ເດືອນກໍລະກົດນີ້ ລາວຈະຮັບການຊ່ວຍເຫຼືອວັກຊີນຈອນສັນແອນຈອນສັນ ແລະ ແອັສຕຣາເຊເນກາ

    ທ່ານ ດຣ ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ຖະແຫຼງຂ່າວວັນທີ 24 ມິຖຸນາ 2021 ທີ່ກະຊວງສາທາລະນະສຸກວ່າ: ມາຮອດປັດຈຸບັນ ການສັກຢາວັກຊິນຢູ່ ສປປ ລາວ ເຮົານໍາໃຊ້ມີ 4 ຊະນິດຄື: ຊິໂນຟາມ ສະປຸດນິກ ແອັສຕຣາເຊເນກາ  ແລະ ໄຟເຊີ ໃນນັ້ນ ທັງ 4 ຊະນິດນີ້ ເຮົາໄດ້ມີຢາທັງໝົດ 2.135.620 ໂດສ ຜ່ານການຈັດຕັ້ງປະຕິບັດມາຮອດປັດຈຸບັນ ສາມາດສັກເຂັມທີ 1 ໃຫ້ປະຊາຊົນໄປແລ້ວ 853.782 ຄົນ ກວມເອົາປະມານ 11, 64%ແລະ ເຂັມທີ 2 ສັກໄດ້ 494.477ຄົນ ກວມເອົາ 6,7% ໂດຍຜ່ານການສັກ ກໍເຫັນວ່າຢາຊະນິດດັ່ງກ່າວແມ່ນມີຄວາມປອດໄພທີ່ສຸດສຳລັບປະຊາຊົນລາວ.

     ລັດຖະບານລາວ ມີຄວາມມຸ່ງໝັ້ນຈະສູ້ຊົນເຮັດໃຫ້ອັດຕາການສັກວັກຊິນປ້ອງກັນພະຍາດໂຄວິດ 19 ໃຫ້ກວມໄດ້ 50% ຂອງປະຊາກອນ ສະນັ້ນ ຈະຕ້ອງສັກໃຫ້ໄດ້ 3.700.000 ຄົນ ເບື້ອງລັດຖະບານ ໄດ້ປະສານກັບອົງການສາກົນປະເທດເພື່ອນມິດ ແລະ ພາກເອກະຊົນ ເພື່ອເຂົ້າມາມີສ່ວນຮ່ວມໃນການຈັດຊື້ຈັດສັນຫາວັກຊິນ ເພື່ອມາສັກໃຫ້ປະຊາຊົນທຸກພາກສ່ວນໃນສັງຄົມໃຫ້ສາມາດບັນລຸຕາມຄາດໝາຍໃຫ້ຫຼາຍຂຶ້ນ ເຊິ່ງປັດຈຸບັນ ສປປ ລາວ ເຮົາມີໂຄຕາທີ່ຈະໄດ້ຮັບວັກຊິນທັງໝົດ 6.606.084 ໂດສ ແຕ່ຍ້ອນການຈັດສັນວັກຊິນນັ້ນ ອາດຈະບໍ່ຕອບສະໜອງໄດ້ຕາມຄວາມຕ້ອງການຂອງປະເທດເຮົາ ເຖິງຢ່າງໃດກໍຕາມ ພັກ ແລະ ລັດຖະບານ ສປ ຈີນ ໄດ້ມີຄວາມເປັນຫ່ວງເປັນໄຍຕໍ່ປະຊາຊົນລາວ ແລະ ໄດ້ສະໜອງວັກຊິນຊິໂນຟາມ ໃຫ້ແກ່ປະເທດເຮົາທັງໝົດເກືອບ 2 ລ້ານໂດສ ເຊິ່ງກວມເອົາ 90% ຂອງວັກຊິນທີ່ມີໃນ ສປປ ລາວ.

     ມາຮອດປັດຈຸບັນ ອົງການອະນາໄມໂລກໄດ້ຮັບຮອງໃຫ້ວັກຊິນຊິໂນຟາມ ສາມາດໃຊ້ໄດ້ກັບຜູ້ສູງອາຍຸ ແລະ ຜູ້ມີພະຍາດຊໍ້າເຮື້ອ ສະນັ້ນ ຈຶ່ງຢາກຊີ້ແຈງໃຫ້ພໍ່ແມ່ປະຊົນເຂົ້າໃຈ ບໍ່ຢາກກັງວົນ ລັງເລໃຈ ເມື່ອມີວັກຊິນເຂົ້າມາແລ້ວ ແມ່ນຈະໄດ້ພູມຄຸ້ມກັນ ແລະ ຕ້ານທານຕໍ່ພະຍາດໂຄວິດ-19 ເຊັ່ນດຽວກັນ.

     ທ່ານ ດຣ ພອນປະເສີດ ອຸນາພົມ ແຈ້ງໃຫ້ຮູ້ຕື່ມວ່າ: ສໍາລັບຢູ່ນະຄອນຫຼວງວຽງຈັນ ການສັກວັກຊິນຊິໂນຟາມ ແລະ ໄຟເຊີເຂັມທີ 1 ໄດ້ສັກຄົບກຳນົດໂກຕາທີ່ ນວ ໄດ້ຮັບແລ້ວ ສະນັ້ນ ຈຶ່ງໄດ້ໂຈະການສັກເຂັມທີ 1  ແຕ່ຍັງຈະສືບຕໍ່ສັກເຂັມທີ 2 ຊີໂນຟາມ ແຕ່ວັນທີ 21-28 ມິຖຸນາ 2021 ຮຽກຮ້ອງໃຫ້ຜູ້ມີກໍານົດສັກເຂັມທີ 2 ຈົ່ງເຂົ້າໄປໃຊ້ບໍລິການຮັບວັກຊີນຊີໂນຟາມໃຫ້ຄົບ 21-28 ວັນ ສ່ວນເຂັມທີ 2 ແອັສຕຣາເຊເນກາ ຫາກທ່ານໃດສັກເຂັມທີ 1 ໄດ້ຄົບ 8-12 ອາທິດ ກໍສາມາດເຂົ້າໄປຮັບວັກຊີນໄດ້ຕາມຈຸດບໍລິການຕ່າງໆໄດ້ປົກກະຕິຕາມທີ່ຄະນະສະເພາະກິດກຳນົດໄວ້.

     ໂອກາດນີ້ ຂໍແຈ້ງຕື່ມອີກວ່າ ສຳລັບເດືອນກໍລະກົດທີ່ຈະມາເຖິງນີ້ ສປປ ລາວ ເຮົາຍັງຈະໄດ້ຮັບການຊ່ວຍເຫຼືອວັກຊິນແອັສຕາເຊເນກາ ແລະ ຈອນສັນແອນຈອນສັນຈາກສາກົນຕື່ມອີກ ເພື່ອມາສັກໃຫ້ປະຊາຊົນລາວທີ່ບໍ່ທັນໄດ້ສັກໃຫ້ໄດ້ຢ່າງທົ່ວເຖິງ.

   # ຂ່າວ & ພາບ:  ລັດເວລາ

error: Content is protected !!