ກຸ່ມກະສິກຳອິນຊີນະຄອນຫຼວງ ມອບນໍ້າດື່ມຊຸກຍູ້ 4 ພາກສ່ວນ

    ວັນ​ທີ 18 ເມ­ສາ 2020 ຄະ­ນະ​ກຸ່ມ​ກະ­ສິ­ກຳ​ອິນ​ຊີ​ນະ­ຄອນ­ຫຼວງ​ວຽງ​ຈັນ ນຳ​ໂດຍ​ທ່ານ ທອງ​ໄຊ ເພັດ​ນະ­ຄອນ​ສີ ປະ­ທານ​ກຸ່ມ​ກະ­ສິ­ກຳ​ອິນ​ຊີ​ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ນຳ​ນ້ຳ​ດື່ມ 220 ແກັດ ມູນ​ຄ່າ 7.200.000 ກີບ ໄປ​ມອບ​ໃຫ້ 4 ພາກ­ສ່ວນ​ຄື: ໂຮງ­ໝໍ 103 ກອງ­ທັບ 100 ແກັດ ຕຳ­ຫຼວດ​ຈະ­ລາ­ຈອນ​ເມືອງ​ໄຊ​ເສດ​ຖາ (ຈຸດ​ໄຟ​ອຳ­ນາດ​ໂພນ​ທັນ) 30 ແກັດ ກຸ່ມ​ປ້ອງ​ກັນ​ເວນ­ຍາມ​ຕຳ­ຫຼວດ​ນະ­ຄອນ­ຫຼວງ​ວຽງ​ຈັນ+ເມືອງ​ໄຊ​ທາ­ນີ (ຈຸດ​ເສັ້ນ­ທາງ​ເລກ​ທີ 13 ໃຕ້ ຫຼັກ36) 70 ແກັດ ແລະ ຕຳ­ຫຼວດ​ຈະ­ລາ­ຈອນ​ເມືອງ​ປາກ​ງື່ມ (ສາມ​ແຍກ​ທ່າ​ກົກ​ໄຮ) 20 ແກັດ ເພື່ອ​ສະ­ໜັບ­ສະ­ໜູນ​ຕ້ານ ແລະ ສະ­ກັດ​ກັ້ນ​ພະ­ຍາດ​ອັກ­ເສບ​ປອດ​ຈາກ​ເຊື້ອ​ຈຸ​ລະ​ໂຣກ​ສາຍ​ພັນ​ໃໝ່ (COVID-19).

    ຈຳ­ນວນ​ເຄື່ອງ​ຊ່ວຍ­ເຫຼືອ​ຄັ້ງ​ນີ້ ໄດ້​ຈາກ​ການ​ລະ­ດົມ​ນຳ​ສະ­ມາ­ຊິກ​ກຸ່ມ​ກະ­ສິ­ກຳ​ອິນ​ຊີ​ນະ­ຄອນ­ຫຼວງ​ວຽງ​ຈັນ ເຊິ່ງ​ຄັ້ງ​ນີ້​ເປັນ​ຄັ້ງ​ທີ 2 ໂດຍ​ຄັ້ງ​ທີ 1 ມອບ​ເງິນ­ສົດ​ຢູ່​ຫ້ອງ​ວ່າ­ການ​ເງິນ­ສົດ 11 ລ້ານ​ກີບ.

error: Content is protected !!