ພູມໃຈກັນທົ່ວໜ້າ 1 ອາທິດ ບໍ່ມີໃຜຕິດ COVID ເພີ່ມໃນລາວ

    ນັບ​ວ່າ​ເປັນ​ຂ່າວ​ດີ​ທີ່​ສຸດ ທີ່ ສປປ ລາວ ຂອງ​ພວກ​ເຮົາ​ກວດ​ບໍ່​ພົບ​ຜູ້​ຕິດ­ເຊື້ອ COVID-19 ຕິດ­ຕໍ່​ກັນ​ເປັນ​ມື້​ທີ 7 ແລ້ວ ເຊິ່ງ​ຕົວ​ເລກ​ຂອງ​ຜູ້​ທີ່​ຕິດ­ເຊື້ອ​ຍັງ​ຢູ່​ຕົວ​ເລກ 19 ຄົນ ແລະ ປິ່ນ­ປົວ​ດີ ສົ່ງ​ກັບ​ບ້ານ​ແລ້ວ​ຈຳ­ນວນ 2 ຄົນ ຈາກ​ການ​ຖະ­ແຫຼງ​ຂ່າວ​ຂອງ​ຄະ­ນະ​ສະ­ເພາະ​ກິດ ເພື່ອ​ປ້ອງ​ກັນ ຄວບ​ຄຸມ ແລະ ແກ້​ໄຂ​ພະ­ຍາດ​ອັກ­ເສບ​ປອດ​ທີ່​ເກີດ​ຈາກ​ເຊື້ອ​ຈຸ​ລະ​ໂຣກ​ສາຍ​ພັນ​ໃໝ່ COVID-19 ໃນ​ວັນ​ທີ 19 ເມ­ສາ 2020.

    ທ່ານ ພູ­ທອນ ເມືອງ​ປາກ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ຜູ້​ປະ­ຈຳ­ການ​ຄະ­ນະ​ສະ­ເພາະ​ກິດ ກ່າວ​ວ່າ: ໃນ​ວັນ​ທີ 18 ເມ­ສາ 2020 ໄດ້​ເກັບ​ຕົວ­ຢ່າງ​ມາ​ກວດ​ທັງ​ໝົດ 15 ຄົນ ໃນ​ນັ້ນ ມີ​ຜູ້​ສຳ­ຜັດ​ໃກ້­ຊິດ​ກັບ​ຜູ້​ຕິດ­ເຊື້ອ 01 ຄົນ ກໍ­ລະ­ນີ​ມີ​ອາ­ການ​ສົງ­ໄສ 14 ຄົນ (ໃນ​ນີ້ ມີ­ແຮງ​ງານ​ລາວ​ທີ່​ກັບ​ມາ​ແຕ່​ໄທ 0 ຄົນ). ໃນ​ຈຳ­ນວນ 15 ຄົນ​ທີ່​ມາ​ກວດ​ນັ້ນ ມີ​ນະ­ຄອນ­ຫຼວງ​ວຽງ​ຈັນ 11 ຄົນ ແລະ ຕ່າງ​ແຂວງ 04 ຄົນ (ຫຼວງ​ພະ​ບາງ 01 ຄົນ ໄຊ​ສົມ­ບູນ 01 ຄົນ ອັດ​ຕະ​ປຶ 01 ຄົນ ໄຊ​ຍະ​ບູ​ລີ 01 ຄົນ) ຜົນ​ກວດ​ທັງ​ໝົດ 15 ກໍ­ລະ­ນີ​ບໍ່​ພົບ​ເຊື້ອ ໝາຍ​ຄວາມ​ວ່າ​ໃນ​ວັນ​ທີ 18 ເມ­ສາ 2020 ບໍ່​ມີ​ກໍ­ລະ­ນີ​ໃໝ່.

    ນັບ​ແຕ່​ເດືອນ​ມັງ­ກອນ ຮອດ​ວັນ​ທີ 18 ເມ­ສາ 2020 ໄດ້​ເກັບ​ຕົວ­ຢ່າງ​ມາ​ກວດ​ທັງ​ໝົດ​ມີ 1,333 ຄົນ ກວດ​ພົບ​ເຊື້ອ​ທັງ​ໝົດ 19 ຄົນ (07 ມື້​ແລ້ວ​ທີ່​ບໍ່​ມີ​ຜູ້​ຕິດ­ເຊື້ອ​ເພີ່ມ). ຈຳ­ນວນ​ຜູ້​ສຳ­ຜັດ​ໃກ້­ຊິດ​ທັງ​ໝົດ​ທີ່​ໄດ້​ຕິດ­ຕາມ​ແຕ່​ວັນ​ທີ 09 ມີ­ນາ-18 ເມ­ສາ 2020 ມີ​ທັງ​ໝົດ 313 ຄົນ ໝົດ​ກຳ­ນົດ​ຕິດ­ຕາມ​ທັງ​ໝົດ 291 ຄົນ ຍັງ​ສືບ­ຕໍ່​ຕິດ­ຕາມ​ທັງ​ໝົດ 22 ຄົນ ເຊິ່ງ​ມີ​ລາຍ​ລະ­ອຽດ ດັ່ງ­ນີ້: ນະ­ຄອນ­ຫຼວງ​ວຽງ​ຈັນ 21 ຄົນ (ໃນ​ນັ້ນ 13 ຄົນ ແມ່ນ​ຕິດ­ຕາມ​ຢູ່​ໂຮງ­ໝໍ 103 ຕິດ­ຕາມ​ຢູ່​ເຮືອນ 08 ຄົນ ໂດຍ​ສະ­ເລ່ຍ​ຍັງ​ອີກ 07 ມື້ ຈຶ່ງ​ຄົບ​ກຳ­ນົດ​ຕິດ­ຕາມ 14 ວັນ) ແຂວງ​ໄຊ​ສົມ­ບູນ 01 ຄົນ ຕິດ­ຕາມ​ຢູ່​ແຄັມ​ພູ​ຄຳ ແລະ ຄົບ​ກຳ­ນົດ​ໃນ​ການ​ຕິດ­ຕາມ​ມື້­ນີ້.

    ມາ​ຮອດ​ວັນ​ທີ 18 ເມ­ສາ 2020 ທົ່ວ​ປະ­ເທດ​ຍັງ​ມີ​ສູນ​ຈຳ­ກັດ​ບໍ­ລິ­ເວນ​ທັງ​ໝົດ 982 ສູນ ມີ​ຜູ້​ຈຳ­ກັດ​ບໍ­ລິ­ເວນ​ຢູ່​ສູນ 6,191 ຄົນ ຈຳ­ກັດ​ບໍ­ລິ­ເວນ​ຢູ່​ເຮືອນ 5.396 ຄົນ ເກັບ​ຕົວ­ຢ່າງ​ມາ​ກວດ​ວິ­ເຄາະ​ຫາ​ເຊື້ອ​ມີ​ທັງ​ໝົດ 122 ຄົນ ທັງ​ໝົດ​ບໍ່​ພົບ​ເຊື້ອ.

    ປັດ­ຈຸ­ບັນ ຍັງ​ມີ​ຜູ້​ຕິດ­ເຊື້ອ​ນອນ​ຢູ່​ໂຮງ­ໝໍ 17 ຄົນ ຈຳ­ນວນ 03 ຄົນ​ຢູ່​ໂຮງ­ໝໍ​ແຂວງ​ຫຼວງ​ພະ​ບາງ ເຫັນ​ວ່າ​ມີ​ອາ­ການ​ຄົງ​ຕົວ​ຂັ້ນ​ເບົາ­ບາງ ຍັງ​ຕິດ­ຕາມ​ການ​ກວດ​ຫາ​ເຊື້ອ​ເພື່ອ​ຢັ້ງ­ຢືນ ຈຳ­ນວນ 14 ຄົນ​ຢູ່​ໂຮງ­ໝໍ​ມິດ­ຕະ­ພາບ ທັງ​ໝົດ​ເຫັນ​ວ່າ​ມີ​ອາ­ການ​ເບົາ­ບາງ ແລະ ຍັງ​ຕິດ­ຕາມ​ການ​ກວດ​ຫາ​ເຊື້ອ​ເພື່ອ​ຢັ້ງ­ຢືນ.

error: Content is protected !!