ເຜີຍແຜ່ຂໍ້ມູນມາດຕະຖານຊຸມຊົນ ໃນການນໍາໃຊ້ Facebook

    ເຟສບຸກ (Facebook) ຈັດງານພົບປະສື່ມວນຊົນຂະແໜງການຕ່າງໆຂອງລາວ ເພື່ອເຜີຍແຜ່ຂໍ້ມູນມາດຕະ ຖານຊຸມຊົນ ໃນການນໍາໃຊ້ Facebook ຂຶ້ນວັນທີ 29 ກໍລະກົດ 2021 ຢູ່ນະຄອນຫຼວງວຽງຈັນ ໂດຍການເຜີຍແຜ່ຂອງທ່ານນາງ Melissa Chin ຜູ້ຊ່ວຍຜູ້ຈັດການນະໂຍບາຍສາທາລະນະ ຝ່າຍເນື້ອໃນຂອງ Facebook ມີສື່ມວນຊົນຈາກພາກສ່ວນຕ່າງໆ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ທ່ານນາງ Melissa Chin ກ່າວວ່າ: ທຸກໆວັນ ຜູ້ຄົນໃຊ້ Facebook ເພື່ອແບ່ງປັນປະສົບການຂອງຕົວເຊື່ອມຕໍ່ກັບໝູ່ເພື່ອນ ແລະ ຄອບຄົວ ລວມທັງສ້າງຊຸມຊົນ ພວກເຮົາເປັນບໍລິການທີ່ໃຫ້ຜູ້ຄົນຫຼາຍກວ່າ 2 ຕື້ຄົນ ໄດ້ສະແດງຕົວຕົົນຂອງເຂົາເຈົ້າຢ່າງ ອິດສະຫຼະຢູ່ຫຼາຍປະເທດ ວັດທະນະທຳ ແລະ ພາສາ ພວກເຮົາຮູ້ດີວ່າ Facebook ຄວນເປັນພື້ນທີ່ທີ່ຜູ້ຄົນຮູ້ສຶກໝັ້ນໃຈທີ່ຈະສື່ສານ ແລະ ພວກເຮົາຈິງຈັງກັບການປ້ອງກັນບໍ່ໃຫ້ມີການໃຊ້ງານທີ່ບໍ່ເໝາະສົມເທິງບໍລິການຂອງພວກເຮົາ ຈຶ່ງໄດ້ພັດທະນາມາດຕະຖານ ຊຸມຊົນຂຶ້ນມາ ເຊິ່ງກຳນົດເນື້ອຫາທີ່ອະນຸຍາດ ແລະ ບໍ່ອະນຸຍາດໃຫ້ຢູ່ໃນ Facebook ນະໂຍບາຍຂອງພວກເຮົາ ແມ່ນອີງໃສ່ຄວາມ ຄິດເຫັນຈາກຊຸມຊົນຂອງພວກເຮົາ ແລະ ຄຳແນະນຳຂອງຜູ້ຊ່ຽວຊານໃນຂະແໜງການຕ່າງໆ ເຊັ່ນ: ເຕັກໂນໂລຊີ ຄວາມປອດໄພ ສາທາລະນະ ແລະ ສິດທິມະນຸດ ເພື່ອຮັບປະກັນວ່າສຽງຂອງທຸກຄົນມີຄຸນຄ່າ ພວກເຮົາຈິ່ງເອົາໃຈໃສ່ເປັນຢ່າງຍິ່ງ ໃນການຮ່າງ ນະໂຍບາຍທີ່ປະກອບໄປດ້ວຍຄວາມຄິດເຫັນ ແລະ ຄວາມເຊື່ອທີ່ຫຼາກຫຼາຍ ໂດຍສະເພາະ ຄວາມຄິດເຫັນ ແລະ ຄວາມເຊື່ອຂອງ ຜູ້ຄົນ ແລະ ຊຸມຊົນທີ່ອາດຈະຖືກເບິ່ງຂ້າມ ຫຼື ດ້ອຍໂອກາດ.

    ມາດຕະຖານຊຸມຊົນຂອງພວກເຮົາ ໄດ້ພັດທະນາປັບປຸງຢ່າງຕໍ່ເນື່ອງ ເພື່ອໃຫ້ທັນກັບພຶດຕິກຳອອນລາຍທີ່ປ່ຽນແປງຢູ່ຕະຫຼອດ ໂດຍມີໜ່ວຍງານນະໂຍບາຍເນື້ອໃນປະຈຳການຢູ່ຫຼາຍກວ່າ 11 ແຫ່ງທົ່ວໂລກ ທົ່ວທຸກເຂດເວລາ ແລະ ປະກອບດ້ວຍບັນດາຜູ້ຊ່ຽວ ຊານຂະແໜງການຕ່າງໆ ເຊັ່ນ: ການກໍ່ການຮ້າຍ ການສະແດງອອກຄຳເວົ້າທີ່ສະແດງເຖິງຄວາມກຽດຊັງ ແລະ ຄວາມປອດໄພຂອງ ເດັກ ທຸກຢ່າງເທິງ Facebook ສາມາດຖືກລາຍງານໄດ້ ເຊັ່ນ: ເພຈປະຫວັດສ່ວນບຸກຄົນ ໂພສຮູບພາບ ຄຳຄິດເຫັນ ແລະ ທຸກຄົນສາມາດລາຍງານເນື້ອໃນໃຫ້ພວກເຮົາໄດ້ ຖ້າຄິດວ່າເນື້ອໃນດັ່ງກ່າວນັ້ນລະເມີດມາດຕະຖານ ພຽງແຕ່ລາຍງານດຽວກໍພຽງພໍ ແລ້ວສຳລັບພວກເຮົາ ທີ່ຈະລຶບເນື້ອຫາອອກຖ້າຫາກມີການລະເມີດນະໂຍບາຍ ປັດຈຸບັນ ພວກເຮົາອາໄສປັນຍາປະດິດເປັນສ່ວນ ໃຫຍ່ ໃນການກວດພົບເນື້ອໃນທີ່ມີການລະເມີດໃນ Facebook ແລະ Instagram ເຊິ່ງເຕັກໂນໂລຊີຂອງພວກເຮົາມີຄວາມໝັ້ນ ໃຈພໍ ໃນການລຶບເນື້ອໃນທີ່ລະເມີດມາດຕະຖານອອກໂດຍອັດຕະໂນມັດ ແຕ່ຍັງມີຫຼາຍກໍລະນີທີ່ຕ້ອງອາໄສພະນັກງານກວດສອບ ເນື້ອໃນທີ່ຜ່ານການເຝິກອົບຮົມມາແລ້ວ ໃນການບັງຄັບໃຊ້ມາດຕະຖານຂອງພວກເຮົາຢ່າງເປັນທຳ ແລະ ຖືກຕ້ອງ ໂດຍສະເພາະເວ ລາທີ່ສະພາບການທີ່ຕິດພັນກັບລາຍລະອຽດຂອງເນື້ອຫານັ້ນມີຄວາມສຳຄັນ ນອກນີ້ ຍັງມີພະນັກງານຫຼາຍກວ່າ 35.000 ຄົນ ຮັບຜິດຊອບດ້ານຄວາມປອດໄພ ແລະ ຄວາມໝັ້ນຄົງຢູ່ທີ່ Facebook ເຊິ່ງຈຳນວນດັ່ງກ່າວມີປະມານ 15.000 ຄົນ ຮັບຜິດຊອບ ໜ້າທີ່ດ້ານກວດສອບເນື້ອໃນ.

# ຂ່າວ & ພາບ :  ສະບາໄພ

error: Content is protected !!