ໂດຍຕອບສະໜອງຕາມການເຊື້ອເຊີນຂອງສະຫາຍ ຫງວຽນຟູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ສະຫາຍ ຫງວຽນຊວັນຟຸກ ປະທານປະເທດແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍພັນລະຍາ ໃນວັນທີ 28 ມິຖຸນາ 2021 ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງພັກ ລັດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ເດີນທາງໄປຢ້ຽມຢາມສັນຖະວະໄມຕີ ສາທາລະນະລັດສັງຄົມນິຍົມຫວຽດນາມຢ່າງເປັນທາງການ ໃນວັນທີ 28-29 ມິຖຸນາ 2021.

ໃນການພົບປະຄັ້ງນີ້ ສະຫາຍເລຂາທິການໃຫຍ່ ປະທານປະເທດ ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ທີ່ໄດ້ນໍາພາຄະນະຜູ້ແທນຂັ້ນສູງພັກ ລັດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ໃນບັນຍາກາດທີ່ທັງສອງພັກ ຫາກໍສໍາເລັດກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ແລະ ພວມອອກແຮງຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຍຸດທະສາດ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງແຕ່ລະພັກ ແຕ່ລະປະເທດຢ່າງເປັນຂະບວນຟົດຟື້ນ.

ສອງຝ່າຍເປັນເອກະພາບຕີລາຄາວ່າ: ການພົວພັນຮ່ວມມີລະຫວ່າງສອງພັກ ລັດຖະບານ ສະພາແຫ່ງຊາດ ບັນດາກະຊວງ ອົງການ ຂະແໜງການ ແລະ ທ້ອງຖິ່ນຂອງສອງປະເທດ ການຮ່ວມມືດ້ານເສດຖະກິດ ການຄ້າ ແລະ ລົງທຶນ ສືບຕໍ່ມີການຂະຫຍາຍຕົວໃນທ່ວງທ່າທີ່ຕັ້ງໜ້າ ການລົງທຶນຂອງຫວຽດນາມໃນ ສປປ ລາວ ໄດ້ເພີ່ມຂຶ້ນແຕ່ລະປີ ການຄ້າສອງຝ່າຍໄດ້ຂະຫຍາຍຕົວຕໍ່ເນື່ອງ ການພົວພັນດ້ານວຽກງານການຕ່າງປະເທດ ປ້ອງກັນຊາດ ປ້ອງກັນຄວາມສະຫງົບ ສຶກສາ-ກິລາ ວັດທະນະທໍາ ສາທາລະນະສຸກ ຄົມມະນາຄົມ-ຂົນສົ່ງ ວິທະຍາສາດ-ເຕັກນິກ ກະສິກໍາ ກໍລ້ວນແຕ່ມີການພັດທະນາຢ່າງຕັ້ງໜ້າ ແທດຕົວຈິງ ແລະ ນັບມື້ນັບມີປະສິດທິຜົນຫຼາຍກວ່າເກົ່າ.
ການຢ້ຽມຢາມ ສສ ຫວຽດນາມ ໃນຄັ້ງນີ້ ຍັງເປັນການຢັ້ງຢືນຄືນອີກເທື່ອໜຶ່ງ ເຖິງຄວາມມຸ່ງໝັ້ນ ແລະ ເຈດຕະນາລົມອັນສະເໝີຕົ້ນສະເໜີປາຍຂອງພັກ ລັດ ແລະ ປະຊາຊົນລາວ ໃນການສືບຕໍ່ມູນເຊື້ອແຫ່ງການຜູກພັນອັນເລິກເຊິ່ງ ໜັ້ກແໜ້ນ ເຊື່ອອົກເຊື່ອໃຈກັນ ບໍລິສັດຜຸດຜ່ອງຂອງຄວາມສໍາພັນ ທີ່ຫາຍາກຂອງສອງຊາດ ລາວ-ຫວຽດນາມ ປະທານ ໂຮ່ຈິມິນ ຜູ້ຍິ່ງໃຫຍ່ ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ເຄົາລົບຮັກ ເປັນຜູ້ກໍ່ສ້າງ ບໍາລຸງ ແລະ ຖະນຸຖະໜອມມານັ້ນ ໃຫ້ສືບຕໍ່ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ແລະ ຈະເລີນງອກງາມຍິ່ງໆຂຶ້ນ.
ພາຍຫຼັງການພົບປະທາງການ ສອງຝ່າຍ ສະຫາຍເລຂາທິການໃຫຍ່ ປະທານປະເທດ ທ່ານ ທອງລຸນ ສີສຸລິດ ແລະ ສະຫາຍເລຂາທິການໃຫຍ່ ຫງວຽນ ຟູຈ້ອງ ໄດ້ເປັນສັກຂີພິຍານໃນການລົງນາມ ເອກະສານກ່ຽວກັບການຮ່ວມມືສອງຝ່າຍຄື: ຂໍ້ຕົກລົງວ່າດ້ວຍຍຸດທະສາດຮ່ວມມືສອງຝ່າຍ ລາວ-ຫວຽດນາມ ໄລຍະ 2021-2030 ສັນຍາຮ່ວມມືສອງຝ່າຍ ລາວ-ຫວຽດນາມ ໄລຍະ 2021-2025; ຂໍ້ຕົກລົງວ່າດ້ວຍການຮ່ວມມືລະຫວ່າງຫ້ອງວ່າການສູນກາງພັກປະຊາຊົນ ປະຕິວັດລາວ ແລະ ຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ ໄລຍະ 2021-2025 ຂໍ້ຕົກລົງວ່າດ້ວຍການຮ່ວມມືລະຫວ່າງຄະນະກໍາມະການສູນກາງແນວລາວສ້າງຊາດ ແລະ ຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມ ໄລຍະ 2021- 2025 ຂໍ້ຕົກລົງວ່າດ້ວຍການຮ່ວມມືລະຫວ່າງກະຊວງແຜນການ ແລະ ການລົງທຶນຂອງລາວ ແລະ ກະຊວງແຜນການ ແລະ ການລົງທຶນຂອງຫວຽດນາມ ໄລຍະ 2021-2023 ບົດບັນທຶກວ່າດ້ວຍແຜນ ການຮ່ວມມື ວັດທະນະທໍາ ສິນລະປະ ແລະ ທ່ອງທ່ຽວ ລະຫວ່າງ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວລາວ ກັບກະຊວງວັດທະນະທໍາ ກິລາ ແລະ ທ່ອງທ່ຽວຫວຽດນາມ ໄລຍະ 2021-2025 ບົດບັນທຶກວ່າດ້ວຍແຜນການຮ່ວມມືໃນຂົງເຂດຂ່າວສານ ລະຫວ່າງກະຊວງຖະແຫຼງຂ່າວ ວັດທະນາທຳ ແລະ ທ່ອງທ່ຽວລາວ ກັບ ກະຊວງຖະແຫຼງຂ່າວ ແລະ ການສື່ສານຫວຽດນາມ ແລະ ສັນຍາການຮ່ວມມືທາງດ້ານເສດຖະກິດລະຫວ່າງວິສາຫະກິດລາວ ແລະ ຫວຽດນານຈຳນວນໜຶ່ງ.
# ຂ່າວ & ພາບ: ໄຊບັນດິດ