ຊົມເຊີຍຄະນະແພດ ສສ ຫວຽດນາມ ຢ່າງສຸດໃຈ ທີ່ໄດ້ມາຊ່ວຍແຂວງຈຳປາສັກວາງແຜນປ້ອງກັນ ຄວບຄຸມການລະບາດໂຄວິດ-19

    ຄະນະແພດຊ່ຽວຊານຈາກ ສສ ຫວຽດນາມ ໄດ້ມາຊ່ວຍຄະນະແພດໝໍຂອງລາວ ໃນການວາງແຜນການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19 ຢູ່ແຂວງຈຳປາສັກ ສປປ ລາວ ຄະນະແພດຊ່ຽວຊານດັ່ງກ່າວ ໄດ້ເຮັດວຽກດ້ານວິຊາການ ເຊັ່ນ: ວາງແຜນຄວບຄຸມ ປິ່ນປົວ ຍົກລະດັບວິຊາການ ແລະ ຄວາມສາມາດຮັບມືກັບພະຍາດຂອງແພດໝໍ ກໍຄືປ້ອງກັນການແຜ່ລະບາດພະຍາດໂຄວິດ-19 ລົງເຮັດວຽກພາກສະໜາມກ່ຽວກັບຂັ້ນຕອນການເຮັດວຽກຢູ່ຫ້ອງກວດວິເຄາະ ຈຸດເກັບຕົວຢ່າງ ແລະ ສູນຄຸ້ມຄອງກໍລະນີ ເຊິ່ງຖືເປັນການແລກປ່ຽນບົດຮຽນ ປະສົບການກ່ຽວກັບການຄວບຄຸມການລະບາດຢູ່ໂຮງໝໍ ແຜນປິ່ນປົວຜູ້ຕິດເຊື້ອໂຄວິດ-19 ແລະ ວິຊາອື່ນໆກັບແພດໝໍຫຼັກແຫຼ່ງຂອງພະແນກສາທາລະນະສຸກແຂວງຈຳປາສັກ.

.

# ຂ່າວ & ພາບ : ເພັດສະໝອນ

error: Content is protected !!