ເຈົ້າເມືອງໄຊພູທອງ ລົງຢ້ຽມຢາມການປະຕິບັດວຽກງານຂອງເຈົ້າໜ້າທີ່ຕາມຈຸດຕ່າງໆພາຍໃນເມືອງ

    ເມື່ອບໍ່ດົນຜ່ານມານີ້ ທ່ານ ຄໍາວິໃສ ຜຸຍຍະວົງ ເຈົ້າເມືອງໄຊພູທອງ ທັງເປັນປະທານຄະນະສະເພາະກິດຂັ້ນເມືອງ ປ້ອງກັນ​ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19)​ ຂັ້ນເມືອງ ໄດ້ລົງເຄື່ອນໄຫວ ແລະ ຕິດຕາມການປະຕິບັດໜ້າທີ່ວຽກງານຂອງເຈົ້າໜ້າທີ່ກໍາລັງ ປກສ-ປກຊ​ ແພດໝໍ ແລະ ອໍານາດການປົກຄອງບ້ານ ທີ່ໄດ້ປະຕິບັດໜ້າທີ່ວຽກງານຢູ່ຕາມຈຸດກວດກາລະຫວ່າງບ້ານຫາເມືອງ ເພື່ອເປັນການເຝົ້າລະວັງ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດ​COVID-19.

    ການເຄື່ອນໄຫວດັ່ງກ່າວ ແມ່ນໄປຄຽງຄູ່ກັບການແຈກຢາຍເຄື່ອງຊ່ວຍເຫຼືອໃຫ້ສູນກັນກັນແຮງງານລາວທີ່ກັບມາຈາກຕ່າງປະເທດ ໂດຍໄດ້ແບ່ງເປັນ 2 ຈຸຄື: ຈຸທີ 1 ນໍາໂດຍທ່ານ ຄໍາວິໃສ ຜຸຍຍະວົງ ພ້ອມດ້ວຍບັນດາຄະນະປະຈໍາພັກເມືອງ​ ກໍາມະການພັກເມືອງ ຜູ້ຊີ້ນໍາກຸ່ມບ້ານ ໄດ້ລົງແຈກຢາຍເຄື່ອງອຸປະໂພກໃຫ້ກັບກຸ່ມບ້ານທີ 1  2  7 ແລະ 8 ມີ 20 ບ້ານ ແລະ ຈຸທີ 2 ນໍາພາຂອງທ່ານ ຫວ່ນ ຮັງບົວສອນ ຮອງເຈົ້າເມືອງ​ໄຊ​ພູທອງ​ ພ້ອມດ້ວຍທີມງານສະເພາະກິດຂອງເມືອງ ໄປແຈກຢາຍໃຫ້ກຸ່ມບ້ານທີ 3  4  5 ແລະ 6 ປະກອບມີ 20 ບ້ານ​ ເຊິ່ງລວມທັງໝົດ 40 ບ້ານ ເຊິ່ງເຄື່ອງທີ່ນໍາມາແຈກຢາຍຄັ້ງນີ້ ປະກອບມີ: ນໍ້າດຶ່ມ​ ຜ້າອັດປາກ-ອັດດັງ​ ເຈວລ້າງມື​ ເຄື່ອງດຶ່ມ​ ໝີ່ໄວໄວ​ ແລະ ກາເຟຈໍານວນໜຶ່ງ ລວມມູນຄ່າທັງໝົດ 17 ລ້ານກວ່າກີບ​ ເຊິ່ງໄດ້ຈາກການລະດົມທຶນຈາກພາກສ່ວນທຸລະກິດພາຍໃນເມືອງໄຊພູທອງ.

      ປັດຈຸບັນ ທຸກພາກສ່ວນ​ ທຸກຂະແໜງການພາຍໃນເມືອງໄຊພູທອງ ຕ່າງກໍໄດ້ເປັນເຈົ້າການໃນການຈັດຕັ້ງປະຕິບັດຄໍາສັ່ງເລກທີ 06 /ນຍ ກໍຄືຄໍາສັ່ງແນະນໍາຂອງທ່ານເຈົ້າແຂວງສະຫວັນນະເຂດຢ່າງເຄັ່ງຄັດໃນການເພີ່ມມາດຕະການສະກັດກັ້ນ ປ້ອງກັນການລະບາດ ແລະ ກຽມພ້ອມເພື່ອຕ້ານພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່  ຫຼື  ໂຄວິດ-19  ເຊິ່ງປັດຈຸບັນນີ້  ເມືອງໄຊພູທອງລວມມີຜູ້ຄ້າງສູນທັງໝົດຈໍານວນ  2.​507 ຄົນ​ ຍິງ 1.​246 ຄົນ ແລະ ຄົບກໍານົດ 14 ວັນ ມີ 2.055 ຄົນ​ ຍິງ 1.032 ຄົນ.

    ໂອກາດນີ້ ທ່ານເຈົ້າເມືອງໄຊພູທອງກໍໄດ້ແນະນໍາໃຫ້ເຈົ້າໜ້າທີ່ທຸກພາກສ່ວນ ຈົ່ງພ້ອມກັນເອົາໃຈໃສ່ກວດກາລະອຽດ ແນະນໍາໃຫ້ປະຊາຊົນໃນການໄປມາ ຄວນມີການປ້ອງກັນ ແລະ ໂຄສະນາໃຫ້ປະຊາຊົນເຂົ້າໃຈຕໍ່ຜົນຮ້າຍຂອງພະຍາດໂຄວິດ-19 ເພື່ອພ້ອມກັນສະກັດກັ້ນບໍ່ໃຫ້ມີການລະບາດຢູ່ພາຍໃນເມືອງໄຊພູທອງ.​

ຂ່າວ-ພາບ ໂດຍ:  ຂັນທະວີ

error: Content is protected !!