງ​ຕົນ​ເອງ​ເພື່ອ​ໄປ​ກັກ​ກັນ​ເຂົ້າ​ສູນ​ຂອງ​ແຕ່​ລະ​ບ້ານ ແລະ ຕິດ­ຕາມ​ອາ­ການ​ເຊື້ອ​ພະ­ຍາດ​ໂຄ​ວິດ-19 ເປັນ​ເວ­ລາ 14 ວັນ.

error: Content is protected !!