ສະພາກາຊາດໄທ ຈະໃຫ້ການຊ່ວຍບັນເທົາທຸກກ່ຽວກັບຜົນກະທົບໄພນ້ຳຖ້ວມຂອງ ສປປ ລາວ

    ໃນວັນທີ 15 ມີຖຸນາ 2021 ທ່ານ ຮສຈ ດຣ ພູທອນ ເມືອງປາກ ປະທານອົງການກາແດງລາວ ພ້ອມດ້ວຍຄະນະ ເຂົ້າຮ່ວມກອງປະຊຸມທາງໄກກັບສະພາກາຊາດໄທ ນຳໂດຍທ່ານ ເຕດ ບຸນນາກ ເລຂາທິການສະພາກາຊາດໄທ ເພື່ອປືກສາຫາລືວຽກງນມະນຸດສາທຳ ແລະ ແລກປຽ່ນຄຳຄິດຄຳເຫັນນຳກັນ.

    ໂອກາດດັ່ງກ່າວ ທ່ານ ເຕດ ບຸນນາກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການມາຮັບໜ້າທີ່ໃໝ່ຂອງປະທານອົງການກາແດງລາວ ທັງເປັນການຈະສືບຕໍ່ສາຍພົວພັນລະຫວ່າງອົງການກາແດງລາວ ແລະ ສະພາກາຊາດໄທ ທີ່ມີມາຍາວນານໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

     ໂອກາດດຽວກັນ ປະທານອົງການກາແດງລາວ ໄດ້ປຶກສາຫາລືແລກປ່ຽນບົດຮຽນນຳກັນຫຼາຍບັນຫາ ແລະ ທົບທວນຄືນກອບແຜນການຮ່ວມມືໃນໄລຍະຜ່ານມາ ແລະ ແຜນໃນຕໍ່ໜ້າ ພ້ອມວຽກງານອື່ນໆ ເພື່ອກຳນົດເປັນວຽກບູລິມະສິດເປົ້າໝາຍ ແລະ ໂຄງການ ເພື່ອຈັດຕັ້ງປະຕິບັດເປັນໂຄງການໃນຕໍ່ໜ້າ ເປັນຕົ້ນ ໂຄງການສ້າງຂີດຄວາມສາມາດລະບົບສາງ  ໂຄງການເສີມສ້າງຄວາມເຂັ້ມແຂງວຽກງານເລືອດ ໂຄງການສ້າງຄວາມເຂັ້ມແຂງທາງດ້ານບຸຄະລາກອນ ແລະ ອາສາສະໝັກກາແດງ ໂຄງການເສີມສ້າງຂີດຄວາມສາມາດໃຫ້ເຍົາວະຊົນຢູ່ບັນດາແຂວງເປົ້າໝາຍ ນອກນັ້ນ ຍັງມີຫຼາຍໂຄງການທີ່ຍັງຈະຕ້ອງໄດ້ສືບຕໍ່ໃນການຈັດຕັ້ງປະຕິບັດ.

    ພ້ອມນີ້ ສະພາກາຊາດໄທ ຢືນຢັນຈະສືບຕໍ່ໃຫ້ການຊ່ວຍເຫຼືອໃນໂຄງການຕ່າງໆ ທີຢູ່ໃນຂອບການຊ່ວຍເຫຼືອ ແລະ ພ້ອມໃຫ້ການສະໜັບສະໜູນກາແດງລາວ ເປັນຕົ້ນແມ່ນວຽກຊ່ວຍເຫຼືອບັນເທົາທຸກສຸກເສີນ ເຊິ່ງບາງແຂວງໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ແມ່ນຈະໄດ້ເລັ່ງໃຫ້ການຊ່ວຍເຫຼືອຢ່າງຮີບດ່ວນ ໂດຍສະເພາະແຂວງໄຊຍະບູລີ ແຂວງບໍ່ແກ້ວ ແຂວງຄຳມ່ວນ ແລະ ແຂວງອື່ນໆ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມໃນຄັ້ງນີ້.

# ຂ່າວ & ພາບ: ບຸນມີ ສີວິໄລ

 

error: Content is protected !!