ຫວຽດນາມ ອວຍພອນປີໃໝ່ ພ້ອມໃຫ້ເງິນຊ່ວຍເຫຼືອຕ້ານ COVID-19

     ໃນວັນທີ 15 ເມສາ 2020 ຜ່ານມາ ສະຫາຍ ຫງວຽນ ຈີ ຢຸງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ ປະທານຄະນະກຳມະການຮ່ວມມືຫວຽດນາມ-ລາວ ໄດ້ນໍາພາຄະນະຜູ້ແທນຝ່າຍຫວຽດນາມ ເຂົ້າໄປອວຍພອນປີໃໝ່ລາວຢູ່ສະຖານເອກອັກຄະລັດຖະທູດ ສປປ ລາວ ປະຈໍານະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ໂດຍມີສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ແລະ ພະນັກງານຂອງສະຖານທູດລາວເຂົ້າຮ່ວມ.

    ເນື່ອງໃນປີໃໝ່ລາວ ພສ 2563 ໝູນວຽນມາເຖິງອີກວາລະໜຶ່ງນີ້ ສະຫາຍ ຫງວຽນ ຈີ ຢຸງ ໄດ້ກ່າວອວຍພອນປີໃໝ່ລາວ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງລາວ-ຫວຽດນາມ ທີ່ນັບມື້ນັບແໜ້ນແຟ້ນ ແລະ ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ພ້ອມທັງເຊື່ອໝັ້ນວ່າ ມິດຕະພາບອັນຍິ່ງໃຫຍ່ ສາຍພົວພັນພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ ສອງລັດ ກໍຄືປະຊາຊົນສອງຊາດ ຈະນັບມື້ນັບຈະເລີນງອກງາມຂຶ້ນໄປເລື້ອຍໆ.

    ໂອກາດນີ້ ທ່ານລັດຖະມົນຕີ ຫງວຽນ ຈີ ຢຸງ ຍັງໄດ້ມອບເງິນຊ່ວຍເຫຼືອໃຫ້ແກ່ກະຊວງແຜນການ ແລະ ການລົງທຶນລາວ ຈຳນວນ 10.000 ໂດລາສະຫະລັດ ຫຼື ປະມານ 89 ລ້ານກີບ ໂດຍຜ່ານສະຖານທູດ ໃຫ້ແກ່ ກະຊວງແຜນການ ແລະ ການລົງທຶນຂອງລາວ ເພື່ອນຳໃຊ້ເຂົ້າໃນການປ້ອງກັນ ແລະ ຕ້ານພະຍາດ COVID-19 ຢູ່ພາຍໃນ ສປປ ລາວ ເຊິ່ງທຶນດັ່ງກ່າວ ໄດ້ສະແດງໃຫ້ເຫັນເຖິງນໍ້າໃຈໄມຕີຈິດມິດຕະພາບສອງປະເທດ ເວົ້າລວມ ເວົ້າສະເພາະ ລະຫວ່າງສອງກະຊວງແຜນການ ແລະ ການລົງທຶນ ຄະນະກໍາມະການຮ່ວມມືລາວ-ຫວຽດນາມ ແລະ ຫວຽດນາມ-ລາວຢ່າງຈະແຈ້ງ.

    ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ຄໍາອວຍພອນທີ່ດີງາມ ຕີລາຄາສູງການພົວພັນລະຫວ່າງລາວ-ຫວຽດນາມ ທີ່ນັບມື້ກ້າວສູ່ລວງເລີກ ເກີດດອກອອກຜົນໃນຫຼາຍດ້ານ. ພ້ອມນັ້ນ ທ່ານຍັງໄດ້ກ່າວຄຳຂອບໃຈເປັນຢ່າງຍິ່ງຕໍ່ຝ່າຍເພື່ອນ ທີ່ຍາມໃດກໍມີນໍ້າໃຈເປັນຫ່ວງເປັນໄຍຕໍ່ຝ່າຍລາວມາໂດຍຕະຫຼອດ ເຖິງວ່າຈະຫຍຸ້ງຍາກລຳບາກໃນການສະກັດກັ້ນພະຍາດ COVID-19 ເຊັ່ນດຽວກັນ ແລະ ຈະຈັດສົ່ງການຊ່ວຍເຫຼືອຄັ້ງນີ້ໃຫ້ກະຊວງແຜນການ ແລະ ການລົງທຶນລາວ ຄະນະກໍາມະການຮ່ວມມືລາວ-ຫວຽດນາມ ເພື່ອນໍາໃຊ້ເຂົ້າໃນການປ້ອງກັນ  ແລະ  ຕ້ານພະຍາດ  COVID-19 ຢູ່ລາວຕາມຄວາມ ເໝາະສົມ.

    ທັງໝົດນີ້ ເປັນການປະກອບສ່ວນອັນສໍາຄັນ ໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສປປ ລາວ ແລະ ສສ. ຫວຽດນາມ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນໄປ.

ຂ່າວ-ພາບ ໂດຍ:  ລັດເວລາ

error: Content is protected !!