ຫົວເຫວີຍ ແລະ ໂຄງການ “ຢູ່ລາວ ເພື່ອລາວ” ຊ່ວຍອຳນວຍຄວາມສະດວກໃນການຫັນເປັນດີຈີຕອນ ໃຫ້ຫ້ອງວ່າການສໍານັກງານປະທານປະເທດ ແລະ ຫ້ອງວ່າການສູນກາງພັກ

    ບໍລິສັດ ຫົວເຫວີຍ ເຕັກໂນໂລຊີ (ລາວ) ຈໍາກັດຜູ້ດຽວ ມອບອຸປະກອນໄອທີ ແລະ ເລີ່ມຕົ້ນໂຄງການ “ຢູ່ລາວ ເພື່ອລາວ” ໃຫ້ຫ້ອງວ່າການສໍານັກງານປະທານປະເທດ ແລະ ຫ້ອງວ່າການສູນກາງພັກ ວັນທີ 13 ພຶດສະພາ 2021 ຢູ່ຫ້ອງວ່າການສໍານັກງານປະທານປະເທດ ເຊິ່ງມອບໂດຍທ່ານ ຫູ ເຫວີຍຫົວ ປະທານບໍລິສັດ ຫົວເຫວີຍ ລາວ ແລະ ຮັບໂດຍທ່ານນາງ ເຂັມມະນີ ພົນເສນາ ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ ມີທ່ານ ຈ່ຽງ ຈ້າຍຕົງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ພ້ອມດ້ວຍບັນດາຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສູນກາງພັກ ຮອງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. 

    ໂຄງການ “ຢູ່ລາວ ເພື່ອລາວ” ນີ້ ຕອບສະໜອງຕໍ່ເປົ້າໝາຍການພັດທະນາເສດຖະກິດ-ສັງຄົມ ທີ່ປະກອບສ່ວນດ້ານອຸປະກອນສື່ສານໂທລະຄົມມະນາຄົມ ການເຝິກອົບຮົມຄວາມສາມາດດ້ານໄອຊີທີ ແລະ ການໃຫ້ຄໍາປຶກສາແຜນເສດຖະກິດດີຈີຕອນ ແນໃສ່ເພື່ອຍົກລະດັບຄວາມສາມາດໃນຍຸກດີຈີຕອນ 4.0 ໂດຍບໍລິສັດ ຫົວເຫວີຍ ເຕັກໂນໂລຊີ (ລາວ) ຈໍາກັດຜູ້ດຽວ ຈະດໍາເນີນການຮ່ວມກັບກະຊວງເຕັກໂນໂລຊີ ແລະ ການສື່ສານ ໂຄງການດັ່ງກ່າວ ຈະຊ່ວຍປັບປຸງສະພາບແວດລ້ອມການເຮັດວຽກຜ່ານລະບົບທາງໄກຂອງລັດຖະບານ ຕະຫຼອດເຖິງການພັດທະນາເສດຖະກິດໄລຍະຍາວ ຜ່ານການເຝິກອົບຮົມໃຫ້ພະນັກງານ-ລັດຖະກອນ ແລະ ໃຫ້ບໍລິການທີ່ປຶກສາສຳລັບແຜນພັດທະນາເສດຖະກິດດີຈີຕອນຂອງລາວ ນອກນີ້ ຍັງຈະມີການປະກອບສ່ວນພັດທະນາການສຶກສາ ໂດຍສະເພາະໄວໜຸ່ມ ໂດຍຜ່ານການສະໜອງອຸປະກອນໄອທີ ແລະ ອຸປະກອນການຮຽນ-ການສອນໃຫ້ໂຮງຮຽນປະຖົມ ແລະ ມັດທະຍົມ.

    ທ່ານ ຫູ ເຫວີຍຫົວ ໄດ້ອະທິບາຍກ່ຽວກັບໂຄງການ “ຢູ່ລາວ ເພື່ອລາວ” ໂດຍເນັ້ນໃຫ້ເຫັນຄວາມສໍາຄັນ ແລະ ຄວາມມຸ່ງໝັ້ນຂອງບໍລິສັດຫົວເຫວີຍ ທີ່ມີຕໍ່ການພັດທະນາ ສປປ ລາວ ຜ່ານການຊຸກຍູ້ຄວາມກ້າວໜ້າດ້ານເຕັກໂນໂລຊີ ແລະ ການມີສ່ວນຮ່ວມໃນວິໃສທັດດີຈີຕອນລາວ.

    ໂອກາດນີ້ ທ່ານນາງ ເຂັມມະນີ ພົນເສນາ ກໍໄດ້ສະແດງຄວາມຂອບໃຈບໍລິສັດ ຫົວເຫວີຍ ເຕັກໂນໂລຊີ (ລາວ) ຈໍາກັດຜູ້ດຽວ ທີ່ໄດ້ໃຫ້ການສະໜັບສະໜູນຢ່າງຕໍ່ເນື່ອງ ທັງດ້ານອຸປະກອນໄອທີ ແລະ ການພັດທະນາຊັບພະຍາກອນມະນຸດແກ່ ສປປ ລາວ ໂດຍສະເພາະພາຍໃຕ້ໂຄງການ “ຢູ່ລາວ ເພື່ອລາວ” ໃນການຊ່ວຍເຫຼືອສັງຄົມລາວ ເພື່ອຕໍ່ສູ້ຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19 ຜ່ານການນໍາເອົາເຕັກໂນໂລຊີທີ່ທັນສະໄໝ ທີ່ອໍານວຍໃຫ້ການເຮັດວຽກ ແລະ ວິຖີດໍາລົງຊີວິດແບບໃໝ່ແກ່ພາກລັດ ແລະ ສັງຄົມລາວ ໂດຍການໝູນໃຊ້ອຸປະກອນສື່ສານໂທລະຄົມມະນາຄົມ ໃນການຍົກລະດັບລະບົບສຳນັກງານໃຫ້ທັນສະໄໝ ແລະ ມີປະສິດທິຜົນ. 

# ຂ່າວ & ພາບ : ສະບາໄພ 

error: Content is protected !!