8 ວັນຕິດ ເຊື້ອໂຄວິດບໍ່ຕິດເພີ່ມໃນລາວ ຕົວເລກຍັງຄືເກົ່າທີ່ 19 ກໍລະນີ ມີຕິດຕາມສຳຜັດໃກ້ຊິດພຽງ 17

    ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ທັງເປັນຜູ້ປະຈຳການຄະນະສະເພາະກິດຄວບຄຸມພະຍາດໂຄວິດ-19 ພ້ອມຄະນະ ຖະແຫຼງຂ່າວຕໍ່ສື່ມວນຊົນ ໃນວັນທີ 20 ເມສາ 2020 ທີ່ສູນປະຕິບັດຄະນະສະເພາະກິດ ຄວບຄຸມພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (Covid-19) ວ່າ: ສະພາບການເຝົ້າລະວັງ COVID-19 ຢູ່ ສປປ ລາວ ຮອດ 17:00 ໂມງ ຂອງວັນທີ 19 ເມສາ 2020 ວຽກງານຈຸດຜ່ານດ່ານ ຈໍານວນຜູ້ເດີນທາງເຂົ້າມາ ມີທັງໝົດ 997  ຄົນ ຜູ້ເດີນທາງຜ່ານດ່ານລາວ-ໄທ ທັງໝົດ 259 ຄົນ ໃນນັັ້ນ ມີແຮງງານລາວທີ່ກັບມາແຕ່ໄທ 15 ຄົນຜ່ານດ່ານຊ່ອງເມັກ ເຫຼືອນັ້ນແມ່ນພະນັກງານຂັບລົດບັນທຸກຂົນສິນຄ້າ ຜູ້ເດີນທາງຜ່ານດ່ານລາວ-ຈີນ ທັງໝົດ 268 ຄົນ ທັງໝົດແມ່ນພະນັກງານຂັບລົດບັນທຸກຂົນສົ່ງສິນຄ້າ ຜູ້ເດີນທາງຜ່ານດ່ານລາວ-ຫວຽດ ທັງໝົດ 470 ຄົນ ທັງໝົດແມ່ນພະນັກງານຂັບລົດບັນທຸກຂົນສົ່ງສິນຄ້າ ຜູ້ເດີນທາງຜ່ານສະໜາມບິນ 0 ຄົນ ໃນທຸກດ່ານແມ່ນໄດ້ກວດວັດອຸນນະພູມຮ່າງກາຍ ແລະ ບໍ່ມີຄົນເປັນໄຂ້ ສຳລັບແຮງງານລາວ ຈໍານວນ 15 ຄົນ ທີ່ເຂົ້າມາໃໝ່ຜ່ານດ່ານຊ່ອງເມັກ ແມ່ນຈາກແຂວງຈໍາປາສັກ 11 ຄົນ ສາລະວັນ 1 ຄົນ ສະຫວັນນະເຂດ 2 ຄົນ ແລະ ໄຊຍະບູລີ 1 ຄົນ ເຊິ່ງໄດ້ສົ່ງໄປຈຳກັດບໍລິເວນຢູ່ສູນຂອງແຂວງຈົນຄົບກໍານົດ 14 ວັນ. 

    ການເຝົ້າລະວັງ ແລະ ວິເຄາະ ໃນວັນທີ 19 ເມສາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 16 ຄົນ ໃນນັ້ນ ມີຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອ 7 ຄົນ ກໍລະນີມີອາການສົງໄສ 9 ຄົນ (ບໍ່ມີແຮງງານລາວທີ່ກັບມາແຕ່ໄທ) ໃນຈໍານວນ 16 ຄົນທີ່ມາກວດນັ້ນ ທັງໝົດແມ່ນນະຄອນຫຼວງວຽງຈັນ ຜົນກວດທັງໝົດ 16 ກໍລະນີ ບໍ່ພົບເຊື້ອ ໝາຍຄວາມວ່າ ໃນວັນທີ 19 ເມສາ 2020 ບໍ່ມີກໍລະນີໃໝ່. 

    ສຳລັບການຕິດຕາມສະຖານທີ່ຈຳກັດບໍລິເວນ ແລະ ຜູ້ຈຳກັດບໍລິເວນຢູ່ເຮືອນໃນທົ່ວປະເທດ ມາຮອດວັນທີ 19 ເມສາ 2020 ທົ່ວປະເທດ ຍັງມີສູນຈໍາກັດບໍລິເວນທັງໝົດ 699 ສູນ ມີຜູ້ຈຳກັດບໍລິເວນຢູ່ສູນ 4.130 ຄົນ ຈໍາກັດບໍລິເວນຢູ່ເຮືອນ 4.585 ຄົນ ເກັບຕົວຢ່າງມາກວດວິເຄາະຫາເຊື້ອ ມີທັງໝົດ 122 ຄົນ ທັງໝົດບໍ່ພົບເຊື້ອ. 

    ການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ ປັດຈຸບັນຍັງມີຜູ້ຕິດເຊື້ອນອນຢູ່ໂຮງໝໍ 17 ຄົນ ຈຳນວນ 3 ຄົນຢູ່ໂຮງໝໍແຂວງຫຼວງພະບາງ ເຫັນວ່າມີອາການຄົງຕົວ ຂັ້ນເບົາບາງ ຍັງຕິດຕາມການກວດຫາເຊື້ອເພື່ອຢັ້ງຢືນ ສ່ວນຈຳນວນ 14 ຄົນຢູ່ໂຮງໝໍມິດຕະພາບ ທັງໝົດເຫັນວ່າມີອາການເບົາບາງ ແລະ ຍັງຕິດຕາມການກວດຫາເຊື້ອເພື່ອຢັ້ງຢືນ.  

    ເຖິງວ່າສະພາບການຕິດເຊື້ອຢູ່ປະເທດຂອງເຮົາໄດ້ເວັ້ນໄລຍະຫ່າງມາໄດ້ 8 ວັນແລ້ວ ຜູ້ຕິດເຊື້ອປິ່ນ ປົວຢູ່ໂຮງໝໍກໍໄດ້ອອກໂຮງໝໍ 2 ຄົນແລ້ວ ແຕ່ພວກເຮົາຈະບໍ່ໄດ້ລົດລະການເຝົ້າລະວັງ  ຕິດຕາມຄົ້ນຫາຜູ້ສົງໄສທີ່ຈະຕິດເຊື້ອ ໂດຍສະເພາະຜູ້ທີ່ຍັງຈຳກັດບໍລິເວນຕົນເອງຢູ່ສູນ ແລະ ຢູ່ເຮືອນ ລວມທັງຜູ້ເດີນທາງຜ່ານຊາຍແດນເຂົ້າມາໃໝ່ ເພື່ອມາກວດວິເຄາະ ຢັ້ງຢືນພະຍາດໃຫ້ໄດ້ໄວ ແລະ ປິ່ນປົວຢ່າງທັນການ ພວກເຮົາໄດ້ສືກສາສະພາບການລະບາດຂອງປະເທດໃກ້ຄຽງ ແລະ ສະພາບການລະບາດຢູ່ໃນທົ່ວໂລກ ເຫັນວ່າ: ມາຮອດເວລາ 6:00 ໂມງເຊົ້າ ຂອງວັນທີ 19 ເມສາ 2020 ທົ່ວໂລກມີການລາຍງານການລະບາດ ທັງໝົດ 210 (ປະເທດ/ເຂດ) ມີກໍລະນີຢັ້ງຢືນ ຜູ້ຕິດເຊື້ອພະຍາດ COVID-19 ແມ່ນ 2.404.749 (ໃໝ່ 73.983) ເສຍຊິວິດ 164.919 (ໃໝ່ 4.872) ປີ່ນປົວຫາຍດີ 624.717 ຄົນ (ໃໝ່ 29.143) ກວມເອົາແຕ່ຈຳນວນ 45% ຂອງຜູ້ຕິດເຊື້ອໃໝ່ ມີບາງປະເທດຈຳນວນຄົນຕິດເຊື້ອມື້ດຽວ ມີເຖິງ 24.718 ຄົນ ແລະ ເສຍຊີວິດ 1.507 ຄົນຕໍ່ມື້.​ 

    ສະນັ້ນ ເພື່ອສືບຕໍ່ໃຫ້ສະພາບການລະບາດຂອງພະຍາດໂຄວິດຜ່ອນຄາຍລົງໄປເລື້ອຍໆ ເຮັດໃຫ້ພວກເຮົາສາມາດກັບມາດຳລົງຊີວິດຕາມປົກກະຕິໄດ້ ໃນຕໍ່ໜ້ານີ້ ຈຶ່ງຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນບັນດາ ເຜົ່າ ອົງການຈັດຕັ້ງທຸກພາກສ່ວນ ຈົ່ງສືບຕໍ່ຮ່ວມໄມ້ຮ່ວມມື ເປັນເຈົ້າການ ຈັດຕັ້ງປະຕິບັດຄຳສັ່ງເລກທີ 06/ນຍ ແລະ ບັນດາຂໍ້ແນະນຳຕ່າງໆຢ່າງເຂັ້ມງວດ ສະເພາະມື້ນີ້ ສັງເກດເຫັນວ່າ ໃນນະຄອນຫຼວງວຽງຈັນມີການສັນຈອນຂອງລົດລາງພາຫະນະເປັນຈຳນວນຫຼາຍ ຈຶ່ງຂໍໃຫ້ພໍ່ແມ່ປະຊາຊົນ ສືບຕໍ່ຈຳກັດຕົນເອງຢູ່ເຮືອນ ແລະ ກໍຂໍໃຫ້ຄະນະເຈົ້າໜ້າທີ່ກວດກາຄວາມເປັນລະບຽບຮຽບຮ້ອຍຄືໄລຍະຜ່ານມາ ຍ້ອນວ່າຄຳສັ່ງ 06/ນຍ ຍັງສືບຕໍ່ປະຕິບັດອີກ 14 ວັນ ຈົນຮອດວັນທີ 03 ພຶດສະພາ. 

# ຂ່າວ & ພາບ : ສີພອນ ຈັນທະດາລາ

error: Content is protected !!