ສອງອົງການ ຮ່ວມມືແກ້ໄຂການລະເມີດກົດໝາຍ

    ພິທີເຊັນບົດບັນທຶນການປະສານງານຮ່ວມກັນ ລະຫວ່າງອົງການກວດສອບແຫ່ງລັດ ແລະ ອົງການໄອຍະການປະຊາຊົນສູງສຸດ ຈັດຂຶ້ນວັນທີ 20 ກໍລະກົດ 2021 ທີ່ອົງການກວດສອບແຫ່ງລັດ ຮ່ວມລົງນາມລະຫວ່າງທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ທ່ານ ມະໄລທອງ ກົມມະສິດ ປະທານອົງການກວດສອບແຫ່ງລັດ ມີຮອງປະທານ ຫົວໜ້າ ຮອງຫົວໜ້າກົມ ແລະ ພະນັກງານຫຼັກແຫຼ່ງທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

    ການເຊັນບົດບັນທຶກກັນຄັ້ງນີ້ ເພື່ອຈັດຕັ້ງຜັນຂະຫຍາຍກົດໝາຍວ່າດ້ວຍການກວດສອບແຫ່ງລັດສະບັບລົງວັນທີ 11 ພະຈິກ 2016 ມະຕິກອງປະຊຸມສະພາແຫ່ງຊາດ ສະບັບລົງວັນທີ 18 ພະຈິກ 2019 ມາດຕາ 4 ຂໍ້ 14 ເຮັດໃຫ້ການຈັດຕັ້ງແກ້ໄຂການລະເມີດກົດໝາຍ ຫຼື ການແກ້ໄຂຜົນການກວດສອບມີຄວາມເຂັ້ມງວດຂາດຕົວ ແລະ ທັນຕາມກຳນົດເວລາທີ່ກົດໝາຍກຳນົດ ໂດຍສະເພາະ ແມ່ນມາດຕາທີ 19 ຂອງກົດໝາຍວ່າດ້ວຍການກວດສອບແຫ່ງລັດ ແລະ ແຈ້ງການຂອງຄະນະເລຂາທິການສະພາແຫ່ງຊາດ ສະບັບລົງວັນທີ 4 ມີນາ 2020 ກ່ຽວກັບການຈັດຕັ້ງປະຕິບັດມາດຕາ 19 ຂອງກົດໝາຍວ່າດ້ວຍການກວດສອບແຫ່ງລັດ ໃນການສົ່ງສຳນວນເອກະສານ ຫຼັກຖານຜົນການກວດສອບ ເພື່ອໃຫ້ອົງການທີ່ມີສິດອຳນາດ ດຳເນີນຄະດີຕາມຂະບວນການຍຸຕິທຳ ບັນທຶກການປະສານງານຮ່ວມກັນລະຫວ່າງອົງການກວດສອບແຫ່ງລັດ ແລະ ອົງການໄອຍະການປະຊາຊົນສູງສຸດ ປະກອບມີ 3 ໝວດ ແລະ 9 ມາດຕາ ໂດຍໄດ້ກຳນົດໜ້າທີ່ຄວາມຮັບຜິດຊອບຂອງແຕ່ລະພາກສ່ວນອອກເປັນໜ້າວຽກອັນເປັນລະອຽດ ເພື່ອປະກອບສ່ວນໃຫ້ການຄຸ້ມຄອງລັດ ຄຸ້ມຄອງເສດຖະກິດ ໃຫ້ມີຄວາມໂປ່ງໃສ ເຂັ້ມແຂງ ມີປະສິດທິພາບ ປະສິດທິຜົນ ປະຢັດ ແລະ ປະຕິບັດມາດຕະການສະກັດກັ້ນ ແລະ  ແກ້ໄຂການລະເມີດກົດໝາຍຂອງເປົ້າໝາຍທີ່ຖືກກວດສອບ ໂດຍສະເພາະການຄຸ້ມຄອງ ການນຳໃຊ້ງົບປະມານ ແລະ ຊັບສິນຂອງລັດຕາມຂະບວນການຍຸຕິທຳ.    

# ຂ່າວ & ພາບ : ສົມສະຫວັນ

error: Content is protected !!