ສປປ ລາວ ຮ່ວມປະຊຸມທາງໄກຄັ້ງທຳອິດ ຂອງລັດຖະມົນ​ວັດທະນະທຳ 136 ປະເທດທົ່ວໂລກ​

    ທ່ານ ສະຫວັນຄອນ ຣາຊມຸນຕີ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ລາຍງານສະພາບການແຜ່ລະບາດ ແລະ ມາດຕະການຕ່າງໆໃນການປ້ອງກັນ ແລະ ສະກັດກັ້ນພະຍາດໂຄວິດ-19 ຢູ່ ສປປ ລາວ ໃຫ້ທົ່ວໂລກໄດ້ຮັບຊາບ ໃນໂອກາດເຂົ້າຮ່ວມກອງປະຊຸມທາງໄກ (Video Conference) ຄັ້ງທໍາອິດຂອງລັດຖະມົນຕີວັດທະນະທໍາ ພາຍໃຕ້ຂອບການຮ່ວມມືຂອງອົງການອຸຍເນັສໂກ ໃນວັນທີ 22 ເມສາ 2020 ຢູ່ນະຄອນຫຼວງວຽງຈັນ ໂດຍມີ 136 ປະເທດທົ່ວໂລກ ເຂົ້າຮ່ວມ.​

    ທ່ານ ສະຫວັນຄອນ ຣາຊມຸນຕີ ໄດ້ຕາງໜ້າໃຫ້ລັດຖະບານລາວ ສະແດງຄວາມເສຍໃຈ ແລະ ເຫັນອົກເຫັນໃຈມາຍັງລັດຖະບານ ແລະ ປະຊາຊົນທົ່ວໂລກ ໂດຍສະເພາະຄອບຄົວຜູ້ທີ່ໄດ້ຮັບເຄາະຮ້າຍ ແລະ ເສຍຊີວິດຈາກພະຍາດໂຄວິດ-19 ພ້ອມທັງລາຍງານໃຫ້ທົ່ວໂລກຮູ້ວ່າ: ສະພາບການແຜ່ລະບາດຂອງໄວຣັດໂຄວິດ-19 ຢູ່ ສປປ ລາວ ມາຮອດປັດຈຸບັນ ເຖິງແມ່ນວ່າຕົວເລກຜູ້ຕິດເຊື້ອມີບໍ່ຫຼາຍ ແຕ່ຄວາມສ່ຽງທີ່ຈະເກີດການລະບາດແບບວົງກວ້າງ ແລະ ຮຸນແຮງຂຶ້ນແມ່ນມີສູງ ຕໍ່ສະພາບການດັ່ງກ່າວ ລັດຖະບານໄດ້ວາງມາດຕະການເພື່ອປ້ອງກັນການແຜ່ລະບາດຂອງພະຍາດ ໂຄວິດ-19 ຕາມຄຳສັ່ງເລກທີ 06/ນຍ ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ ກັນການລະບາດ ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19.​

    ສຳລັບຂະແໜງການວັດທະນະທຳ ແລະ ການທ່ອງທ່ຽວ ກໍໄດ້ຮັບຜົນກະທົບຢ່າງໜັກໜ່ວງ ຕໍ່ບັນດາກິດຈະກຳວັດທະນະທຳ ແລະ ຮີດຄອງປະເພນີລາວ ເປັນຕົ້ນ ງານສະຫຼອງທົ່ງໄຫຫີນຊຽງຂວາງ ເຂົ້າເປັນມໍລະດົກໂລກ ບຸນປີໃໝ່ລາວ ແລະ ບຸນປະເພນີປະຈຳຊາດ ທີ່ສ່ອງແສງເຖິງເອກະລັກຂອງລາວ ແມ່ນຖືກໂຈະ. ສິ່ງດັ່ງກ່າວ ເຮັດໃຫ້ບັນດາຫົວໜ່ວຍທຸລະກິດ ວັດທະນະທຳ ການທ່ອງທ່ຽວ ການບໍລິການການຂົນສົ່ງ ແລະ ທຸລະກິດປິ່ນອ້ອມຖືກຢຸດສະງັ, ຕໍ່ສະພາບການດັ່ງກ່າວ ໄດ້ສົ່ງຜົນກະທົບທາງລົບຕໍ່ການພັດທະນາເສດຖະກິດຂອງໂລກ ກໍຄື ສປປ ລາວ ໃນລະດັບສູງ. ລັດຖະບານ ສປປ ລາວ ນອກຈາກມີມາດຕະກາດປ້ອງກັນຢ່າງເຄັ່ງຄັດແລ້ວ ຍັງໄດ້ກຳນົດນະໂຍບາຍກະຕຸ້ນເສດຖະກິດພາຍໃນ ທັງໃນໄລຍະສັ້ນ ແລະ ໄລຍະຍາວ ແນໃສ່ຊ່ວຍເຫຼືອການລົງທຶນທຸລະກິດວັດທະນະທຳ ທ່ອງທ່ຽວ ແລະ ທຸລະກິດປິ່ນອ້ອມ ໂດຍສະເພາະ ບັນດາວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ໄດ້ຮັບຜົນກະທົບຈາກພະຍາດລະບາດດັ່ງກ່າວ ສາມາດເຄື່ອນໄຫວ ແລະ ສ້າງພື້ນຖານການຜະລິດພາຍໃນ ເພື່ອກະຕຸ້ນເສດຖະກິດໃນຕໍ່ໜ້າ.

ຂໍ້ມູນຈາກ: ໜັງສືພິມປະເທດລາວ

error: Content is protected !!