ເປີດສະຖາບັນການສຶກສາ ທະນາຄານພົງສະຫວັນ

    ວັນທີ 22 ກໍລະກົດ 2021 ໄດ້ມີພິທີເປີດສະຖາບັນການສຶກສາທະນາຄານພົງສະຫວັນ ຈໍາກັດ ທີ່ ທະນາຄານພົງສະຫວັນ ສາຂາສາມແສນໄທ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ເຊິ່ງງານພິທີດັ່ງກ່າວ ໄດ້ຮັບກຽດກ່າວເປີດງານໂດຍທ່ານ ໄພບຸນ ພົງສະຫວັນ ຜູ້ອຳນວຍການໃຫຍ່ ທະນາຄານພົງສະຫວັນ ຈຳກັດ ພ້ອມດ້ວຍບັນດາຄະນະຜູ້ບໍລິຫານ ແລະ ພະນັກງານເຂົ້າຮ່ວມເປັນສັກຂີພະຍານ.

    ຈຸດປະສົງໃນການສ້າງຕັ້ງສະຖາບັນການສຶກສາດັ່ງກ່າວ ເພື່ອເປັນສະຖານທີ່ໃຫ້ຄວາມຮູ້ທາງດ້ານວິຊາການທະນາຄານແບບມາດຕະຖານສາກົນ ແລະ ເປັນການສ້າງມາດຕະຖານຄັ້ງທຳອິດ ໃນການເຝິກອົບຮົມການຮຽນຮູ້ທາງດ້ານການທະນາຄານຂອງທະນາຄານ ພົງສະຫວັນ ຈຳກັດ ເຊິ່ງໄດ້ຮັບການສະໜັບສະໜູນຈາກຜູ້ບໍລິຫານລະດັບສູງ ເປົ້າໝາຍເພື່ອສ້າງບຸຄະລາກອນໃຫ້ມີຄວາມຮູ້ ຄວາມສາມາດ ຫັນເປັນວິຊາຊີບການທະນາຄານ ທຽບເທົ່າກັບສາກົນ ແລະ ຮ່ວມເຜີຍແຜ່ຄວາມຮູ້ໃຫ້ກັບສັງຄົມໃນຂະແໜງຕ່າງໆຕໍ່ໄປໃນອະນາຄົດ.

# ຂ່າວ & ພາບ:  ໄຊບັນດິດ

error: Content is protected !!