ຮອງນາຍົກ ລົງຢ້ຽມຢາມໂຄງການພັດທະນາທ່າບົກທ່ານາແລ້ງ ແລະ ເຂດໂລຈິສຕິກ

   ວັນທີ 10 ມິຖຸນາ 2021 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍລັດຖະມົນຕີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ກະຊວງການເງິນ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມຄະນະ ໄດ້ໄປຢ້ຽມຢາມເພື່ອຊຸກຍູ້ໂຄງການພັດທະນາທ່າບົກທ່ານາແລ້ງ ແລະ ເຂດໂລຈິສຕິກນະຄອນຫຼວງວຽງຈັນ ຖືກຕ້ອນຮັບໂດຍທ່ານ ຈັນທອນ ສິດທິໄຊ ປະທານບໍລິສັດ ວຽງຈັນໂລຈິສຕິກພາກ ຈຳກັດ ພ້ອມດ້ວຍຄະນະບໍລິຫານ ແລະ ພະນັກງານບໍລິສັດ ແລະ ໂຄງການດັ່ງກ່າວ ເຊິ່ງໂຄງການດັ່ງກ່າວ ຕັ້ງຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ການດຳເນີນໂຄງການມາຮອດປັດຈຸບັນ ມີຄວາມຄືບໜ້າເລັດແລ້ວ 70%.

    ໂອກາດນີ້ ທ່ານຮອງນາຍົກລັດຖະມົນຕີໄດ້ສະແດງຄວາມຊົມເຊີຍມາຍັງບໍລິສັດ​ບໍລິສັດ ວຽງ​ຈັນ​ໂລຈິສຕິ​ກ ພາກ ຈຳ​ກັດ ກໍຄືຜູ້ບໍລິຫານ ແລະ ພະນັກງານທີ່ໄດ້ເອົາໃຈໃສ່ດຳເນີນໂຄງການດັ່ງກ່າວມີຄວາມຄືບໜ້າ ແລະ ສຳເລັດຕາມແຜນການທີ່ວາງໄວ້ ເຖິງວ່າສະພາບໃນປັດຈຸບັນຈະມີຄວາມຫຍຸ້ງຍາກປານໃດກໍຕາມ ເປັນຕົ້ນ ການລະບາດຂອງພະຍາດໂຄວິດ-19 ພ້ອມນີ້ ທ່ານຍັງໄດ້ຊີ້ນໍາໃຫ້ບໍລິສັດສືບ​ຕໍ່​ປະຕິບັດ​ໜ້າ​ວຽກ​ໂຄງການ​ ​ແລະ ຂົນຂວາຍ​ປຸກ​ລະດົມ​ເອົາ​ນັກ​ລົງທຶນ​ຕ່າງປະ​ເທດ​ມາ​ຮ່ວມ​ລົງທຶນ​ພັດທະນາ​ໂຄງການ​ໃຫ້​ສຳ​ເລັດ​ໂດຍ​ໄວ ເນື່ອງ​ຈາກ​ໂຄງການ​ດັ່ງກ່າວເປັນ​ໂຄງການ​ບູລິ​ມະ​ສິດ​ຂອງ​ຍຸດ​ທະ​ສາດ​ພັດທະນາ​ໂລ​ຈິ​ສຕິກ​ແຫ່ງ​ຊາດ​ປີ 2016-2025 ​ແລະ ​ເປັນ​ໂຄງການໜຶ່ງ​ທີ່ມີ​ຄວາມ​ສຳຄັນ​ໃນ​ການ​ຂົນ​ສົ່ງ​ສິນຄ້າຕ່າງ​ໆ ແລະ ໂອກາດນີ້ ທ່ານຮອງນາຍົກລັດຖະ ມົນຕີ ພ້ອມຄະນະ ຍັງໄດ້ໄປເບິ່ງໜ້າວຽກຢູ່ພາກສະໜາມຂອງໂຄງການຕື່ມອີກ.

# ຂ່າວ & ພາບ:  ສົມສະຫວັນ

error: Content is protected !!