ເບີ່ງບ້ານເຂົາເອົາບົດຮຽນ 12-03-2020

     ມື້ນີ້​ຂໍ​ພາ​ທ່ານ​ຜູ້​ອ່ານ​ໄປ​ຮູ້​ກັບ​ດຳລັດ ວ່າ​ດ້ວຍ​ການ​ປັບ​ໃໝ​ຜູ້​ໃຊ້​ເຄືອ​ຄ່າຍ​ຂ່າວ​ສັງຄົມ​ໄປ​ໃນ​ທາງ​ຜິດພາດ​ຢູ່​ຫວຽດນາມ ແລະ ກົດໝາຍ​ຍີ່ປຸ່ນ ທີ່​ຊຸກຍູ້​ໃຫ້​ລູກຈ້າງ​ສາມາດ​ເຮັດ​ວຽກ​ຮອດ​ອາຍຸ 70 ປີ

     ທີ່​ຫວຽດນາມ: ຂ່າວ​ຕ່າງປະເທດ​ໃນ​ຕົ້ນ​ເດືອນ​ກຸມພາ​ຜ່ານ​ມາ​ໃຫ້​ຮູ້​ວ່າ: ກ່ຽວ​ກັບ​ດຳລັດ​ຄຸ້ມ​ຄອງ​ການ ປະພຶດ​ຂອງ​ຜູ້​ໃຊ້​ເຄືອ​ຄ່າຍ​ສື່​ສັງຄົມ​ຢູ່ ຫວຽດນາມ ດຳລັດ​ນາຍົກລັດຖະມົນຕີ ທີ່​ອອກ​ມາ​ຫວ່າງ​ບໍ່​ດົນ​ມາ​ນີ້ ໄດ້​ກຳນົດ​ໂທດ​ໜັກ​ຂຶ້ນ​ສຳລັບ​ຜູ້ນຳ​ໃຊ້​ເຄືອ​ຄ່າຍ​ສື່​ສັງຄົມ​ໄປ​ໃນ​ທາງ​ຜິດພາດ​ທີ່​ສ້າງ​ຄວາມ​ເສື່ອມ​ເສຍ​ໃຫ້​ແກ່​ສັງຄົມ ຕົວຢ່າງ ຜູ້​ທີ່​ແບ່ງປັນ​ຂ່າວ​ທີ່​ບໍ່​ມີ​ມູນ​ຄວາມ​ຈິງ​ນັ້ນ ຈະ​ຖືກ​ປັບໄໝ​ເປັນ​ເງິນ​ແຕ່ 10-20 ລ້ານ​ດົງ (ລະຫວ່າງ 430-860 ໂດ​ລາ​ສະຫະລັດ) ຂ່າວ​ບອກ​ວ່າ ມາດ​ຕະການ​ລົງໂທດ​ກວມ​ເອົາ​ຄວາມ​ຜິດ​ໃນ​ຖານ​ລະເມີດ​ທາງ​ດ້ານ​ບໍລິຫານ​ໃນ​ຂອດ​ບໍລິການ​ໄປສະນີ ໂທລະ​ຄົມມະນາຄົມ ຄື້ນ​ວິທະຍຸ ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ແລະ ການ​ຄ້າ​ທາງ​ເອ​ເລັກ​ໂຕ​ນິກ ເວົ້າ​ໄດ້​ວ່າ ດຳລັດ​ສະບັບ​ໃໝ່​ນີ້​ໄດ້​ກຳນົດ​ລະບຽບ​ຢ່າງ​ລະອຽດ​ຈະແຈ້ງ​ກວ່າ​ເກົ່າ ກ່ຽວ​ກັບ​ຄວາມ​ຮັບຜິດຊອບ​ຂອງ​ຜູ້ນຳ​ໃຊ້​ເຄືອ​ຄ່າຍ​ສື່​ສັງຄົມ ການ​ລະເມີດ​ທີ່​ຕ້ອງ​ຖືກ​ປັບໄໝ​ນັ້ນ ລວມ​ມີ ການ​ສົ່ງຕໍ່​ຂໍ້​ມູນ​ບິດ​ເບືອນ ບໍ່​ມີ​ຄວາມ​ຈິງ ແລະ ເປັນ​ອັນຕະລາຍ​ທີ່​ແຕະຕ້ອງ​ເຖິງ​ຊື່​ສຽງ​ຂອງ​ສຳນັກງານ ອົງການ ກໍ​ຄື ກຽດ​ສັກ​ສີ​ຂອງ​ບຸກຄົນ ການ​ລົງໂທດ​ດ້ວຍ​ການ​ປັບໄໝ​ນີ້ ຍັງ​ກວມ​ເອົາ​ຄວາມ​ຜິດ​ໃນ​ການ​ເສກ​ສັນ​ປັ້ນ​ເລື່ອງ ສ້າງ​ຄວາມ​ແຕກ​ຕື່ນ​ໃນ​ສັງຄົມ ຫຼື ຊັກ​ຈູງ​ໃຫ້​ມີ​ການ​ໃຊ້​ຄວາມ​ຮຸນ​ແຮງ ການ​ກໍ່​ອາ​ຊະ​ຍາ​ກຳ ການ​ເຜີຍແຜ່​ຂ່າວ​ກ່ຽວ​ກັບ​ປະເພນີ​ອັນ​ຫຼ້າຫຼັງ ການ​ເຊື່ອ​ຖື​ງົມງວາຍ ເນື້ອ​ໃນ​ຮູບ​ພາບ​ລາມົກ​ອະນາຈານ ກໍ​ຄື ເລື່ອງ​ທີ່​ສ້າງ​ຄວາມ​ສະ​ຫຍົດ​ສະຫຍອງ ເຊັ່ນ: ການ​ຄາຕະກຳ ກໍ​ຄື ອຸບັດເຫດ ນອກຈາກ​ນັ້ນ ດຳລັດ​ຍັງ​ໄດ້​ກຳນົດ​ໂທດ​ປັບໄໝ​ສຳລັບ​ຜູ້​ເຜີຍແຜ່​ແຜນທີ່ ທີ່​ຜິດ​ຜ້ຽນ​ບໍ່​ຖືກຕ້ອງ​ຂອງ​ປະເທດ​ຫວຽດນາມ ການ​ໂຄສະນາ​ເຜີຍແຜ່​ສິນຄ້າ ກໍ​ຄື ການ​ບໍລິການ​ທີ່​ຕ້ອງ​ຫ້າມ ການ​ລັກລອບ-ເຊື່ອມ​ຕໍ່​ເຄືອ​ຄ່າຍ ຂ່າວ​ສັງຄົມ ເພື່ອ​ເຜີຍແຜ່​ເນື້ອ​ໃນ​ທີ່​ຖືກ​ເກືອດ​ຫ້າມ ກໍ​ຄື ການ​ເຜີຍແຜ່​ຂ່າວສານ ບົດ​ວັນນະຄະດີ ວຽກ​ສິນ ຫຼື ຜະລິດ​ຕະ​ພັນ​ການ​ພິມ ໂດຍ​ບໍ່​ໄດ້​ຮັບ​ລິ​ຂະ​ສິດ ບໍ່​ໄດ້​ຜ່ານ​ການ​ກວດກາ ກໍ​ຄື ຜະລິດ​ຕະ​ພັນ​ທີ່​ຖືກ​ເກືອດ​ຫ້າມ ແລະ ຍົກເລີກ​ໄປ​ແລ້ວ.

    ທີ່​ຍີ່ປຸ່ນ: ໃນ​ຕົ້ນ​ເດືອນ​ກຸມພາ​ແລ້ວນີ້ ຄະນະ​ລັດຖະບານ​ຍີ່ປຸ່ນ ໄດ້​ຮັບຮອງ​ເອົາ​ຮ່າງ​ກົດໝາຍ​ຊຸກຍູ້​ໃຫ້​ບັນ ດາ​ຫົວໜ່ວຍ​ທຸລະ​ກິດ ອະນຸຍາດ​ໃຫ້​ລູກຈ້າງ​ເຮັດ​ວຽກ​ຈົນ​ຮອດ​ອາຍຸ 70 ປີ ແນໃສ່​ແກ້​ໄຂ​ບັນຫາ​ຂາດແຄນ​ແຮງ​ງານ​ຍ້ອນ​ການ​ເພີ່ມ​ຂຶ້ນ​ຂອງ​ຈຳນວນ​ຜູ້​ເຖົ້າ ນອກຈາກ​ນັ້ນ ການ​ຂະຫຍາຍ​ກຳລັງ​ແຮງ​ງານ​ຍັງ​ຈະ​ຊ່ວຍ​ຮອງ​ຮັບ​ຄ່າ​ໃຊ້​ຈ່າຍ​ດ້ານ​ຄວາມ​ໝັ້ນຄົງ​ທາງ​ສັງຄົມ​ທີ່​ນັບ​ມື້​ນັບ​ສູງ​ຂຶ້ນ ເນື້ອ​ໃນ​ກົດໝາຍ​ບໍ່​ໄດ້​ກຳນົດ​ພັນທະ​ໃນ​ການ​ປະຕິບັດ ມີ​ພຽງ​ຮຽກຮ້ອງ​ໃຫ້​ເຫຼົ່າ​ບໍລິສັດ​ພິຈາລະນາ​ປັບ​ຂຶ້ນ​ອາຍຸ​ເຂົ້າ​ບຳນານ ຫຼື ອະນຸຍາດ​ໃຫ້​ລູກຈ້າງ​ເຮັດ​ວຽກ​ກາຍ​ອາຍຸ​ບຳນານ ກົດໝາຍ​ນີ້​ຄາດ​ວ່າ​ຈະ​ມີ​ຜົນ​ບັງຄັບ​ໃຊ້​ແຕ່​ເດືອນ​ເມສາ 2021 ເປັນຕົ້ນ​ໄປ ແລະ ໃນ​ອະນາຄົດ​ລັດຖະບານ​ຍີ່ປຸ່ນ ຍັງ​ໄດ້​ວາງ​ແຜນ​ເຮັດ​ໃຫ້ການ​ເຮັດ​ວຽກ​ຮອດ​ອາຍຸ 70 ປີ ຂອງ​ພົນລະເມືອງ​ຍີ່ປຸ່ນ ກາຍເປັນ​ພັນທະ​ທາງ​ກົດໝາຍ.

error: Content is protected !!