ຫາລືຮັບມືຮ່ວມກັນລ່ວງໜ້າ ການຄຸ້ມຄອງໄພພິບັດນໍ້າຖ້ວມໃຫ້ມີປະສິດທິຜົນ

    ວັນທີ 23 ກໍລະກົດ 2021 ທີ່ກົມທີ່ດິນ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການຕິດຕາມສະພາບອາກາດ ລະດັບນໍ້າຕາມລໍານໍ້າຂອງ ແມ່ນໍ້າສາຂາ ແລະ ລະດັບນໍ້າຢູ່ອ່າງເກັບນໍ້າຂອງເຂື່ອນໄຟຟ້າ ຮ່ວມກັບກະຊວງພະລັງງານ ແລະ ບໍ່ແຮ່ ແລະ ບັນດາພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂອງແຂວງພາກກາງ ແລະ ປ່າໄມ້ ຜ່ານລະບົບສື່ສານທາງໄກ ເປັນປະທານຂອງທ່ານ ຈັນທະເນດ ບົວລະພາ ຮອງລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ມີບັນດາຜູ້ຕາງໜ້າຈາກກົມ ສະຖາບັນ ສູນ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ແລະ ເຂື່ອນໄຟຟ້າຈໍານວນໜຶ່ງເຂົ້າຮ່ວມ. 

    ການຈັດກອງປະຊຸມຄັ້ງນີ້ ເພື່ອລາຍງານສະພາບອາກາດ ແລະ ແຈ້ງເຕືອນໄພໃຫ້ແຕ່ລະຂະແໜງການຕ່າງໆຮັບຮູ້ ແລະ ປຶກສາຫາລືວາງແຜນຮັບມືຮ່ວມກັນລ່ວງໜ້າ ພ້ອມນັ້ນ ເພື່ອເຮັດໃຫ້ການຄຸ້ມຄອງໄພນໍ້າຖ້ວມໃຫ້ມີປະສິດທິພາບ ແລະ ຮັບປະກັນການແລກປ່ຽນຂໍ້ມູນ-ຂ່າວສານໃຫ້ຕິດຈອດກັນ ລວມທັງການແຈ້ງເຕືອນໃຫ້ບັນດາຂະແໜງຮັບຊາບ ແລະ ເຂົ້າໃຈສະພາບນໍ້າໃນປັດຈຸບັນ ນອກນີ້ ກອງປະຊຸມໄດ້ຮັບຟັງການນໍາສະເໜີຈາກກົມກອງຈາກກະຊວງຊັບພະຍກອນທຳມະຊາດ ແລະ ສິ່ງແວດ ລ້ອມ ກ່ຽວກັບການຕິດຕາມສະພາບອາກາດ ແລະ ການຕິດຕາມລະດັບນໍ້າໃນແຕ່ລະສາຂາແມ່ນໍ້າຫຼັກ ບັນດາເຄື່ອງມືຕົວແບບຈໍາລອງໃນການຈໍາລອງນໍ້າຖ້ວມ ກົດໝາຍນໍ້າ ແລະ ຊັບພະຍາກອນນໍ້າ ກົມຄຸ້ມຄອງ ພະລັງງານ ກະຊວງພະລັງງານ ແລະ ບໍ່ແຮ່ ສະເໜີກ່ຽວກັບການຕິດຕາມລະດັບນໍ້າຢູ່ອ່າງເກັບນໍ້າຂອງເຂື່ອນໄຟຟ້າ ນອກນີ້ ຜູ້ເຂົ້າກອງປະຊຸມຢູ່ສູນກາງ ແລະ ທ້ອງຖິ່ນກໍໄດ້ປຶກສາຫາລືກັນຢ່າງກົງໄປກົງມາ ແລະ ວາງແຜນຮ່ວມກັນ ເພື່ອຮັບມືກັບໄພນໍ້າຖ້ວມທີ່ຄາດວ່າຈະເກີດຂຶ້ນ ໂດຍສະເພາະ ການເຝົ້າລະວັງພະຍຸທີ່ເປັນຕົ້ນເຫດເຮັດໃຫ້ຝົນຕົກໜັກ ແລະ ກໍ່ໃຫ້ເກີດໄພນໍ້າຖ້ວມ.

.                # ຂ່າວ & ພາບ :  ຂັນທະວີ

error: Content is protected !!