ມອບ-ຮັບໜ້າທີ່ ປະທານສະມາຄົມເຟີນິເຈີລາວ

      ວັນທີ 21 ກໍລະກົດ 2021 ທີ່ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ມີພີທິມອບ-ຮັບໜ້າທີ່ປະທານສະມາຄົມເຟີນິເຈີລາວ (ຜູ້ເກົ່າ ແລະ ຜູ້ໃໝ່) ລະຫວ່າງທ່ານ ຄຳໄພ ສົມຊະນະ ປະທານສະມາຄົມເຟີນິເຈີລາວຜູ້ເກົ່າ ກັບທ່ານ ກອງມາລາ ພົມມາໄລ ປະທານສະມາຄົມເຟີນິເຈີລາວຜູ້ໃໝ່ ເຂົ້າຮ່ວມຂອງທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະອຸດສາຫະກຳແຫ່ງຊາດລາວ ມີບັນດາຮອງປະທານ ສຟລ ພ້ອມດ້ວຍບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

          ໃນພິທີໄດ້ມີການການຜ່ານຂໍ້ຕົກລົງຂອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ວ່າດ້ວຍການຮັບຮອງການແຕ່ງຕັ້ງຄະນະບໍລິຫານງານຂອງສະມາຄົມເຟີນິເຈີລາວ ສະໄໝທີ IV ໂດຍຕົກລົງຮັບຮອງເອົາທ່ານ ກອງມາລາ ພົມມາໄລ ອຳນວຍການໂຮງງານເຄແອນບີ ເຟີນິເຈີ ເປັນປະທານ ແລະ ໄດ້ຮັບຮອງເອົາຮອງປະທານ 6 ທ່ານ ປະກອບມີ: ທ່ານ ວັນເພັງ ສົມຊະນະ ອໍານວຍການໂຮງງານຄຳໄພຊະນະປຸງແຕ່ງໄມ້ ແລະ ເຟີນິເຈີ ທ່ານນາງ ຈັນໄຕ ທໍາມະວົງສາ ອຳນວຍການໂຮງງານຈັນໄຕເຟີນິເຈີ ທ່ານ ທອງດຳ ສີຫາມາຍາ ອຳນວຍການໂຮງງານທອງດຳເຟີນິເຈີ ທ່ານ ກອງແຊງ ລາດສະມູນ ອຳນວຍການໂຮງຊ່າງແກະສະຫຼັກໄມ້ ທ່ານບຸນຖອງ ຫຼວງໂຄດ ອໍານວຍການບໍລິສັດຮຸ່ງຈະເລີນລວຍຊັບການຄ້າຂາເຂົ້າ ແລະ ສົ່ງອອກ ຈຳກັດ ທ່ານ ນາງ ວອນມະນີວົງ ສະເຕີນ ອຳນວຍການບ້ານລັບແລເຟີນິເຈີ.

          ສ່ວນຄະນະກຳມະການປະກອບມີ: ທ່ານກົງສາ ດວງມາລາ ອຳນວຍການກົງສາເຟີນິເຈີ ທ່ານນາງ ພອນບູລີ ນໍລະສິດ ອຳນວຍການພອນບູລີເຟີນິເຈີ ທ່ານນາງ ເພັດສະໝອນ ເໜື່ອງກອງມະນີ ອຳນວຍການຫັດໂກຳແກະສະຫຼັກໄມ້ ທ່ານນາງ ສົມບູນ ພິມມະສອນ ອຳນວຍການໂຮງງານສົມບູນ ແລະ ຄະນະກວດກາອີກ 3 ທ່ານປະກອບມີ: ທ່ານ ກົງສາ ດວງມາລາ ອຳນວຍການກົງສາເຟີນີເຈີ ເປັນຫົວໜ້າ ທ່ານນາງ ວອນມະນີວົງ ສະເຕີນ ອຳນວຍການບ້ານລັບແລເຟີນິເຈີ ເປັນຮອງ ແລະ ທ່ານນາງ ເພັດສະໝອນ ເໜື່ອງກອງມະນີ ອຳນວຍການຫັດຖະກຳແກະສະຫຼັກໄມ້ ເປັນຄະນະ.

          ໂອກາດນີ້ ທ່ານ ກອງມາລາ ພົມມາໄລ ກ່າວວ່າ: ເພື່ອເປັນການສະຫຼຸບຕີລາຄາການເຄື່ອນໄຫວໃນໄລຍະຜ່ານມາຂອງສະໄໝທີ 2 ແລະ 3 ຈະນໍາໄປຖອດຖອນບົດຮຽນຮ່ວມກັນຊອກໃຫ້ເຫັນຜົນສໍາເລັດອັນພົ້ນເດັ່ນທີ່ເປັນພື້ນຖານ ຈຸດດີ ແລະຈຸດແຂງທີ່ເປັນທ່າແຮງໃນການສ້າງຕັ້ງ ຄຸ້ມຄອງ ແລະ ການເຄື່ອນໄຫວກິດຈະກຳຕ່າງໆຂອງສະມາຄົມພາຍໃຕ້ການຈັດຕັ້ງແນວທາງນະໂຍບາຍຂອງພັກ ແຜນພັດທະນາເສດຖະກິດຂອງລັດຖະບານ ແລະ ການປະກອບສ່ວນຂອງຫົວໜ່ວຍທຸລະກິດໂດຍສະເພາະແມ່ນບັນດາສະມາຊິກສະມາຄົມເຟີນິເຈີລາວ ແລະ ພ້ອມກັນນີ້ ພວກເຮົາຍັງຈະໄດ້ພ້ອມຕີລາຄາດ້ານອ່ອນຂໍ້ຄົງຄ້າງທີ່ເປັນອຸປະສັກຕໍ່ການເຄື່ອນໄຫວວຽກງານຕ່າງໆຊອກຫາສາເຫດນຳໄປປັບປຸງແກ້ໄຂໃຫ້ດີຂຶ້ນໃນສະໄປໃຫ້ເກີດດອກອອກຜົນຢ່າງຈົບງາມ.

# ຂ່າວ & ພາບ: ໄຊບັນດິດ

error: Content is protected !!