ສາລະວັນ ເນັ້ນໃຫ້ສືບຕໍ່ປະຕິບັດຄຳສັ່ງ 06/ນຍ ຢ່າງເຂັ້ມງວດ​

    ແຂວງສາລະວັນ ເນັ້ນສືບຕໍ່ປະຕິບັດຕາມແຈ້ງການຂອງສຳນັກງານນາຍົກລັດຖະມົນຕີ ເລກທີ 481/ຫສນຍ ນະຄອນຫຼວງວຽງຈັນ ວັນທີ 15 ເມສາ 2020 ເລື່ອງການຕໍ່ເວລາອອກໄປຕື່ມອີກ 14 ວັນ ຈົນຮອດວັນທີ 3 ພຶດສະພາ 2020 ແລະ ການແນະນຳເພິ່ມເຕີມກ່ຽວກັບການຈັດຕັ້ງປະຕິບັດຄຳສັ່ງເລກທີ 06/ນຍ ລົງວັນທີ 29 ມີນາ 2020 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ ກັນການລະບາດ ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19 ບໍ່ໃຫ້ແຜ່ລະບາດອອກສູ່ວົງກວ້າງ. 

    ທ່ານສີສຸວັນ ວົງຈອມສີ ເຈົ້າແຂວງໆສາລະວັນ ໄດ້ເນັ້ນໃຫ້ຄະນະສະເພາະກິດຂັ້ນແຂວງ ເມືອງ ຕະຫຼອດຮອດທຸກພາກສ່ວນໃນສັງຄົມ ໃຫ້ສືບຕໍ່ປະຕິບັດຕາມຄຳສັ່ງ 06/ນຍ ໂດຍໄດ້ເນັ້ນໜັກເພີ່ມທະວີຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ທີ່ໄດ້ຮັບມອບໝາຍ ເປັນເຈົ້າການໃນການສະກັດກັ້ນ ບໍ່ໃຫ້ລົດລະຖືເບົາຕໍ່ກັບສະພາບການດັ່ງກ່າວ ພ້ອມທັງຄົ້ນຄິດປະດິດສ້າງດ້ານແບບແຜນການນຳພາ ແບບແຜນວິທີເຮັດວຽກ ເອົາໃຈໃສ່ເຮັດວຽກງານການເມືອງແນວຄິດ ສຶກສາອົບຮົມໃນທົ່ວສັງຄົມ ເພື່ອເຮັດໃຫ້ທົ່ວສັງຄົມມີຄວາມເຂົ້າໃຈຕໍ່ການປະຕິບັດມະຕິຄຳສັ່ງຕ່າງໆຂອງຂັ້ນເທິງຢ່າງເຄັ່ງຄັດ ພ້ອມທັງຈັດຕັ້ງຜັນຂະຫຍາຍຄຳສັ່ງ ຄຳແນະນຳຕ່າງໆໂດຍໄວ ໃຫ້ລົງເຖີງອົງການປົກຄອງເມືອງ ບ້ານ ແລະ ພໍ່ແມ່ປະຊາຊົນ ເຂັ້ມງວດຕິດຕາມຄົນເຂົ້າ-ອອກເມືອງ ສະກັດກັ້ນກຸ່ມຄົນບໍ່ຫວັງດີ ສວຍໃຊ້ໂອກາດເຮັດສິ່ງທີ່ຜິດຕໍ່ລະບຽບ-ກົດໝາຍຂອງບ້ານເມືອງ ຄຽງຄູ່ກັບການແກ້ໄຂບັນຫາປາກົດການຫຍໍ້ທໍ້ຕ່າງໆ ເປັນຕົ້ນ: ການຄ້າຂາຍສິ່ງເສບຕິດ ຂີ້ລັກງັດແງະ ແລະ ອື່ນໆ ເພື່ອເຮັດໃຫ້ສັງຄົມມີຄວາມສະຫງົບໄປພ້ອມໆກັນ. 

    ນອກຈາກນັ້ນ ເຈົ້າໜ້າທີ່-ທິມງາມແພດໝໍທີ່ປະຈຳແຕ່ລະຈຸດໃນການກວດ ແມ່ນໃຫ້ສືບຕໍ່ປະຕິບັດເຊັ່ນເກົ່າ ສັບຊ້ອນ ປ່ຽນແທນກັນ ແລະ ປະຕິບັດໜ້າທີ່ຢ່າງເຂັ້ມງວດ ສຳລັບການຄ້າຂາຍເຄື່ອງຍ່ອຍຕ່າງໆຕາມຮ້ານ ເຮືອນ ແມ່ນປະຕິບັດໄດ້ ຕ້ອງມີຄວາມຮັບຜິດຊອບ ແລະ ເປັນເຈົ້າການເຝົ້າລະວັງ. ສຳລັບສະຖິຕິພົນລະເມືອງ ແຮງງານທີ່ກັບມາແຕ່ເຮັດວຽກຢູ່ຕ່າງປະເທດ ແມ່ນໃຫ້ສືບຕໍ່ເກັບກຳໃຫ້ລະອຽດຂຶ້ນຕື່ມ ສ່ວນແຮງງານທີ່ໄດ້ເຂົ້າມາແລ້ວ ແລະ ໄດ້ກັກຕົວຢູ່ໃນສູນກັກກັ້ນແຕ່ລະຈຸດ ພາຍຫຼັງຄົບຈຳນວນ 14 ວັນແລ້ວ ແມ່ນອະນຸຍາດໃຫ້ກັບບ້ານໄດ້ ພ້ອມທັງປິດສູນນັ້ນທັນທີ ແລະ ຕ້ອງເຮັດຄວາມສະອາດໃຫ້ໄດ້ນຳໃຊ້ເປັນປົກກະຕິ ສ່ວນແຮງງານທີ່ຍັງເຂົ້າມາໃໝ່ຈຳນວນໜຶ່ງ ມອບໃຫ້ອຳນາດການປົກຄອງບ້ານ ຄອບຄົວ ເປັນເຈົ້າການໃນການກັກຕົວ ຈະເປັນຖຽງນາ ຫຼື ເຮືອນຂອງຕົນ ຕາມເງື່ອນໄຂຂອງບ້ານ ໂດຍຈະມີການຝຶກອົບຮົມໃຫ້ກ່ຽວວິທີການຈັດຕັ້ງປະຕິບັດ ເພື່ອຫຼີ້ກເວັ້ນການຢູ່ຮ່ວມກັນ ແລະ ເປັນການຄັດແຍກແຮງງານທີ່ເຂົ້າມາໃໝ່ ແລະ ເກົ່າ ໃຫ້ມີປະສິດທິຜົນ ແລະ ເຂັ້ມງວດ.​

error: Content is protected !!