ໂຄວິດ ຕິດເຊື້ອເພີ່ມຊັກໄຊ້ ວັນນີ້ຕິດເພີ່ມໄປອີກ 278 ຄົນ

    ທ່ານນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະສະສຸກ ໄດ້ຖະແຫຼງຂ່າວກ່ຽວກັບສະພາບການແຜ່ລະບາດເຊື້ອພະຍາດໂຄວິດ-19 ປະຈໍາວັນທີ 24 ກໍລະກົດ 2021 ວ່າ:ວັນທີ 23 ກໍລະກົດ ໄດ້ມີການເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 2.571 ຕົວຢ່າງ ໃນນັ້ນ ກວດພົບຜູ້ຕິດດເຊືື້ອໃໝ່ 278 ຄົນ ກໍລະນີທັງໝົດ ແມ່ນການຕີດເຊືື້ອໃນແຮງງານ ແລະ ຜູ້ທີ່ເດີນທາງເຂົ້າປະເທດ ປະກອບມີນະຄອນຫຼວງວຽງຈັນ 4 ກໍລະນີ ຈໍາປາສັກ 53 ກໍລະນີ ສະຫວັນນະເຂດ 198 ກໍລະນີ ສາລະວັນ 9 ກໍລະນີ ບໍລິຄໍາໄຊອີກ 9 ກໍລະນີ ແລະ ຄໍາມ່ວນອີກ 5 ກໍລະນີ. 

    ມາຮອດປັດຈຸບັນ ຢູ່ປະເທດເຮົາມີຜູ້ຕິດເຊື້ອສະສົມທັງໝົດ 4.620 ຄົນ ມີຈໍານວນເສຍຊີວິດສະສົມ 5 ແລະ ຍັງສືບຕໍ່ປິ່ນປົວອີກ 1.790 ຄົນ.

.                # ຂ່າວ & ພາບ :  ຂັນທະວີ

error: Content is protected !!