ລາວ ກວດພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມໃໝ່ 72 ກໍລະນີ ປົວຫາຍດີ 42 ຄົນ

     ທ່ານ ດຣ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່  ກະຊວງສາທາລະນະສຸກ ຕາງໜ້າກອງເລຂາ ຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ ໂຄວິດ-19 ຂໍອະນຸຍາດລາຍງານຕໍ່ສື່ມວນຊົນ ເຖິງສະພາບການການລະບາດຂອງພະຍາດ ໂຄວິດ-19 ໃນວັນທີ 15 ພຶດສະພາ 2021 ວ່າ:ສະພາບຕົວເລກການລາຍງານພະຍາດ ໂຄວິດ-19 ຢູ່ ທົ່ວໂລກ ແລະ  ສປປ ລາວ  ສະພາບການລະບາດຂອງພະຍາດ ໂຄວິດ-19 ຢູ່ ໃນໂລກ ຮອດປັດຈຸບັນ ໃນທົ່ວໂລກມີການລາຍງານການຕົວເລກຜູ້ຕິດເຊື້ອສະສົມທັງໝົດ 162.497.192 ຄົນ ເສຍຊິວິດສະສົມ 3.370.300 ຄົນ ແລະ ປີ່ນປົວຫາຍດີ 141.436.309 ຄົນ ປະເທດທີ່ຍັງມີຜູ້ຕິດເຊື້ອ ແລະ ເສຍຊິວິດຫຼາຍກວ່າໝູ່ໃນໂລກ ກໍຍັງແມ່ນ ສະຫະລັດອາເມ ຣິກາ ອິນເດຍ ບຣາຊິນ ແລະ ຝຣັ່ງ ຕາມລໍາດັບ. 

     ສຳລັບ ສປປ ລາວ ມາຮອດປັດຈຸບັນ ມີການລາຍງານຜູ້ຕິດເຊື້ອໃໝ່ 72 ຄົນ ເຮັດໃຫ້ຈໍານວນຜູ້ຕິດເຊື້ອສະສົມທັງໝົດເປັນ 1.570 ຄົນ ເສຍຊີວິດໃໝ່ບໍ່ມີ ປັດຈຸບັນ ຈໍານວນຜູ້ເສຍຊິວິດສະສົມທັງໝົດ 2 ຄົນ ໃນຈຳນວນຜູ້ຕິດເຊື້ອທັງໝົດ ແມ່ນໄດ້ຮັບການປິ່ນປົວດີທັງໝົດ 555 ຄົນ (ໃໝ່ 42ຄົນ) ແລະ ພວກກ່ຽວຈະຕ້ອງໄປສືບຕໍ່ຈຳກັດບໍລິເວນຢູ່ເຮືອນຈົນຄົບກຳນົດຕາມຄຳແນະນຳຂອງແພດຢ່າງເຄັງຄັດ ແລະ ຍັງນອນສືບຕໍ່ຕິດຕາມປິ່ນປົວຢູ່ສະຖານທີ່ຄະນະສະເພາະກິດກຳນົດໄວ້ໃນຕ່ລະແຂວງ ຈຳນວນ 1.013 ຄົນ 

ລາຍລະອຽດຂອງຜູ້ຕິດເຊື້ອໃໝ່ 72 ຄົນ (ກໍລະນີຢັ້ງຢືນທີ 1.499 – 1.570) ສໍາລັບຄົນເຈັບຕິດເຊື້ອໃໝ່ ຈາກເມືອງຕົ້ນເຜີ້ງ 37 ຄົນ (ແຂວງບໍ່ແກ້ວ) ຈໍາປາສັກ 15 ຄົນ ນະຄອນຫຼວງ 14 ຄົນ ແລະ ສະຫວັນນະເຂດ 6 ຄົນ ແລະ (ກໍລະນີນໍາເຂົ້າແຮງງານລາວຢູ່ແຂວງຈໍາປາສັກແມ່ນມີ 15 ກໍລະນີ ແລະ ສະຫວັນນະເຂດ 6 ຄົນ ເຫຼືອຈາກນັ້ນ ແມ່ນກໍລະນີຕິດເຊື້ອພາຍໃນຊຸມຊົນ 51 ກໍລະນີ). 

     ພາຍຫຼັງພວກເຮົາກວດພົບຜູ້ຕິດເຊື້ອໃໝ່ ພວກເຮົາໄດ້ລົງສອບສວນ ສອບຖາມປະຫວັດ ຕິດຕາມຜູ້ສຳຜັດໃກ້ຊິດ ແລະ ປະຫວັດການເຄື່ອນໄຫວຂອງພວກກ່ຽວ ພາຍຫຼັງໄດ້ຂໍ້ມູນລະອຽດ ຈະແຈ້ງທາມລາຍໃຫ້ບັນດາທ່ານຮັບຊາບຕື່ມ. 

ວຽກງານວີເຄາະ ກວດຊອກຫາເຊື້ອພະຍາດ ໂຄວິດ-19  ໃນວັນທີ 14 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ 6.680 ຕົວຢ່າງ ຜົນກວດວິເຄາະແມ່ນ ພົບຜູ້ຕິດເຊື້ອໃໝ່ 72 ຕົວຢ່າງ 

ວຽກງານການຈຳກັດບໍລິເວນ ຢູ່ສູນຈຳກັດບໍລິເວນ ປັດຈຸບັນ ທົ່ວປະເທດ ມີສູນຈໍາກັດບໍລິເວນທີ່ເປີດນຳໃຊ້ຢູ່ ທັງໝົດ 44 ສູນ ມີຜູ້ຈຳກັດບໍລິເວນທັງໝົດ 3.469 ຄົນ ແລະ ທຸກຄົນທີ່ເຂົ້າມາສູນດັ່ງກ່າວແມ່ນໄດ້ເກັບຕົວຢ່າງມາກວດວິເຄາະຫາເຊື້ອພະຍາດ ໂຄວິດ-19.

ສໍາລັບການບໍລິການສັກວັກຊິນກັນພະຍາດ ໂຄວິດ-19 ນອກຈາກມີການບໍລິການຢູ່ໂຮງໝໍແລ້ວ ພວກເຮົາຍັງມີການສັກຢາຢູ່ສະໜາມອີກ 3 ຈຸດ ຢູ່ນະຄອນຫຼວງວຽງຈັນ ຄື: ຊັງຈຽງ ຈະເປີດບໍລິການເປັນປົກກະຕິສູນການຄ້າລາວ-ໄອເຕັກ ຈະສືບຕໍ່ສັກຈົນຮອດວັນທີ 20 ພຶດສະພາ 2021 ຈະໄດ້ຢຸດການໃຫ້ບໍລິການ ສໍາລັບຢູ່ວຽງຈັນເຊັນເຕີ ມື້ນີ້ ເປັນມື້ສຸດທ້າຍໃນການໃຫ້ບໍລິການສັກຢາວັກຊິນດັ່ງກ່າວ ແລ້ວທີມງານຈະໄປເປີດຈຸດສັກວັກຊິນຢູ່ ວັດຈີນ ຢູ່ບ້ານດົງປາແລບ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ.

      ແນວໃດກໍຕາມ ຂໍໃຫ້ບັນດາພໍ່ແມ່ປະຊາຊົນໃນຂອບເຂດທົ່ວປະເທດ ໃຫ້ພິຈາລະນາໄຕ່ຕອງ ຂ່າວຕ່າງທາງອອນໄລໃຫ້ຖືກຕ້ອງ ຮຽກຮ້ອງມາຍັງທ່ານໃຫ້ຮັບຊົມຂ່າວ ຈາກແຫຼ່ງຂໍ້ມູນຂ່າວສານທີ່ເປັນທາງການ ສ່ວນການປະຕິບັດມາດຕະການປ້ອງກັນການຕິດເຊື້ອຢ່າງເຄັ່ງຄັດ ເປັນອີກວິທີໜຶ່ງທີ່ດີທີ່ສຸດ ໃນການຕັດວົງຈອນການລະບາດ ເປັນຕົ້ນແມ່ນ ໃສ່ຜ້າປິດປາກ-ດັງ ເມື່ອອອກຈາກບ້ານ ຮັກສາໄລຍະຫ່າງ 2 ແມັດ ໝັ່ນລ້າງມືເລື້ອຍໆ ດ້ວຍນ້ຳສະອາດໃສ່ສະບູ ຫຼື ເຈວລ້າງມືຂ້າເຊື້ອ ຫຼີກລ້ຽງການເດີນທາງໄປຍັງສະຖານທີ່ ທີ່ມີຄວາມແອອັດ ຫຼີກລ້ຽງຢູ່ໃກ້ກຸ່ມຄົນທີ່ມີຄວາມສ່ຽງ ຫຼື ຜູ້ທີ່ເຈັບເປັນ ບໍ່ໃຊ້ສິ່ງຂອງຮ່ວມກັນ (ແຍກກັນກິນເຂົ້າ) ເມື່ອກັບຮອດບ້ານ ຄວນອາບນ້ຳປ່ຽນເສື້ອຜ້າທັນທີ ຫຼີກລ້ຽງການຢູ່ໃກ້ຜູ້ສູງອາຍຸ ເນື່ອງຈາກຜູ້ສູງອາຍຸ ເມື່ອຕິດເຊື້ອ ມີໂອກາດສູງທີ່ກ້າວໄປສູ່ອາການຮຸນແຮງໄດ້.

ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ ທັງພາກລັດ ແລະ ເອກະຊົນ ໃຫ້ພ້ອມໃຈປະຕິບັດຄໍາສັ່ງຂອງທ່ານນາຍົກ ລັດຖະມົນຕີ ສະບັບເລກທີ 15/ນຍ ຢ່າງເຄັງຄັດ ຖ້າບັນດາທ່ານຝ່າຝືນບໍ່ປະຕິບັດຕາມຄໍາສັ່ງ ຈະໄດ້ຖືກປະຕິບັດລະບຽບວິໄນຕາມກົດໝາຍ ແຫ່ງ ສປປ ລາວ.

     ສຳລັບທ່ານທີ່ຈະໄປສັກວັກຊີນ ຖ້າຫາກທ່ານມີພະຍາດປະຈຳໂຕ ຈຳເປັນຕ້ອງໄດ້ກິນຢາ ໃນໄລຍະເວລາດັ່ງກ່າວ ຂໍໃຫ້ທ່ານພົກພາຢາປະຈຳໂຕຂອງທ່ານໄປນຳ ຕາມຄຳແນະນຳຂອງແພດ ນອກຈາກນັ້ນ ການຕື່ມຂໍ້ມູນລົງໃນແບບຟອມ ຖ້າຫາກໃນແບບຟອມ ບໍ່ໄດ້ລະບຸພະຍາດປະຈຳໂຕຂອງທ່ານ ທ່ານສາມາດຕື່ມຂໍ້ມູນເພິ່ມເຕີມໃສ່ໄດ້ ເພື່ອເປັນຂໍ້ມູນໃຫ້ແກ່ແພດໝໍ ໃນການພິຈາະລະນາການສັກວັກຊີນໃຫ້ແກ່ທ່ານ ບັນ ຫາໜຶ່ງທີ່ສຳຄັນ ເວລາທ່ານໄປກວດຊອກຫາເຊື້ອ ຂໍການຮ່ວມມືນຳບັນດາທ່ານ ຂໍໃຫ້ທ່ານແຈ້ງລາຍລະ ອຽດຂອງຕົນເອງຢ່າງຈະແຈ້ງ ຊື່ ນາມສະກຸນ ອາຍຸ ທີ່ຢູ່ ແລະ ເບີໂທລະສັບຕິດຕໍ່ ພ້ອມທັງເບີໂທລະສັບຄວບຄົວຂອງຕົນເພີ່ມ ໃຫ້ແກ່ທີມງານແພດເກັບຕົວຢ່າງ ເພື່ອສະດວກໃນການຕິດຕໍ່ພົວພັນກັບຄືນຫາພວກທ່ານໃນເວລາໄດ້ຜົນກວດ ຖ້າຫາກທ່ານໃດຈົງໃຈປົກປິດຂໍ້ມູນ ຫຼື ລົບຫຼີກ ແມ່ນຈະຖືກປະຕິບັດລະບຽບວິໄນຕາມກົດໝາຍບ້ານເມືອງ. 

      ໃນໄລຍະລໍຖ້າຜົນກວດ ຂໍໃຫ້ບັນດາທ່ານ ຈົ່ງຈໍາກັດບໍລິເວນຢູ່ເຮືອນຂອງຕົນ ຈົນຄົບ 14 ວັນ ແຍກຕົນເອງອອກຈາກຄົນໃນຄອບຄົວ ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ຢ່າງເຄັ່ງຄັດ ຖ້າຜົນກວດບວກ (+) ຈະມີທີມງານແພດຕິດຕໍ່ຫາທ່ານ ເພື່ອຮັບທ່ານເຂົ້ານອນປິ່ນປົວ ຖ້າຜົນກວດລົບ (-) ໃຫ້ທ່ານສືບຕໍ່ຈຳກັດບໍລິເວນຕົນເອງຢູ່ເຮືອນຈົນຄົບ 14 ວັນ ໃນໄລຍະຈໍາກັດບໍລິເວນ ຫາກມີອາການໃດໜຶ່ງເຊັ່ນ: ໄຂ້ ໄອ ດັງບໍ່ໄດ້ກິ່ນ ຫຼື ລີ້ນບໍ່ໄດ້ຮັບລົດຊາດ ໃຫ້ທ່ານກັບຄືນມາກວດ ພ້ອມທັງບອກຂໍ້ມູນກ່ຽວກັບວັນທີ ໃນການກວດຄັ້ງທຳອິດ. 

     ສ່ວນຜູ້ທີ່ຖືກກຳນົດໃຫ້ອອກໂຮງໝໍ ເພື່ອໄປສືບຕໍ່ຕິດຕາມອາການຂອງຕົນຢູ່ເຮືອນແມ່ນ ໃຫ້ປະຕິບັດຕາມຄຳແນະນຳຂອງແພດ ຄື:ແຍກຕົນເອງອອກຈາກຄົນໃນຄອບຄົວ ເປັນເວລາ 7 ວັນ ແລະ ບໍ່ໃຊ້ສິ່ງຂອງຮ່ວມກັນ ວັດແທກ ທ ບັນທຶກອຸນຫະພູມທຸກວັນ ເຊົ້າ-ແລງ ຕິດຕາມອາການຂອງຕົນ ຖ້າຫາກຮູ້ສຶກບໍ່ສະບາຍ ໃຫ້ທ່ານຮີບຮ້ອນໄປພົບແພດຢູ່ສະຖານທີ່ບໍລິການໃກ້ບ້ານທ່ານ. 

     ບັນດາທີ່ນັບຖື ແລະ ຮັກແພງ ທ່ານສາມາດຮັບຂໍ້ມູນຂ່າວສານທີ່ຖືກຕ້ອງ ແລະ ເປັນທາງການ ໄດ້ທາງວິ ທະຍຸກະຈາຍສຽງ ໂທລະພາບ ໜັງສືພິມ ແລະ ສື່ຕ່າງໆ ຂອງລັດຖະບານ ນອກຈາກນີ້ ຍັງມີເວັບໄຊ້ຂອງຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ການລະບາດ ພະຍາດໂຄວິດ-19 ກໍຄື covid19.gov.la ແລະ ເວັບໄຊຂອງກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ cdc.gov.la ເຟດບຸກ ຂອງສູນຂ່າວສານການແພດ ແລະ ສຸຂະສຶກສາ ກະຊວງສາທາລະນະສຸກ ແລະ ສາມາດໂທສອບຖາມ ສາຍດ່ວນ 165 ຫຼື 166 ສຳລັບສູນກາງ ແລະ ສາຍດ່ວນແຂວງ (ລະຫັດແຂວງ ຕາມດ້ວຍ 165 ຫຼື 166). 

ສີ​ພອນ 25.4.2021   

error: Content is protected !!