ກາແດງ ລົງໂຄສະນາວິທີປ້ອງກັນພະຍາດ COVID-19 ໃຫ້ບັນດາຕະຫຼາດທົ່ວ ນວ

    ອົງ­ການ​ກາ­ແດງ ໄດ້​ດຳ­ເນີນ​ການ​ໂຄ­ສະ­ນາ​ເຜີຍ­ແຜ່​ວິ­ທີ​ປ້ອງ​ກັນ​ພະ­ຍາດ​ໂຄ​ວິດ-19 ຕາມ​ສະ­ຖານ­ທີ່​ຕ່າງໆ ໂດຍ​ສະ­ເພາະ​ແມ່ນ​ຕະ­ຫຼາດ​ໃນ​ຂອບ​ເຂດ​ນະ­ຄອນ­ຫຼວງ​ວຽງ​ຈັນ ເພື່ອ​ເຮັດ​ໃຫ້​ພໍ່­ຄ້າ-ແມ່​ຄ້າ ແລະ ຜູ້​ຄົນ​ທີ່​ມາ​ຈັບ​ຈ່າຍ ຊື່​ເຄື່ອງ​ຂອງ ໄດ້​ຮູ້​ເຖິງ​ຜົນ​ຮ້າຍ ແລະ ຮູ້­ຈັກ​ວິ­ທີ​ປ້ອງ​ກັນ ອະ­ນາ­ໄມ ໂດຍ​ສະ­ເພາະ​ແມ່ນ ການ​ລ້າງ​ມື​ດ້ວຍ​ສະ­ບູ ຂ້າ​ເຊື້ອ​ດ້ວຍ​ເຫຼົ້າ 75%-90% ວິ­ທີ​ການ​ໃສ່​ຜ້າ​ປິດ​ປາກ ແລະ ໃສ່​ຖົງ­ມື​ຢ່າງ​ຖືກ​ວິ­ທີ ການ​ເຮັດ­ອະ­ນາ­ໄມ​ເຮືອນ​ຊານ​ເປັນ​ປະ­ຈຳ.

    ໃນ​ການ​ລົງ​ໂຄ­ສະ­ນາ ທີມ​ງານ​ມີ​ການ​ຕິດ​ໂປດ​ສະ​ເຕີ ແລະ ແຈກ​ຜ້າ​ປິດ​ປາກ ແລະ ຖົງ­ມື​ໃຫ້​ພໍ່­ຄ້າ-ແມ່​ຄ້າ ແລະ ຜູ້​ທີ່​ມາ ພ້ອມ​ນັ້ນ ກໍ​ໄດ້​ແນະ­ນຳ​ໃຫ້​ເຂົາ­ເຈົ້າ​ຢູ່​ຫ່າງ​ກັນ ບໍ່​ຊຸມ­ນຸມ​ຫຼາຍ​ຄົນ ຖ້າ​ບໍ່​ຈຳ­ເປັນ ກໍ​ບໍ່​ຄວນ​ອອກ​ຈາກ​ເຮືອນ​ຊານ ແລະ ພ້ອມ​ກັນ​ປະ­ຕິ­ບັດ​ຄຳ​ສັ່ງ​ເລກ​ທີ 06 ຂອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ​ຢ່າງ​ເຄັ່ງ​ຄັດ.

error: Content is protected !!