ມື້ນີ້ ລາວພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ 169 ຄົນ ເປັນກໍລະນີນຳເຂົ້າ

    ປັດຈຸບັນ ສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ປະເທດລາວ ຍັງມີທ່າອ່ຽງເພີ່ມຂຶ້ນເລື້ອຍໆ ເຊິ່ງຜູ້ຕິດເຊື້ອສ່ວນໃຫຍ່ ແມ່ນພົບຈາກແຮງງານລາວທີ່ກັບມາແຕ່ປະເທດເພື່ອນບ້ານຕາມຈຸດຜ່ານແດນຕ່າງໆ ຕາມການງານຂອງທ່ານ ດຣ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໃນວັນທີ 27 ກໍລະກົດ 2021 ໃຫ້ຮູ້ວ່າ: ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ ມາຮອດວັນທີ 26 ກໍລະກົດ ໄດ້ກວດວິເຄາະທັງໝົດ 1.483 ຄົນ ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 169 ຄົນ ຈາກນະຄອນຫຼວງວຽງຈັນ 10 ຄົນ ສະຫວັນນະເຂດ 85 ຄົນ ຈຳປາສັກ 60 ຄົນ ສາລະວັນ 8 ຄົນ ແລະ ຄຳມ່ວນ 6 ຄົນ ເຊິ່ງກວດພົບຈາກແຮງງານລາວທີ່ກັບມາແຕ່ປະເທດເພື່ອນບ້ານ ຕາມຈຸດຜ່ານແດນຕ່າງໆ ທົ່ວປະເທດມີຜູ້ຕິດເຊື້ອສະສົມທັງໝົດ 5.154 ຄົນ ເສຍຊີວິດສະສົມ 5 ຄົນ ແລະ ກໍາລັງປິ່ນປົວ 2.442 ຄົນ.

    ໃນແຕ່ລະວັນ ຍັງມີຜູ້ເດີນທາງເຂົ້າມາປະເທດລາວເປັນຈຳນວນຫຼວງຫຼາຍ ເຊິ່ງໃນວັນທີ 26 ກໍລະກົດນີ້ ມີຜູ້ເດີນທາງເຂົ້າມາຕາມດ່ານຕ່າງໆ 2.295 ຄົນ ທັງໝົດແມ່ນຖືກເກັບຕົວຢ່າງມາກວດຊອກຫາເຊື້ອໂຄວິດ-19 ແລະ ເຂົ້າສູນຈຳກັດບໍລິເວນທີ່ຄະນະສະເພາະກິດກຳນົດໄວ້ ທົ່ວປະເທດມີສູນຈຳກັດບໍລິເວນທີ່ຍັງເປີດຢູ່ 57 ສູນ ແລະ ມີຜູ້ຈຳກັດບໍລິເວນ 9.159 ຄົນ.

# ຂ່າວ & ພາບ:  ອົ່ນ ໄຟສົມທອງ

error: Content is protected !!