ຄອບ​ຄົວ​ທີ່​ປະ​ສົບ​ອັກ​ຄີ​ໄພ ໄດ້​ຮັບ​ການ​ຊ່ວຍ​ເຫຼືອ

    ໃນ​ວັນ​ທີ 17 ມິ​ຖຸ​ນາ 2021 ທ່ານ ດຣ ກາ​ວີ​ພອນ ສຸດ​ທິ ຫົວ​ໜ້າ​ກອງ​ຊ່ວຍ​ເຫຼືອ​ບັນ​ເທົາ​ທຸກ​ອົງ​ການ​ກາ​ແດງ​ລາວ ພ້ອມ​ດ້ວຍຄະນະ​ ໄດ້​ນຳ​ເອົາ​​​ເຄື່ອງ​ຊ່ວຍເຫຼືອ​ບັນເທົາ​ທຸກເບື້ອງ​ຕົ້ນ ມາ​ມອບ​ໃຫ້​ແກ່​ຄອບຄົວ​ທີ່​ປະສົບ​ເຄາະ​ຮ້າຍ​ຈາກ​​ໄພ​ພິ​ບັດໄຟ​ໄໝ້​ເຮືອນທີ່​ບ້ານ​ດ່ານ​ຄຳ ເມືອງ​ສີ​ໂຄດ​ຕະ​ບອງ ນະ​ຄອນຫຼວງວຽງ​ຈັນ.

    ​​ເຫດ​ການໄຟ​ໄໝ້​ເຮືອນ​ຂອງ​ປະຊາຊົນຈຳນວນໜຶ່ງ​ຢູ່​ພາຍ​ໃນ​ບ້ານ ​ເຊິ່ງໄດ້​ຮັບ​ຜົນເສຍ​ຫາຍ​ທັງ​ໝົດຈຳ​ນວນ 3 ຄອບຄົວ ຈຳນວນ 14 ຄົນ ຍິງ 8 ຄົນ ຢູ່​ພາຍ​ໃນ​ບ້ານ​ດ່ານ​ຄຳ ເມືອງ​ສີ​ໂຄດ​ຕະ​ບອງ ນວ ເຊິ່ງ​ເປັນ​ເຮືອນ​ຂອງ​ຄອບ​ຄົວ​ຂອງ​ທ່ານ ບຸນ​ປອນ ຄອບ​ຄົວ​ທ່ານ ສາຍ​ຄຳ ແລະ ຄອບ​ຄົວ​ຂອງ​ທ່ານ ນາງ ນ້ອຍ ເຊິ່ງ​ເປັນ​ເຮືອນ​ວິນ​ລາ ຊັ້ນ​ເທິງ​ເຮັດ​ດ້ວຍ​ໄມ້ ຊັ້ນ​ລຸ່ມກໍ່​ດ້ວຍຊີມັງ ຈຶ່ງ​ໄດ້​ເຮັດ​ໃຫ້​ໄຟ​ໄໝ້​ລາມ​ຢ່າງ​ໄວ​ວາ ແລະ ເສຍ​ຫາຍ​ຢ່າງຫຼວງຫຼາຍ.

    ເຄື່ອງ​ທີ່​ນຳ​ມາ​ຊ່ວຍ​ເຫຼືອ​ໃນ​ຄັ້ງ​ນີ້ ​ປະ​ກອບ​ມີ: ເຄື່ອງ​ໃຊ້​ພາຍ​ໃນ​ຄົວ​ເຮືອນ ເຂົ້າ​ຈ້າວ ນ້ຳ​ດື່ມ ແຟັບ ສະ​ບູ ໝີ່ສຳເລັດຮູບ ປ໋ອງ​ປາ ສາດ ມຸ້ງ ຜ້າ​ຫົ່ມ ແລະ ເຄື່ອງນຸ່ງ​ປະ​ສົມ ​ລວມ​ມູນ​ຄ່າ 3.162.000 ກີບ ມອບ​ໂດຍ​ທ່ານ ດ​ຣ ກາ​ວີ​ພອນ ສຸດ​ທິ ​ສ່ວນຜູ້​ຮັບ ເປັນ​ຄອບ​ຄົວ​ຜູ້​ປະ​ສົບ​ໄພ ໂດຍ​ມີ​ອຳ​ນາດ​ການ​ປົກ​ຄອງ​ບ້ານ​ເຂົ້າ​ຮ່ວມ​ເປັນ​ສັກ​ຂີ​ພິ​ຍານ ເຄື່ອງ​ຈຳ​ນວນ​ດັ່ງ​ກ່າວ ​​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກສັງ​ຄົມ ແລະ ສະ​ພາ​ກາ​ຊາດ​ໄທ ຄະ​ນະ​ກຳ​ມະ​ການ​ກາ​ແດງ​ສາ​ກົນ ສະ​ຫະ​ພັນ​ກາ​ແດງ​ ແລະ ​ຊີກວົງ​ເດືອນ​ແດງ​ສາ​ກົນ.

# ຂ່າວ & ພາບ: ບຸນມີ

error: Content is protected !!