ຮອງນາຍົກລັດຖະມົນຕີ ລົງຢ້ຽມຢາມສູນສະຖິຕິແຫ່ງຊາດ

    ວັນທີ 13 ພຶດສະພາ 2021 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ໄປຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານຫຼັກແຫຼ່ງສູນສະຖິຕິແຫ່ງຊາດ ຖືກຕ້ອນຮັບ ແລະ ຮັບຟັງການລາຍງານກ່ຽວກັບວຽກງານພົ້ນເດັ່ນໃນຜ່ານມາ ແລະ ວຽກງານຈຸດສຸມໃນຕໍ່ໜ້າ ຈາກທ່ານນາງ ພອນສະຫຼີ ສຸກສະຫວັດ ຫົວໜ້າສູນສະຖິຕິແຫ່ງຊາດ. 

    ເລີ່ມແຕ່ປີ 2010 ເປັນຕົ້ນມາ ພາຍຫຼັງໄດ້ມີກົດໝາຍວ່າດ້ວຍສະຖິຕິ ສູນສະຖິຕິແຫ່ງຊາດໄດ້ຍົກລະດັບເປັນອົງກອນໜຶ່ງມີຖານະທຽບເທົ່າທະບວງ ທີ່ຂຶ້ນກັບກະຊວງແຜນການ ແລະ ການລົງທຶນ ປະກອບມີ1ຫ້ອງການ ແລະ 3 ກົມວິຊາການຄື:ກົມສະຖິຕິເສດຖະກິດ ກົມສະຖິຕິສັງຄົມ ແລະ ກົມບໍລິການສະຖິຕິ ມີພະນັກງນທັງໝົດ 138 ຄົນ ຍິງ 59 ຄົນ ເຊິ່ງວຽກງານທີ່ພົ້ນເດັ່ນໃນຜ່ານມາ ປີ 2017 ໄດ້ຮັບຮອງກົດໝາຍວ່າດ້ວຍສະຖິຕິສະບັບປັບປຸງ ດ້ານວຽກງານວິຊາສະເພາະ ການຈັດຕັ້ງປະຕິບັດວຽກງານສະຖິຕິ ແມ່ນອີງໃສ່ສອງແຫຼ່ງຂໍ້ມູນຕົ້ນຕໍຄື:ການສຳຫຼວດແມ່ນແນໃສ່ການເກັບກຳທີ່ຕີລາຄາຜົນກະທົບແລະ ປະໂຫຍດຂອງບຸກຄົນ ນິຕິບຸກຄົນ ແລະ ຫົວໜ່ວຍພື້ນຖານເສດຖະກິດ-ສັງຄົມ ແລະ ການເກັບກຳແບບລາຍງານບໍລິຫານ ແມ່ນເປັນການເກັບກຳຂໍ້ມູນທີ່ແນໃສ່ການສະໜອງດ້ານການບໍລິການ ແລະ ການສັງລວມຜົນໄດ້ຮັບ ການຈັດຕັ້ງປະຕິບັດຂອງຂະແໜງເສດຖະກີດ-ສັງຄົມ ໃນແຜນການສຳຫຼວດລະດັບຊາດ ຈະໄດ້ສຳຫຼວດໃຫຍ່ທຸກ 5 ປີ ແລະ 10 ປີເປັນຕົ້ນ ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຂອງ ສປປລາວ ສຳຫຼວດກະສິກຳທົ່ວປະເທດ ສຳຫຼວດເສດຖະກິດທົ່ວປະເທດ ແລະ ສຳຫຼວດຕົວແທນລະດັບຊາດ. 

    ສຳລັບແຜນຕໍ່ໜ້າ:ອອກຂໍ້ກຳນົດລະບອບການລາຍງານ ແລະ ການເຜີຍແຜ່ຂໍ້ມູນສະຖິຕິທາງການ ກຳນົດບັນດາຕົວຊີ້ບອກໃນການຕິດຕາມ ແລະ ປະເມີນຜົນໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີIX (2021-2025) ຄົ້ນຄວ້າລະບົບການລວມສູນຖານຂໍ້ມູນສະຖິຕິທາງການຂອງລາວເຮົາໂດຍຫັນເປັນທັນສະໄໝ ໂດຍເລີ່ມຈາກຖານຂໍ້ມູນພົນລະເມືອງ. ພ້ອມນີ້ ທ່ານຫົວໜ້າສູນສະຖິຕິແຫ່ງຊາດຍັງໄດ້ສະເໜີ ແລະ ຂໍທິດຊີ້ນຳບາງບັນຫາ ເປັນຕົ້ນສະເໜີຄະນະນຳກະຊວງແຜນການ ແລະ ການລົງທຶນ ສືບຕໍ່ສະໜັບສະໜູນຊຸກຍູ້ໃນການເຈລະຈາຍາດແຍ່ງແຫຼ່ງທຶນຈາກທະນາຄານໂລກ ແລະ ຮົງກາລີ ສະເໜີກົມຈັດຕັ້ງ ແລະ ພະນັກງານ ຊ່ວຍຊຸກຍູ້ຕິດຕາມຂະແໜງການ ແລະ ທ້ອງຖິ່ນສາຍຂວາງ ໃນການປະຕິບັດຄຳສັ່ງເລກທີ 19/ນຍ ແລະ ຂໍທິດຊີ້ນຳກ່ຽວດັບການກຳນົດຕຳແໜ່ງງານຂອງການຈັດຕັ້ງສູນສະຖິຕິປະຈຳແຂວງ ແລະ ເມືອງ ເພື່ອໃຫ້ມີຄວາມເຂົ້າໃຈ ແລະ ເປັນເອກະພາບ. 

    ໂອກາດນີ້ ທ່ານຮອງນາຍົກໄດ້ສະແດງຄວາມຊົມເຊີຍຜົນງານທີ່ພະນັກງານຫຼັກແຫຼ່ງ ແລະ ພະນັກງານ-ລັດຖະກອນສູນສະຖິຕິແຫ່ງຊາດຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງເນັ້ນໃຫ້ສືບຕໍ່ປະຕິບັດວຽກງານວິຊາສະເພາະ ແກ້ໄຂບັນຫາທີ່ເປັນຈຸດອ່ອນຂໍ້ຄົງຄ້າງ ໃນສະພາບທີ່ປະເທດຊາດພວມພົບຄວາມຫຍຸ້ງຍາກຈາກສະພາບເສດຖະກິດຖົດຖອຍຍ້ອນການລະບາດຂອງພະຍາດໂຄວິດ ແລະ ພະຍາຍາມຍາດແຍ່ງເອົາການຊ່ວຍເຫຼືອຈາກຕາງປະເທດ ແລະ ອົງການຈັດຕັ້ງສາກົນຕ່າງໆ ສ່ວນບັນຫາທີ່ສະເໜີມານັ້ນ ຈະໄປປຶກສາຫາລືກັບຄະນະເພື່ອຄົ້ນຄ້ວາແກ້ໄຂ.

# ຂ່າວ & ພາບ : ສົມສະຫວັນ 

error: Content is protected !!