ລັດຖະບານ ເລັ່ງແກ້ໄຂຜົນກະທົບຕໍ່ເສດຖະກິດ ຈາກການລະບາດຂອງໂຄວິດ-19

    ຄະນະກຳມະການສະເພາະກິດດ້ານເສດຖະກິດ ໄດ້ຈັດກອງປະຊຸມຫາລືແກ້ໄຂຜົນກະທົບຕໍ່ເສດຖະກິດ ຈາກການລະບາດຂອງພະຍາດໂຄວິດ-19 ຂຶ້ນ ໃນວັນທີ 20 ເມສາ 2020 ທີ່ກະຊວງແຜນການ ແລະ ການລົງທຶນ (ຜທ) ໂດຍເປັນປະທານຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະ ມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ເຊິ່ງມີຄະນະກຳມະການສະເພາະກິດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ກອງປະຊຸມຄັ້ງນີ້ ມີຈຸດປະສົງເພື່ອປຶກສາຫາລືການຈັດຕັ້ງຜັນຂະຫຍາຍ 10 ນະໂຍບາຍ ແລະ 9 ມາດຕະການທາງດ້ານເສດຖະກິດຂອງລັດຖະບານວາງອອກ ພ້ອມທັງໄດ້ພ້ອມກັນຄົ້ນຄວ້າກ່ຽວກັບການແກ້ໄຂຜົນກະທົບ ແລະ ຜັນຂະຫຍາຍນະໂຍບາຍມາດຕະການຕ່າງໆເພື່ອຫຼຸດຜ່ອນຜົນກະທົບຂອງພະຍາດໂຄວິດ ຕໍ່ເສດຖະກິດຂອງລາວ ເພື່ອກະກຽມການລາຍງານຕໍ່ກອງປະຊຸມລັດຖະບານໃນວັນທີ 23​ ເມສາ 2020 ທີ່ຈະມາເຖິງນີ້ ເຊິ່ງຜ່ານມາກໍໄດ້ມີການປະກອບຄໍາເຫັນເຂົ້າໃນວຽກງານດັ່ງກ່າວໃນກອງປະຊຸມທາງໄກໃນວັນ 14 ເມສາ 2020 ຜ່ານມາ ແຕ່ວ່າທ່ານນາຍົກລັດຖະມົນຕີໄດ້ຊີ້ນຳ ແລະ ເນັ້ນໜັກຕື່ມ ໃຫ້ປັບປຸງໃຫ້ລະອຽດກວ່າເກົ່າ ກ່ຽວກັບຮ່າງບົດລາຍງານຂອງຄະນະສະເພາະກິດດ້ານເສດຖະກິດ ຕາມຂໍ້ຕົກລົງ 32/ນຍ.

    ນອກນັ້ນ ກອງປະຊຸມຍັງໄດ້ຄົ້ນຄວ້າຕໍ່ບັນດາຂໍ້ສະເໜີຂອງພາກທຸລະກິດ ຕໍ່ຜົນກະທົບຕ່າງໆ ເພື່ອນະໂຍບາຍແກ້ໄຂຄວາມຫຍຸ້ງຍາກ ແລະ ການຊ່ວຍເຫຼືອຕໍ່ປະຊາຊົນ ແລະ ສັງຄົມ ພ້ອມທັງຄົ້ນຄວ້າ ບັນດານະໂຍບາຍ ແລະ ມາດຕະການເພີ່ມຕື່ມ ເພື່ອຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ມີປະສິດທິຜົນຫຼາຍຂຶ້ນ.

    ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມເປັນຫ່ວງເປັນໄຍຕໍ່ບັນຫາແຮງງານເຊິ່ງອາດຈະໄດ້ຮັບຜົນກະທົບທີ່ໜັກໜ່ວງສົມຄວນ ນັບທັງຢູ່ໃນລະບົບປະກັນສັງຄົມ ນອກລະບົບປະກັນສັງຄົມ ແຮງງານອາຊີບ ແລະ ແຮງງານອິດສະຫຼະ ເນື່ອງຈາກວ່າບັນດາໂຮງຈັກໂຮງງານໄດ້ມີການປິດໂຕຊົ່ວຄາວ ອັນໄດ້ສົ່ງຜົນກະທົບໜັກຕໍ່ຜູ້ທີ່ຫາເຊົ້າກິນຄ່ຳ ສະນັ້ນໃນຖານະລັດຖະບານເປັນຜູ້ຮັບໃຊ້ບໍລິການປະຊາຊົນ ຕ້ອງພ້ອມກັນຊອກຫາວິທີການແກ້ໄຂບັນຫາດັ່ງກ່າວຢ່າງເລັ່ງດ່ວນ ເພາະມັນໄດ້ສົ່ງກະທົບເຖິງຊີວິດການເປັນຢູ່ ຂອງພໍ່ແມ່ປະຊາຊົນລາວບັນດາເຜົ່າ ແລະ ອື່ນໆ.

error: Content is protected !!