ສະຫາຍເລຂາທິການໃຫຍ່ ປະທານປະເທດ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫົວພັນ

   ວັນທີ 23 ກໍລະກົດ 2021 ທີ່ແຂວງຫົວພັນ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ພ້ອມຄະນະຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫົວພັນ ໂດຍມີສະຫາຍ ວັນໄຊ ແພງຊຸມມາ ເລຂາພັກແຂວງ ເຈົ້າແຂວງຫົວພັນ ພ້ອມພະນັກງານຫຼັກແຫຼ່ງໃຫ້ການຕ້ອນຮັບ.

   ໃນໂອກາດນີ້ ສະຫາຍ ວັນໄຊ ແພງຊຸມມາ ໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມພາຍໃນແຂວງໃຫ້ຊາບ ໂດຍລວມແຂວງຫົວພັນຍັງຮັກສາໄດ້ຄວາມໜັກແໜ້ນທາງດ້ານເມືອງ ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ເຮັດໃຫ້ປະຊາຊົນ ທຳມາຫາກິນ ແລະ ມີການພັດທະນາຂຶ້ນໄປເລື້ອຍໆ ແຂວງໄດ້ເອົາໃຈໃສ່ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ໂດຍຫັນເອົາກຳລັງລົງກໍ່ສ້າງຮາກຖານການເມືອງຕາມ 4 ເນື້ອໃນ 4 ຄາດໝາຍ ຕິດພັນກັນວຽກງານ 3 ສ້າງ ມາຮອດປັດຈຸບັນ ການພັດທະນາເສດຖະກິດໃນ 6 ເດືອນຕົ້ນປີ ທົ່ວແຂວງມີເນື້ອທີ່ປູກຝັງລະດູແລ້ງທັງໝົດ 26.761 ເຮັກຕາ ສາມາດເກັບຜົນຜະລິດໄດ້ທັງ ໝົດ 37.322 ໂຕນ ທຽບໃສ່ແຜນການປະຕິບັດໄດ້ 14,57% ເນື້ອປູກພືດເປັນສະບຽງອາຫານມີ ທັງໝົດ 7.606 ເຮັກຕາ ສາມາດເກັບກ່ຽວຜົນຜະລິດໄດ້ 17.85,57 ໂຕນ ແລະ ມີເນື້ອປູກພືດເປັນສິນຄ້າທັງໝົດ 11.676 ເຮັກຕາ ສາມາດເກັບກ່ຽວຜົນຜະລິດໄດ້ 12.092,78 ໂຕນ ສ່ວນການພັດທະນາບັນດາວຽກງານໃນຂົງເຂດອື່ນໆແມ່ນສາມາດປະຕິບັດໄດ້ດີພໍສົມຄວນ ແຕ່ອັດຕາຄວາມທຸກຍາກຍັງມີເຖິງ 13,44% ຂອງຄອບຄົວທັງໝົດ ທຽບໃສ່ປີ 2015 ຫຼຸດລົງ 8,52% ແລະ ມີບ້ານທຸກຍາກເຖິງ 473 ບ້ານ ກວມເອົາ 64,97% ຂອງບ້ານທຸກຍາກ.

   ໃນໂອກາດດັ່ງກ່າວ ສະຫາຍເລຂາທິການໃຫຍ່ ປະທານປະເທດ ໄດ້ໃຫ້ກຽດໂອ້ລົມພ້ອມໃຫ້ທິດຊີ້ນໍາ ໂດຍກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍທີ່ແຂວງຍັງຮັກສາໄດ້ມູນເຊື້ອຂອງການປະຕິວັດ ພ້ອມດຽວກັນ ສະຫາຍຍັງໄດ້ໃຫ້ທິດຊີ້ນຳແກ່ບັນດາການນຳຫຼັກແຫຼ່ງຈົ່ງໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກຫັນລົງສູ່ຮາກຖານໂຕຈິງ ຖືເອົາມະຕິ XI ເປັນຫຼັກ ແລະ ເປັນແຜນລະອຽດໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ ແລະ ນຳເອົາວາລະແຫ່ງຊາດມາຜັນຂະຫຍາຍ ພ້ອມກັບໝູນໃຊ້ເຂົ້າກັບພຶດຕິກຳໂຕຈິງຂອງການພັດທະນາແຂວງໃຫ້ກ້າວເດີນໄປຂ້າງໜ້າ ໂດຍສ້າງຈິນຕະນາການອັນໃໝ່ທີ່ຖືກຕ້ອງ ແລະ ກ້າຮັບເອົາສິ່ງໃໝ່ທີ່ມີການຫັນປ່ຽນທີ່ດີກວ່າອັນເກົ່າ ສຸດທ້າຍສະມາຊິກພັກທຸກຂັ້ນ ຕ້ອງເປັນແບບຢ່າງທີ່ດີໃນການດຳລົງຊີວິດ ແລະ ປະຕິບັດໜ້າທີ່ວຽກງານທີ່ຕົນເອງຮັບຜິດຊອບ.

    ພ້ອມນີ້ ສະຫາຍປະທານປະເທດພ້ອມຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ບ້ານນາຊອນ ເມືອງສົບເບົາ ຊຶ່ງເປັນບ້ານເກີດຂອງສະຫາຍເອງ ໂດຍມີສະຫາຍ ໄຊຍະແສງ ຊົງຢົງຢາ ເລຂາພັກເມືອງ ເຈົ້າເມືອງສົບເບົາ ພ້ອມເຖົ້າແກ່ແນວໂຮມ ແລະ ຄູ-ນັກຮຽນ ໃຫ້ການຕ້ອນຮັບ ບ້ານນາຊອນ ປັດຈຸບັນມີພົນລະເມືອງທັງໝົດ 384 ຄົນ ຍິງ 219 ຄົນ ມີ 70 ຫຼັງຄາເຮືອນ ແລະ 76 ຄອບຄົວ ທົ່ວເມືອງສົບເບົາມີເນຶ້ອທີ່ 101,99 ຮຕ ທິດຕາເວັນອອກຕິດກັບເມືອງມົກເຈົາ ເວິ້ນໂຮ່ ເມືອງລາດ ສສ ຫວຽດນາມ ທິດຕາເວັນຕົກຕິດກັບເມືອງຊຳເໜືອ ທິດໃຕ້ຕິດກັບເມືອງວຽງໄຊ ແລະ ທິດເໜືອຕິດກັບເມືອງຊຽງຄໍ້ ມີເນື້ອທີ່ດິນປູກຝັງ 5.734,20 ເຮັກຕາ ເນື້ອທີ່ນາ 2.526,66 ເຮັກຕາ; ພື້ນຖານເສດຖະກິດຫຼັກແມ່ນກະສິກຳ ມີ 67 ບ້ານ ມີ 4.599 ຄອບຄົວ ມີພົນລະເມືອງທັງໝົດ 25.853 ຄົນ ຍິງ 12.632 ຄົນ ມີ 6 ເຜົ່າຊົນ: ເຜົ່າລາວພຸດ ກວມເອົາ 15% ເຜົ່າໄຕແດງ ກວມເອົາ 64% ເຜົ່າມົ້ງ ກວມເອົາ 22% ເຜົ່າໄຕດຳ ກວມເອົາ 2% ເຜົ່າອິວມຽນ ກວມເອົາ 3% ແລະ ເຜົ່າກຶມມຸ ກວມເອົາ 4% ຜົນສຳເລັດໃນການນຳພາ-ຊີ້ນຳ ພັດທະນາເສດຖະກິດ-ສັງຄົມໄລຍະຜ່ານມາ ພາຍໃຕ້ເງື່ອນໄຂມີຫຼາຍອັນທີ່ຍັງສັບສົນ ມີທັງສິ່ງອຳນວຍຄວາມສະດວກ ແລະ ສີ່ງທ້າທາຍຫຼາຍປະການໃຫ້ແກ່ການພັດທະນາ.

    ແຕ່ເຖິງຢ່າງໃດກໍຕາມ ໂດຍຄວາມຮັບຜິດຊອບສູງ ຄວາມເປັນເຈົ້າການຂອງຄະນະພັກ ສະມາຊິກພັກ ອຳນາດການປົກຄອງ ແຕ່ລະຂັ້ນ ອົງການຈັດຕັ້ງຕ່າງໆ ບວກກັບມູນເຊື້ອອັນດີງາມຂອງຊາວເມືອງສົບເບົາ ແລະ ພາຍໃຕ້ການນຳພາ-ຊີ້ນຳຢ່າງເປັນປົກກະຕິ ໃນການສຶກສາອົບຮົມການເມືອງແນວຄິດ ດ້ວຍການຄົ້ນຄວ້າເຊື່ອມຊຶມກຳແໜ້ນແນວທາງຂອງພັກ ກົດໝາຍຂອງລັດ ໂດຍສະເພາະແມ່ນມະຕິຕ່າງໆຂອງກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ມະຕິ X ຂອງອົງຄະນະພັກແຂວງ ມະຕິ V ຂອງອົງຄະນະພັກເມືອງ ການເລົ່າມູນເຊື້ອຂອງພັກ ຂອງຊາດ ສາກົນ ໃຫ້ແກ່ສະມາຊິກພັກ ພະນັກງານ-ລັດຖະກອນ ທະຫານ ຕຳຫຼວດ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າໃນ 67 ບ້ານ ທົ່ວເມືອງ ເຫັນໄດ້ວ່າຄຸນທາດການເມືອງ ຂອງພໍ່ແມ່ປະຊາຊົນແມ່ນຍັງມີຄວາມໜັກແໜ້ນເດັດດ່ຽວ ເດີນຕາມອຸດົມການສັງຄົມນິຍົມຢ່າງສະເໝີຕົ້ນສະເໝີປາຍ ມີຄວາມຮັບຮູ້ເຂົ້າໃຈ ແລະ ກຳແໜ້ນຕໍ່ແນວທາງນະໂຍບາຍຂອງພັກ-ກົດໝາຍຂອງລັດ ທົ່ວເມືອງ ມີ 100 ໜ່ວຍພັກ ໃນນັ້ນມີໜ່ວຍພັກເອກະລາດ 82 ໜ່ວຍ ມີສະມາຊິກພັກທັງໝົດ 1.459 ສະຫາຍ ຍິງ 342 ສະຫາຍ ມີສະມາຊິກພັກແຂງ 1.271 ສະຫາຍ ຍິງ 305 ສະຫາຍ ເປັນໜ່ວຍພັກປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ 79 ໜ່ວຍພັກ ເທົ່າກັບ 82,29% ຂອງຈຳນວນໜ່ວຍພັກ.

    ໃນໂອກາດດັ່ງກ່າວ ສະຫາຍເລຂາທິການໃຫຍ່ ປະທານປະເທດ ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳບາງບັນຫາ ກ່ອນອື່ນສະຫາຍໄດ້ຍ້ອງຍໍຊົມເຊີຍທີ່ອຳນາດການປົກຄອງທຸກຂັ້ນ ຕະຫຼອດພໍ່ແມ່ປະຊາຊົນ ໄດ້ຢຶດໝັ້ນ ແລະ ຮັກສາໄດ້ມູນເຊື້ອພິລະອາດຫານແຫ່ງການປະຕິວັດ ແລະ ຈົ່ງສືບຕໍ່ຮັກສາມູນເຊື້ອດັ່ງກ່າວ ພ້ອມເສີມຂະຫາຍ ແລະ ສູ້ຊົນເຮັດໃຫ້ປະຊາຊົນພາຍໃນເມືອງມີຊີວິດການເປັນຢູ່ທີ່ດີຂຶ້ນ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກ ເຮັດໃຫ້ທົ່ວສັງຄົມພາຍໃນເມືອງປອດຈາກສິ່ງເສບຕິດ   ສິ່ງຜິດກົດໝາຍ ແລະ ສົ່ງເສີມໃຫ້ລູກຫຼານໄດ້ຮັບການສຶກສາ ເພື່ອເຮັດໃຫ້ລູກຫຼານຫ່າງໄກຈາກສິ່ງອະບາຍຍະມຸກຕ່າງໆ.

# ຂ່າວ & ພາບ:  ໄຊບັນດິດ

.

error: Content is protected !!