ປີໃໝ່ລາວປີນີ້ ທົ່ວນະຄອນຫຼວງວຽງຈັນມີຜູ້ເສຍຊີວິດ 4 ຄົນ ຈາກອຸບັດເຫດ

       ວັນທີ 17 ເມສາ 2020 ເຈົ້າໜ້າທີ່ພະແນກຕຳຫຼວດຈະລາຈອນນະຄອນຫຼວງວຽງຈັນ ແຈ້ງໃຫ້ ຊາບວ່າ:  ໄລຍະສົ່ງທ້າຍປີເກົ່າ ພສ 2562 ແລະ ຕ້ອນຮັບປີໃໝ່ລາວ ພສ 2563 (ນັບແຕ່ວັນທີ 13 ຫາ 16 ເມສາ 2020) ທົ່ວນະຄອນຫຼວງວຽງຈັນມີອຸບັດເຫດທາງຖະໜົນເກີດຂຶ້ນທັງໝົດ 11 ກໍລະນີ ມີຜູ້ເສຍຊີວິດຈຳນວນ 4 ຄົນ ທຽບໃສ່ປີຜ່ານມາ ການເກີດອຸບັດເຫດແມ່ນຫຼຸດ 9 ກໍລະນີ ແລະ ຜູ້ເສຍຊີວິດກໍຫຼຸດລົງເຊັ່ນດຽວກັນ 1 ຄົນ.

     ໃນການເກີດອຸບັດເຫດດັ່ງກ່າວ ເຮັດໃຫ້ມີພາຫະນະເປ່ເພເລັກໜ້ອຍ 5 ຄັນ ສົມຄວນ 17 ຄັນ ແລະ ມີຄົນໄດ້ຮັບບາດເຈັບເລັກໜ້ອຍ 4 ຄົນ ສົມຄວນ 11 ຄົນ ສາຫັດ 1 ຄົນ ສໍາລັບຄົນຂັບໄດ້ຮັບບາດເຈັບເລັກໜ້ອຍ 1 ຄົນ ສົມຄວນ 6 ຄົນ ສາຫັດ 1 ຄົນ ເສຍຊີວິດ 4 ຄົນ ສ່ວນຜູ້ຊ້ອນທ້າຍຮັບບາດເຈັບເລັກໜ້ອຍ 3 ຄົນ ເມືອງທີ່ເກີດອຸບັດເຫດຫຼາຍກວ່າໝູ່ແມ່ນໄຊທານີ ເຊິ່ງເກີດຢູ່ໃນກຸ່ມອາຊີບກໍາມະກອນເປັນສ່ວນຫຼາຍ.

ຂ່າວ-ພາບ ໂດຍ:  ຊິລິການດາ

error: Content is protected !!