ລົມພະຍຸພັດຖະຫຼົ່ມ 18 ບ້ານ 119 ຫຼັງຄາເຮືອນ ໃນເມືອງລະຄອນເພັງ ໄດ້ຮັບຜົນເສຍຫາຍ

    ເມືອງ​ລະ­ຄອນ​ເພັງ ແຂວງ​ສາ­ລະ​ວັນ ເປັນ​ເມືອງ​ໜຶ່ງ​ທີ່​ໄດ້​ຮັບ​ຜົນ​ກະ­ທົບ​ຈາກ​ພະ­ຍຸ​ລະ­ດູ​ຮ້ອນ​ເກີດ​ຂຶ້ນ​ໃນ​ເວ­ລາ 17:00 ໂມງ​ຂອງ​ວັນ​ທີ 22 ເມ­ສາ 2020 ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ເຮືອນ​ປະ­ຊາ­ຊົນ.

    ອີງ​ຕາມ​ບົດ​ລາຍ​ງານ​ຂອງ​ເຈົ້າ­ເມືອງໆ​ລະ­ຄອນ​ເພັງ ສະ­ບັບ​ເລກ​ທີ 04/ຈມ.ພລ ລົງ​ວັນ​ທີ 23 ເດຶອນ​ເມ­ສາ 2020 ນີ້​ວ່າ: ໃນ​ເວ­ລາ​ປະ­ມານ 17:00 ໂມງ​ຕອນ​ແລງ​ຂອງ​ວັນ​ທີ 22 ເດືອນ​ເມ­ສາ 2020 ໄດ້​ມີ​ຝົນ ແລະ ລົມ​ພະ­ຍຸ​ລະ­ດູ​ຮອ້ນ​ພັດ​ຜ່ານ​ຂອບ​ເຂດ​ເມືອງ​ລະ­ຄອນ​ເພັງ​ຢ່າງ​ຮຸນ​ແຮງ ເຮັດ​ໃຫ້​ຊັບ​ສິນ ແລະ​ເຮືອນ​ຊານ​ຂອງ​ພໍ່​ແມ່​ປະ­ຊາ­ຊົນ​ໄດ້​ຮັບ​ຜົນ​ກະ­ທົບ ແລະ ມີ​ຄວາມ​ເສຍ​ຫາຍ​ຫຼາຍ​ພໍ​ສົມ­ຄວນ ຕາມ​ການ​ເກັບ​ກຳ​ຂໍ້​ມູນ​ປະ​ເມີນ​ຜົນ​ເສຍ​ຫາຍ​ໃນ​ເບື່ອງ​ຕົ້ນ​ຂອງ​ພາກ­ສ່ວນ​ຕ່າງໆ​ທີ່​ກ່ຽວ­ຂ້ອງ ລົມ​ພະ­ຍຸ​ໄດ້​ພັດ​ເຮືອນ​ປະ­ຊາ­ຊົນ​ທັງ​ໝົດ 18 ບ້ານ ມີ 119 ຫຼັງ­ຄາ​ໃນ​ນັ້ນ ເສຍ​ຫາຍ​ໜັກ 5 ຫຼັງ­ຄາ​ເຮືອນ ລົ້ມ​ໝົດ​ຫຼັງ.

error: Content is protected !!