ພະແນກອຸດສາຫະກຳ ແລະ ການຄ້າ ນວ ປັບປຸງການຈັດຕັ້ງໃໝ່

    ພິທີປະກາດການຈັດຕັ້ງຂອງພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ຈັດຂຶ້ນວັນທີ 9 ມິຖຸນາ 2021 ໂດຍເປັນປະທານຂອງທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ມີ ທ່ານ ນາງ ວັນມະນີ ພິມມະສານ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນວ ພ້ອມຕາງໜ້າຄະ ນະຈັດຕັ້ງ ນວ ກົມຈັດຕັ້ງ ແລະ ພະນັກງານກະຊວງ ແລະ ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງເຂົ້າຮ່ວມ. 

    ການປະກາດການແຕ່ງຕັ້ງຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນວ ແຕ່ງຕັ້ງຮອງຜູ້ອຳ ນວຍການບໍລິສັດລັດວິສາຫະກິດສະບຽງອາຫານ ນວ ແລະ ແຕ່ງຕັ້ງຫົວໜ້າຄຸ້ມຄອງຈັດສັນສູນການຄ້າ ສາກົນຊັ່ງຈຽງຄັ້ງນີ້ ແມ່ນປະຕິບັດຕາມຂໍ້ຕົກລົງຂອງເຈົ້າຄອງນະຄອນຫຼວງວຽງຈັນ ວ່າດ້ວຍການແຕ່ງຕັ້ງພະນັກງານ  ໂດຍເຈົ້າຄອງນະຄອນຫຼວງວຽງຈັນ ຕົກລົງແຕ່ງຕັ້ງ

  • ທ່ານ ນາງ ທັດດາວັນ ສິກະເສີມຄ່ຽມ ຫົວໜ້າຫ້ອງການສັງລວມບໍລິຫານ ແລະ ຈັດຕັ້ງ ເປັນຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນວ 
  • ແຕ່ງຕັ້ງ ທ່ານ ພຸດທະສິດ ສີສຸວົງ ຫົວໜ້າຂະແໜງກວດກາລັດ ເປັນຮອງຜູ້ອຳນວຍການບໍລິສັດລັດວິສາຫະກິດສະບຽງອາຫານ ນວ 
  • ແຕ່ງຕັ້ງ ທ່ານ ພູວອນ ພູສະເຫວີຍ ຮັກສາການຫົວໜ້າຄຸ້ມຄອງ-ຈັດສັນສູນການຄ້າສາກົນຊັ່ງຈຽງ ເປັນຫົວໜ້າຄຸ້ມຄອງ-ຈັດສັນສູນການຄ້າສາກົນຊັ່ງຈຽງ. 

    ສຳລັບການປະກາດການແຕ່ງຕັ້ງຄັ້ງນີ້ ເພື່ອເປັນການປັບປຸງກົງຈັກການຈັດຕັ້ງ ແລະ ສັບຊ້ອນພະນັກງານຜູ້ທີ່ມີຄວາມຮູ້-ຄວາມສາມາດນຳພາ ແລະ ກໍ່ສ້າງພະນັກງານຫຼັກແຫຼ່ງ ຍົກລະດັບຄວາມຮູ້ຄວາມສາມາດຂອງບຸຄະລາກອນ ເພື່ອນຳພາວຽກງານຕ່າງໆໃນຂົງເຂດອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ໃຫ້ເຕີບໃຫຍ່ເຂັ້ມແຂງເທື່ອລະກ້າວ. 

# ຂ່າວ-ພາບ :  ຊິລິການດາ

error: Content is protected !!