ຫສປທ ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ

    ວັນທີ 22 ກໍລະກົດ 2021 ຢູ່ຫ້ອງວ່າການສຳນັກງານປະທານປະເທດ (ຫສປທ) ຈັດກອງປະຊຸມເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ເຂົ້າສູ່ວຽກງານຕົວຈິງຂອງ ຫສປທ ເປັນປະທານຂອງສະຫາຍ ນາງ ເຂັມມະນີ ພົນເສນາ ກຳມະການສູນກາງພັກ ເລຂາຄະນະພັກ ຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ ຮອງປະທານປະເທດ ພ້ອມຮອງເລຂາຄະນະພັກ ຮອງຫົວໜ້າ ຫສປທ ສະມາຊິກພັກ ແລະ ພະນັກງານເຂົ້າຮ່ວມຮັບຟັງ. 

    ການເຊື່ອມຊຶມໃນຄັ້ງນີ້ ກໍເພື່ອພັດທະນາຫ້ອງວ່າການສຳນັກງານປະທານປະເທດ ໃຫ້ເປັນເສນາທິການທີ່ດີຮອບດ້ານ ແລະ ເປັນອົງການຊ່ວຍວຽກຂອງປະທານປະເທດ ຮອງປະທານປະເທດ ຮັບປະກັນການບໍລິຫານຮັບໃຊ້ການນຳໃຫ້ດີ ມີຄຸນນະພາບ ມີການປະສານສົມທົບຢ່າງກົມກຽວ ພ້ອມທັງຮັບປະກັນຄວາມສະຫງົບປອດໄພຮອບດ້ານ ສືບຕໍ່ສ້າງການຫັນປ່ຽນທາງດ້ານແນວຄິດ ຈີນຕະນາການຢ່າງແຂງແຮງ ປັບປຸງ ຍົກສູງຫຼັກໝັ້ນການເມືອງ ຍົກສູງນ້ຳໃຈເສຍສະຫຼະ ແລະ ຍຶດໝັ້ນອຸດົມການປະຕິວັດຂອງຄະນະພັກ ສະມາຊິກພັກ ພະນັກງານຢ່າງເດັດດ່ຽວໜຽວແໜ້ນ ບໍ່ຫວັ່ນໄຫວຄອນແຄນຕໍ່ກັບສະພາບການຕ່າງໆ ຕ້ານ ແລະ ເດັດດ່ຽວແກ້ໄຂພະຍາດອາດຍາສິດ ເອກະຊົນ ແນວຄິດມັກງ່າຍ ຄອງເດີມ ເກງໃຈກັນ ປຽບທຽບ ຊັ່ງຊາ ການເສື່ອມຖອຍດ້ານແນວຄິດ ຄຸນທາດການເມືອງ ຄຸນສົມບັດສິນທຳປະຕິວັດ ແລະ ແບບແຜນການດຳລົງຊີວິດຂອງສະມາຊິກພັກ-ພະນັກງານ ເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນພັກ ແລະ ມະຫາຊົນໃຫ້ໜັກແໜ້ນຍິ່ງຂຶ້ນ. 

    ເພື່ອສ້າງຄວາມເປັນເອກະພາບ ແລະ ຄວາມຕັດສິນໃຈສູງແຕ່ຫົວທີ ເສີມຂະຫຍາຍສະຕິປັນຍາ ຫົວຄິດປະດິດສ້າງ ສ້າງຄວາມເຂົ້າໃຈ ຮັບຮູ້ກ່ຽວກັບການສ້າງການຫັນປ່ຽນໃໝ່ໃນການຈັດຕັ້ງເຊື່ອມຊຶມ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX ເພື່ອເປັນບ່ອນອີງໃຫ້ຄະນະພັກ ໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ໃຫ້ເປັນແຜນງານ ໂຄງການລະອຽດ ຕິດພັນກັບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກ ແລະ ແຜນພັດທະນາຂອງ ຫສປທ ເຂົ້າສູ່ຊີວິດຕົວຈິງ ກາຍເປັນຂະບວນການອັນຟົດຟື້ນ ແລະ ແຂງແຮງຂອງມະຫາຊົນ ເຮັດໃຫ້ແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການຂອງພັກເຮົາສືບຕໍ່ດຳເນີນໄປຢ່າງເລິກເຊິ່ງ ຮອດດ້ານ ແລະ ມີຜົນສຳເລັດໃຫຍ່ຫຼວງກວ່າເກົ່າ.

# ຂ່າວ & ພາບ:  ຊິລິການດາ

error: Content is protected !!