ຫົວເຫວີຍ ເປີດສູນຄວາມໂປ່ງໃສດ້ານຄວາມປອດໄພທາງອິນເຕີເນັດ ແລະ ຄວາມເປັນສ່ວນຕົວໃນໂລກທີ່ໃຫຍ່ທີ່ສຸດໃນຈີນ

    ຫົວເຫວີຍ ເປີດສູນຄວາມໂປ່ງໃສດ້ານຄວາມປອດໄພ ແລະ ຄວາມເປັນສ່ວນຕົວດ້ານຄວາມປອດໄພທາງອິນເຕີເນັດທີ່ໃຫຍ່ທີ່ສຸດໃນເມືອງຕົງກວນ ສປ ຈີນ ວັນທີ 9 ມິຖຸນາ 2021 ໂດຍມີຜູ້ຕາງໜ້າຈາກອົງການການສື່ສານຜ່ານມືຖືທົ່ວໂລກ ບໍລິສັດພັດທະນາລະບົບຊອບແວ ສະຖາບັນມາດຕະຖານອັງກິດ ແລະ ຜູ້ຄວບຄຸມຈາກສະຫະລັດເອມີເຣດ ແລະ ອິນໂດເນເຊຍ ໃຫ້ກຽດໃຫ້ຄໍາປາໄສໃນພິທີດັ່ງກ່າວ ຄຽງຄູ່ກັບການເປີດສູນໃໝ່ ຫົວເຫວີຍຍັງໄດ້ເຜີຍແຜ່ຜະລິດຕະພັນພື້ນຖານດ້ານຄວາມປອດໄພທາງໄຊເບີ ເຊິ່ງເປັນຄັ້ງທຳອິດທີ່ບໍລິສັດໄດ້ສ້າງພື້ນຖານດ້ານຄວາມປອດໄພດ້ານຜະລິດຕະພັນ ແລະ ການຈັດການຄຸ້ມຄອງທີ່ມີໃຫ້ຂະແໜງອຸດສາຫະກຳ ການລິເລີ່ມຄັ້ງນີ້ ແມ່ນສ່ວນໜຶ່ງຂອງຄວາມພະຍາຍາມເປີດກວ້າງຂອງບໍລິສັດ ໃນການມີສ່ວນຮ່ວມກັບລູກຄ້າ ຜູ້ສະໜອງ ອົງການຈັດຕັ້ງ ແລະ ພາກສ່ວນກ່ຽວຂ້ອງ ເພື່ອຮ່ວມກັນສ້າງຄວາມປອດໄພດ້ານອິນເຕີເນັດ.

    ທ່ານ ເຄນ ຫູ ປະທານໝູນວຽນຂອງຫົວເຫວີຍ ກ່າວວ່າ: ຄວາມປອດໄພທາງໄຊເບີ ​​ມີຄວາມສຳຄັນຢ່າງຍິ່ງ ໃນຖານະທີ່ເປັນໜຶ່ງໃນອຸດສາຫະກຳ ພວກເຮົາຈຳເປັນຕ້ອງເຮັດວຽກຮ່ວມກັນ ແບ່ງປັນປະສົບການທີ່ດີທີ່ສຸດ ແລະ ສ້າງຄວາມສາມາດໃນການຈັດການດູແລມາດຕະຖານ ເຕັກໂນໂລຊີ ແລະ ການກວດສອບ ພວກເຮົາຕ້ອງສ້າງຄວາມໄວ້ວາງໃຈໃຫ້ປະຊາຊົນ ແລະ ໜ່ວຍງານຄວບຄຸມ ໃນເລື່ອງຄວາມປອດໄພຂອງຜະລິດຕະພັນ ແລະ ການບໍລິການທີ່ພວກເຂົາຊົມໃຊ້ແຕ່ລະວັນ ພ້ອມນີ້ ຍັງຕ້ອງຮັກສາຄວາມສົມດຸນທີ່ຖືກຕ້ອງລະຫວ່າງຄວາມປອດໄພ ແລະ ການພັດທະນາໃນໂລກດີຈີຕອນທີ່ນັບມື້ເພີ່ມຂຶ້ນ.

    ພາຍໃນເວລາບໍ່ດົນ ການຫັນເປັນອຸດສາຫະກຳດີຈີຕອນ ແລະ ເຕັກໂນໂລຊີໃໝ່ໆ ເຊັ່ນ: 5G ແລະ AI ຈະເຮັດໃຫ້ໄຊເບີມີຄວາມສັບສົນຫຼາຍກ່ວາເກົ່າ ປະກອບກັບການທີ່ປະຊາຊົນໄດ້ໃຊ້ຈ່າຍເງິນເປັນສ່ວນໃຫຍ່ໃນການດໍາລົງຊີວິດຜ່ານອິນເຕີເນັດ ຕະຫຼອດການລະບາດຂອງໂຄວິດ-19 ທ່າອ່ຽງເຫຼົ່ານີ້ ຈະເຮັດໃຫ້ເກີດຄວາມສ່ຽງດ້ານຄວາມປອດໄພທາງອິນເຕີເນັດເພີ່ມຂຶ້ນ ຫົວເຫວີຍຈຶ່ງໄດ້ເປີດສູນຄວາມປອດໄພ ແລະ ຄວາມເປັນສ່ວນຕົວທາງອິນເຕີເນັດແຫ່ງໃໝ່ໃນເມືອງຕົງກວນເພື່ອແກ້ໄຂບັນຫາເຫຼົ່ານີ້ ເຊິ່ງເປັນການເປີດເວທີໃຫ້ພາກສ່ວນທີ່ກ່ຽວຂ້ອງ ສາມາດແບ່ງປັນປະສົບການ ແລະ ຄວາມຊ່ຽວຊານໃນດ້ານການບໍລິຫານໄຊເບີ ເພື່ອຄົ້ນຫາວິທີການແກ້ໄຂດ້ານເຕັກນິກ ສູນດັ່ງກ່າວ ຖືກອອກແບບມາເພື່ອສະແດງວິທີແກ້ໄຂ ແລະ ແລກປ່ຽນປະສົບການ ອຳນວຍຄວາມສະດວກໃຫ້ການສື່ສານ ແລະ ການປະດິດສ້າງຮ່ວມກັນ ແລະ ສະໜັບສະໜູນການທົດສອບ ແລະ ການກວດສອບຄວາມປອດໄພ ເປີດໃຫ້ຜູ້ດູແລຄວບຄຸມ ອົງການກວດສອບ ແລະ ອົງການຈັດຕັ້ງ ພ້ອມທັງລູກຄ້າ ຄູ່ຮ່ວມງານ ແລະ ຜູ້ສະໜອງ.

    ເພື່ອເປັນແນວທາງດຽວໃນການຮັກສາຄວາມປອດໄພທາງອິນເຕີເນັດໃນອຸດສະຫະກຳໂທລະຄົມ ອົງການຕ່າງໆ ເຊັ່ນ: ອົງການການສື່ສານຜ່ານມືຖືທົ່ວໂລກ ແລະ ໂຄງການຮ່ວມມືຮຸ່ນທີ 3 ໄດ້ເຮັດວຽກຮ່ວມກັບພາກສ່ວນກ່ຽວຂ້ອງໃນອຸດສະຫະກຳ ເພື່ອສົ່ງເສີມຂໍ້ກໍານົດຂອງລະບົບປະກັນຄວາມປອດໄພຂອງອຸປະກອນເຄືອຂ່າຍ ຂໍ້ມູນພື້ນຖານເຫຼົ່ານີ້ໄດ້ຮັບການຍອມຮັບຢ່າງກວ້າງຂວາງໃນຂະແໜງອຸດສະຫະກຳ  ແລະ ຈະມີບົດບາດສຳຄັນໃນການພັດທະນາ ແລະ ກວດສອບເຄືອຂ່າຍທີ່ປອດໄພ.                    

    ທ່ານ Mats Granryd ຜູ້ອຳນວຍການໃຫຍ່ອົງການການສື່ສານຜ່ານມືຖືທົ່ວໂລກ ກ່າວວ່າ: ການໃຫ້ບໍລິການທີ່ມີຢູ່ ແລະ ບໍລິການໃໝ່ໃນຍຸກ 5G ຈະອີງໃສ່ການເຊື່ອມຕໍ່ທີ່ສະໜອງໃຫ້ໂດຍເຄືອຂ່າຍມືຖື ແລະ ໂດຍພື້ນຖານຈະອີງໃສ່ເຕັກໂນໂລຊີທີ່ມີຄວາມປອດໄພ ແລະ ເຊື່ອຖືໄດ້ ການລິເລີ່ມຕ່າງໆ ເຊັ່ນ: ຖານຂໍ້ມູນດ້ານຄວາມປອດໄພຂອງເຄືອຂ່າຍ 5G ໂດຍອົງການການສື່ສານຜ່ານມືຖືທົ່ວໂລກ ຖືກອອກແບບມາເພື່ອຊ່ວຍໃຫ້ຜູ້ຊົມໃຊ້ເຂົ້າໃຈ ຫຼຸດຜ່ອນຄວາມສ່ຽງຂອງເຄືອຂ່າຍ ແລະ ອຳນວຍຄວາມສະດວກໃນການປັບປຸງລະດັບຄວາມປອດໄພຂອງອຸປະກອນເຄືອຂ່າຍໃນທົ່ວຂະແໜງການ.

    ໃນງານດັ່ງກ່າວ ຫົວເຫວີຍ ຍັງໄດ້ເຜີຍແຜ່ຜະລິດຕະພັນພື້ນຖານດ້ານຄວາມປອດໄພ ຈາກປະສົບການທີ່ໄດ້ສະສົມເປັນເວລາຫຼາຍກວ່າໜຶ່ງທົດສະວັດ ໃນການຄຸ້ມຄອງຄວາມປອດໄພຜະລິດຕະພັນ ເຊິ່ງປະກອບມີມາດຕະຖານດ້ານເຕັກນິກ ແລະ ຂໍ້ກຳນົດທີ່ຫຼາກຫຼາຍ ໂຄງລ່າງພື້ນຖານຮ່ວມກັບກົນໄກການບໍລິຫານອື່ນໆຂອງຫົວເຫວີຍ ຊ່ວຍຮັບປະກັນຄຸນນະພາບ ຄວາມປອດໄພ ແລະ ຄວາມໜ້າເຊື່ອຖືຂອງຜະລິດຕະພັນຂອງບໍລິສັດ ຫຼາຍປີຜ່ານມາ ຫົວເຫວີຍໄດ້ສ້າງເຄືອຂ່າຍຫຼາຍກວ່າ 1.500 ເຄືອຂ່າຍ ທີ່ເຊື່ອມຕໍ່ຫຼາຍກວ່າ 3.000 ລ້ານຄົນ ໃນ 170 ປະເທດ ແລະ ພາກພື້ນ.

    ທ່ານ Sean Yang ຜູ້ອຳນວຍການສຳນັກງານຄວາມປອດໄພ ແລະ ຄວາມເປັນສ່ວນຕົວຂອງຫົວເຫວີຍ ກ່າວວ່າ: ພວກເຮົາຂໍເຊີນຊວນທຸກພາກສ່ວນທີ່ກ່ຽວຂ້ອງ ລວມທັງລູກຄ້າ ໜ່ວຍງານຄວບຄຸມ ອົງການຈັດຕັ້ງ ຜູ້ໃຫ້ບໍລິການດ້ານເຕັກໂນໂລຊີ ແລະ ອົງການຈັດຕັ້ງກວດສອບ ເຂົ້າຮ່ວມກັບພວກເຮົາໃນການປຶກສາຫາລື ແລະ ເຮັດວຽກກ່ຽວກັບພື້ນຖານຄວາມປອດໄພທາງອິນເຕີເນັດ.

    ໃນປັດຈຸບັນ ອຸດສາຫະກຳຍັງຂາດແນວທາງການປະສານງານ ໂດຍສະເພາະໃນດ້ານຄວາມສາມາດທາງເຕັກນິກ ການຮັບຮອງ ແລະ ການຮ່ວມມື ພ້ອມນີ້ທ່ານ ເຄນ ຫູ ຍັງໄດ້ສະຫຼຸບວ່າ: ຄວາມສ່ຽງດ້ານຄວາມປອດໄພທາງໄຊເບີ ແມ່ນຄວາມຮັບຜິດຊອບຮ່ວມກັນ ລັດຖະບານ ອົງການຈັດຕັ້ງມາດຕະຖານ ແລະ ຜູ້ໃຫ້ບໍລິການດ້ານເຕັກໂນໂລຢີຕ້ອງໄດ້ເຮັດວຽກຮ່ວມກັນເປັນໜຶ່ງດຽວ ເພື່ອສ້າງຄວາມເຂົ້າໃຈກ່ຽວກັບສິ່ງທ້າທາຍດ້ານຄວາມປອດໄພທາງອິນເຕີເນັດ ພວກເຮົາຕ້ອງກໍານົດເປົ້າໝາຍຮ່ວມກັນ ແລະ ເຮັດວຽກຮ່ວມກັນເພື່ອສ້າງສະພາບແວດລ້ອມດີຈີຕອນທີ່ໜ້າເຊື່ອຖື ຕອບສະໜອງກັບສິ່ງທ້າທາຍຂອງວັນນີ້ ແລະ ວັນຕໍ່ໄປ.

# ຂ່າວ & ພາບ: ສະບາໄພ

error: Content is protected !!