ສຳເລັດການຫຸ້ມຫໍ່ອຸ​ປະ​ກອນ​ປະ​ກອບ​ການ​ຮຽ​ນ-ການ​ສອນຊຸດ​ໃໝ່ສຳ​ລັບຊັ້​ນ​ປະ​ຖົມ​ ຂັ້ນ ປ 2

     ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກີ​ລາ ໂດຍ​ການ​ສະ​ໜັບ​ສະ​ໜູນຈາກ​ແຜນ​ງານ​ບີ​ຄວາ ໄດ້​ສຸມ​ໃສ່​ການ​ຫຸ້ມ​ຫໍ່​ຊຸດ​ອຸ​ປະ​ກອນການຮຽນ-ການສອນ ຂັ້ນ ປ 2 ປະກອບ​​ມີ: ປຶ້ມ​ນິ​ທານ​ຈຳ​ນວນ 159.205 ຫົວ ປຶ້ມ​ອ່ານ​ເສີມ​ຈຳ​ນວນ 683.645 ຫົວ ແລະ ​ຊຸດບັດ​ຮູບ​ພາບ​ປະ​ກອບ​ຈຳ​ນວນ 18.730 ຊຸດ ເຂົ້າ​ໃນ​ແກັດ​ຊຸດ​ອຸ​ປະ​ກອນ​ປະ​ກອບ​ການ​ຮຽນ-ການ​ສອນສຳ​ລັບ​ຄູ ໂດຍ​ການ​ຫຸ້ມ​ຫໍ່​​ໄດ້​ສຳ​ເລັດ​ພາຍ​ໃນ​ໄລ​ຍະ​ເວ​ລາ​ທີ່​ກຳ​ນົດ ແລະ ໄດ້​ບັນ​ຈຸ​ເຂົ້າ​ຮ່ວມ​ກັບປຶ້ມ​ແບບ​ຮຽ​ນ​ ຂັ້ນ​ປ 2 ສະ​ບັບ​ປັບ​ປຸງ​ໃໝ່ ໂດຍ​ມີ​ກຳ​ນົດ​ການເດີນ​ທາງ​ອອກ​ຈາກ​ສາງ​ເກັບ​ມ້ຽນສູນ​ກາງ​ທີ່​ນະ​ຄອນ​ຫຼວງວຽງ​ຈັນ​ ພາຍຫຼັງ​​ສິ້ນ​ສຸດການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຄຳ​ສັ່ງ​​ການ​ເຝົ້າ​ລະ​ວັງການລະບາດຂອງພະຍາດ ໂຄວິດ 19 ​ຂອງນາ​ຍົກລັດຖະມົນຕີ ເລກທີ 06/ນຍ ຊຸດ​ອຸ​ປະ​ກອນ​ດັ່ງ​ກ່າວ​ນີ້ ​ຈະ​ຖືກ​ນຳ​ສົ່ງ​ໄປ​ຫາຫ້ອງ​ການ​ສຶກ​ສາ​ທິ​ການ ແລະ ກິ​ລາ​ເມືອງ ທັງ​ໝົດ 148 ເມືອງ ເຊິ່ງ​ຈະ​ໄດ້​ດຳ​ເນີນ​ການ​ປະ​ສານ​ຕໍ່​ໄປ​ຫາ​ໂຮງ​ຮຽນ​ປະ​ຖົມ​ທຸກ​ແຫ່ງ​ເພື່ອ​ໃຫ້​ໝັ້ນ​ໃ​ຈ​ວ່າຊຸດ​ອຸ​ປະ​ກອນ​ເຫຼົ່າ​ນັ້ນ​ຈະ​​ພ້ອມ​ນຳ​ໃຊ້​ສຳ​ລັບ​ຄູ ແລະ ນັກ​ຮຽນ ປະ​ຖົມສຶກ​ສາ ຂັ້ນ​ ປ 2 ໃນ​ມື້​ເປີດ​ສົກ​ຮຽນ​ໃໝ່ 2020-2021 ທີ່​ຈະ​ມາ​ເຖິງ​.

    ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິີລາ ໄດ້​ຄົ້ນ​ຄວ້າ​ພັດ​ທະ​ນາ​ການ​ອຸ​ປະ​ກອນ​ເພື່ອ​ປະ​ກອບ​ການ​ຮຽ​ນ-ການ​ສອນ​ດັ່​ງ​ກ່າວ​ນີ້ ​ໂດຍ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກລັດ​ຖະ​ບານ​ອົ​ດສ​ະຕຣາ​ລີ ໂດຍ​ການ​ຮ່ວມ​ທຶນ​ຈາກສະ​ຫະ​ພາບ​ເອີ​ຣົບ ແລະ ລັດ​ຖະ​ບານ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ​ອຸ​ປະ​ກອນ​ດັ່ງ​ກ່າວ​ແມ່ນ​ນຳ​ໃຊ້​ສຳ​ລັບ​ຄູ​ເພື່ອ​ປະ​ກອບ​ເຂົ້າ​ໃນ​ການ​ສົ່ງ​ເສີມ​ທັກ​ສະ​ການ​ອ່ານ ການ​ຂຽນ ການ​ຟັງ ແລະ ການ​ເວົ້າ​ຂອງ​ນັກ​ຮຽນຊັ້ນ​ປະ​ຖົມ​ສຶກ​ສາ​ຂັ້ນ ປ 2 ທຸກໆ​ແຫ່ງ​ຈະ​ໄດ້​ຮັບ​​ປະ​ກອບ​ມີປຶ້ມ​ນິ​ທານ​ຈຳ​ນວນ 17 ເຫຼັ້ມ ປຶ້ມ​ອ່ານ​ເສີມ​ຈຳ​ນວນ 72 ເຫຼັ້ມ ແລະ ຊຸດ​ຮູບ​ພາບ​ປະ​ກອບຈຳ​ນວນ 2 ຊຸດ ນາຍ​ຄູ​ຍັງ​ຈະ​ໄດ້​ຮັບ​ຄຳ​ແນະ​ນຳ​ເພີ່ມ​ຕື່ມ​ກ່ຽວ​ກັບ​ວິ​ທີ​ການ​ນຳ​ໃຊ້​ປຶ້ມ​ອ່ານ​ເສີມ ແລະ ບັດ​ຮູບ​ພາບ​ປະ​ກອບ​ບົດ​ຮຽນ.

    ປຶ້ມ​ນິ​ທານ ​ໄດ້​ລວມ​ເອົາ​ບົດ​ເລື່ອງ​ທີ່​ເຂົ້າ​ໃຈ​ງ່າຍ​ ເພື່ອ​ໃຫ້​ນາຍ​ຄູ​ອ່ານ​ອອກ​ສຽງ​ໃຫ້​ນັກ​ຮຽນ​ຟັງ ຈາກ​ຜົນ​ການ​ຄົ້ນ​ຄວ້າ​ໃຫ້​ຮູ້​ວ່າ: ການ​ອ່ານ​ອອກ​ສຽງ​ໃຫ້​ເດັກ​ນ້ອຍ​ຟັງ​ທຸກໆ​ມື້​ ຈະ​ຊ່ວຍເສີມ​ສ້າງ​ທັກ​ສະ​ການ​ຟັງ ແລະ ພັດ​ທະ​ນາຄວາມ​ເຂົ້າ​ໃຈ​ຂອງ​ເຂົາ​ເຈົ້າ ພ້ອມ​ກັນ​ນີ້ ​ຍັງ​ຊ່ວຍ​ໃຫ້​ເດັກ​ນ້ອຍ​ເກີດ​ມີ​ແນວ​ຄິດ ຮຽນ​ຮູ້​ຄຳ​ສັບ​ໄປ​ພ້ອມໆ​ກັນ ສຳ​ລັບ​ປຶ້ມ​ອ່ານ​ເສີມ ​ແມ່ນ​ຈະ​ຊ່ວຍ​ໃຫ້​ເດັກ​ນ້ອຍ​ອ່ານ​ໄດ້​ຢ່າງ​ອິດ​ສະ​ຫຼະ ປຶ້ມ​ເຫຼົ່າ​ນັ້ນ​ເປັນ​ບົດ​ເລື່ອງ​ງ່າຍໆ​ສຳ​ລັບ​ຮຽນ​ອ່ານ ​ແຕ່​ຈະ​ເຮັດ​ໃຫ້​ເດັກ​ນ້ອຍ​ເກີດ​ຄວາມ​ສົນ​ໃຈ ມີຈິນ​ຕະ​ນາ​ການ ໃນ​ນັ້ນ​ຍັງ​ນຳ​ໃຊ້​ໂຕ​ໜັງ​ສື ແລະ ​ຄຳ​ສັບ​ທີ່​​​ຄູ​ໃຊ້​ສອນ​ໃນ​ຫ້ອງ​ຮຽນ.

    ທັງ​ໝົດ​ເຫຼົ່າ​ນີ້​ແມ່ນ​ຈະ​ຊ່ວຍ​ໃຫ້​ເດັກ​ນ້ອຍ​ໄດ້​ເຝິກ​ຝົນ​ການ​ອ່ານ​ຢ່າງ​ໝັ້ນ​ໃຈ ການ​ເຝິກ​ຝົນ​ກາ​ນ​ອ່ານ​ຢ່າງ​ອິດ​ສະ​ຫຼະ​ ເປັນ​ສິ່ງ​ສຳ​ຄັນ​ສຳ​ລັບ​ການ​ພັດ​ທະ​ນາ ມັນ​ຊ່ວຍ​ກະ​ຕຸ້ນ​ໃຫ້​ຜູ້​ອ່ານ​ເກີດ​ຄວາມ​ສົນ​ໃຈ ສ້າງ​ຄວາມ​ຕ້ອງ​ການ​​ຢາກຮຽນ​ຮູ້​ໃນ​ໄລ​ຍະ​ຍາວ ສ່ວນ​ຊຸດ​ບັດ​ຮູບ​ພາບ​ປະ​ກອບ​ຈະ​ສະ​ແດງ​ໃຫ້​ເຫັນ​ການ​ເຮັດ​ກິດ​ຈະ​ກຳ​ໃນຊີ​ວິດ​ປະ​ຈຳ​ວັນ​ໃນ​ເຂດ​ຊົນ​ນະ​ບົດ ແລະ ໃນ​ເມືອງ ເຊິ່ງ​​ຄູ​ສາ​ມາດ​ນຳ​ເອົາ​ມາ​ໃຊ້​ເປັນ​ຫົວ​ຂໍ້​ການ​ສົນ​ທະ​ນາ​ພາຍ​ໃນ​ຫ້ອງ ຊ່ວຍ​ເພີ່ມ​ທັກ​ສະ​ການ​ຄົ້ນ​ຄິດ​ຢ່າງ​ມີ​ວິ​ຈາ​ລະ​ນາ​ຍານ ແລະ ສ້າງ​ຄວາມ​ເຂົ້າ​ໃຈ ອຸ​ປະ​ກອນ​ປະ​ກອບ​ການ​ຮຽນ-ການ​ສອນ​ຊຸດ​ໃໝ່​ນີ້​ ​ໄດ້​ຮັບ​ການ​ອອກ​ແບບ​ມາ​ເພື່ອ​ໃຫ້​ນັກ​ຮຽນ​ສາ​ມາດ​​ມີ​ສ່ວນ​ຮ່ວມ​ໃນ​ການຮຽນ​ຮູ້​ ເຊິ່ງ​ເປັນ​ສິ່ງ​ສຳ​ຄັນ​​ຫຼັກ​ສຳ​ລັບ​ວິ​ທີ​ການ​ຮຽນ-ການ​ສອນສະ​ບັບ​ປັບ​ປຸງ​ໃໝ່ ມັນ​ຈະ​ຊ່ວຍ​ໃຫ້​ນັກ​ຮຽນ​ໂດຍ​ສະ​ເພາະ​ແມ່ນ​ນັກ​ຮຽນ​ຍິງ ແລະ ນັກ​ຮຽນ​​ທີ່​ມີ​ຂໍ້​ຈຳ​ກັດ ສາ​ມາດ​ຮຽນ​ຮູ້​ໄດ້​ຫຼາຍ​ ແລະ ໄດ້​ຮັບ​ປະ​ສົບ​ການ​ຫຼາຍ​ຂຶ້ນ. 

# ຂ່າວ & ພາບ: ບຸນມີ ສີວິໄລ

error: Content is protected !!