​ປະກາດແຕ່ງຕັ້ງຫົວໜ້າພະແນກ ແລະ ຮອງພະແນກ ພບ ນວ

    ພິທີປະກາດການແຕ່ງຕັ້ງຫົວໜ້າພະແນກ ແລະ ຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ນະຄອນຫຼວງວຽງຈັນ (ພບ ນວ) ຈັດຂຶ້ນວັນທີ 10 ມິຖຸນາ 2021 ຢູ່ພະແນກດັ່ງກ່າວ ມີທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ທ່ານນາງ ຈັນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ບັນດາຫົວໜ້າພະແນກການອ້ອມຂ້າງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

      ທ່ານ ບຸນໜາ ຜາທຸມມະວົງ ຫົວໜ້າຄະນະຈັດຕັ້ງ ນວ ໄດ້ຜ່ານຂໍ້ຕົກລົງຂອງເຈົ້າຄອງ ນວ ວ່າດ້ວຍການແຕ່ງຕັ້ງຫົວໜ້າພະແນກ ພບ ນວ ວ່າ: ອີງຕາມກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ການຕົກລົງເຫັນດີຂອງກອງປະຊຸມຄະນະປະຈຳພັກ ນວ ແລະ ຂໍ້ຕົກລົງຂອງລັດຖະມົນຕີກະຊວງ ພບ ວ່າດ້ວຍການຍົກຍ້າຍລັດຖະກອນໄປຮັບໜ້າທີ່ໃໝ່ຢູ່ພະແນກ ພບ ນວ ແລະ ອີງຕາມໜັງສືສະເໜີຂອງຄະນະຈັດຕັ້ງ ນວ ເຊິ່ງເຈົ້າຄອງນະຄອນຫຼວງວຽງຈັນ ຕົກລົງເຫັນດີແຕ່ງຕັ້ງທ່ານ ປອ ເສີມຄໍາ ທຸມມະວົງສາ ຮອງຫົວໜ້າສະຖາບັນສົ່ງເສີມພະລັງງານທົດແທນ ກະຊວງ ພບ ເປັນຫົວໜ້າແນກ ພບ ນວ ແລະ ຕົກລົງແຕ່ງຕັ້ງທ່ານ ສີສຸພັນ ໄຊປັນຍາ ຮອງຫົວໜ້າພະແນກການເງິນ ນວ ເປັນຮອງຫົວໜ້າພະແນກ ພບ ນວ  ເພື່ອສືບຕໍ່ຊີ້ນຳ-ນຳພາວຽກງານໃນຂົງເຂດ ພບ ນວ ໃຫ້ມີຜົນສຳເລັດຍິ່ງຂຶ້ນ.

  ໂອກາດນີ້ ທ່ານ ອາດສະພັງທອງ ສີພັນດອນ  ໄດ້ໃຫ້ກຽດໂອ້ລົມ ສະແດງຄວາມຍ້ອງຍໍ ຊົມເຊີຍຕໍ່ຜູ້ທີ່ຖືກແຕ່ງຕັ້ງ ແລະ ຍົກໃຫ້ເຫັນການປັບປຸງການຈັດຕັ້ງ ເຊິ່ງເປັນວຽກງານໜຶ່ງທີ່ສໍາຄັນຂອງໂຄງປະກອບການຈັດຕັ້ງນວ ໃຫ້ມີຄວາມສອດຄ່ອງໃນແຕ່ລະຕຳແໜ່ງງານ ເຊິ່ງຜູ້ທີ່ຖືກແຕ່ງຕັ້ງຄັ້ງນີ້ ລ້ວນແຕ່ເປັນຜູ້ມີຄວາມຮູ້ຄວາມສາມາດ ແລະ ຜ່ານການຕົກລົງເຫັນດີຈາກຄະນະພັກຂັ້ນເທິງຢ່າງຄົບຖ້ວນ ຈຶ່ງໄດ້ຮັບໜ້າທີ່ອັນສຳຄັນດັ່ງກ່າວ ແລະ ເນັ້ນໃຫ້ຜູ້ທີ່ແຕ່ງຕັ້ງ ຕ້ອງຍົກສູງຄວາມຮັບຜິດຊອບຊີ້ນໍາ-ນໍາພາວຽກງານຂອງຕົນ ແລະ ນໍາພາສະມາຊິກພັກພະນັກງານຈັດຕັ້ງປະຕິບັດແຜນພັດທະນາໃຫ້ສໍາເລັດ ເປັນຕົ້ນ ການເພີ່ມທະວີກຳແໜ້ນແນວທາງນະໂຍບາຍຂອງພັກ ໂດຍສະເພາະມະຕິ 7 ຂອງອົງຄະນະພັກ ນວ ວາງອອກ ຈົ່ງພ້ອມກັນຈັດຕັ້ງປະຕິບັດໃຫ້ບຸກທະລຸຢ່າງແຂງແຮງ ຜັນຂະຫຍາຍແນວທາງການພັດທະນາຂະແໜງການທີ່ຕິດພັນກັບວຽກງານ ພບ ໃຫ້ບັນລຸ ໂດຍສະເພາະຈັດຕັ້ງປະຕິບັດວຽກງານ ສ ສະຫວ່າງ ຂອງ ນວ ປະກົດຜົນເປັນຈິງ ພ້ອມນັ້ນ ກໍຕ້ອງເພີ່ມທະວີການປະສານວຽກງານໃຫ້ສອດຄ່ອງໃນແຕ່ລະຂັ້ນ  ເປັນຕົ້ນ ການແບ່ງຂັ້ນຄຸ້ມຄອງ ການສໍາປະທານ ການດຳເນີນງານ ແລະ ອື່ນໆເພື່ອຮັບປະກັນເຮັດໃຫ້ການເຄື່ອນໄຫວວຽກງານແຕ່ລະດ້ານຂອງຂະແໜງ ພບ ມີຜົນສຳເລັດເທື່ອລະກ້າວ.

# ຂ່າວ & ພາບ:  ລັດເວລາ

.

error: Content is protected !!