ຄະນະຊ່ຽວຊານແພດກອງທັບປົດປ່ອຍປະຊາຊົນຈີນ ມອບເຄື່ອງຊ່ວຍເຫຼືອໃຫ້ກອງທັບປະຊາຊົນລາວ

ໃນ​ວັນ​ທີ 24 ເມສາ 2020 ນີ້ ຄະນະ​ຊ່ຽວຊານ​ແພດ​ກອງທັບ​ປົດ​ປ່ອຍ​ປະຊາຊົນ​ຈີນ ນຳ​ໂດຍ​ສະຫາຍ ພັນ​ເອກ​ພິເສດ ຖີ​ສິນ​ຢຸຍ ຫົວໜ້າ​ພະ​ແນກ​ລະບົບ​ຫາຍໃຈ​ໂຮງໝໍ​ເລກ 1 ມະຫາວິທະຍາໄລ​ແພດ​ທະຫານ​ອາກາດ​ກອງທັບ​ປົດ​ປ່ອຍ​ປະຊາຊົນ​ຈີນ ໄດ້​ນຳ​ເອົາ​ເຄື່ອງ​ຊ່ວຍເຫຼືອ​ຕ້ານ​ພະຍາດ​ໂຄ​ວິດ-19 ມາ​ມອບ​ໃຫ້​ກອງທັບ​ປະຊາຊົນ​ລາວ ຢູ່​ທີ່​ສະໜາມ​ບິນ​ສາກົນ​ວັດ​ໄຕ ໃຫ້​ກຽດ​ຕ້ອນຮັບ​ໂດຍ ສະຫາຍ ພົນ​ຕີ ແອ​ສະໄໝ ເລືອ​ງວັນ​ໄຊ ຮອງ​ລັດ​ຖະ​ມົນ​ກະຊວງ​ປ້ອງ​ກັນ​ປະເທດ ແຫ່ງ ​ສປປ ລາວ ພ້ອມ​ດວ້ຍ​ຄະນະ.

ເຄື່ອງ ແລະ ອຸປະກອນ​ຕອບ​ຕ້ານ​ພະຍາດ​ໂຄ​ວິດ-19 ທີ່​ນຳ​ມາ​ຊ່ວຍເຫຼືອ​ໃນ​ຄັ້ງ​ນີ້ ປະກອບ​ມີ: ນ້ຳ​ຢາ​ກວດ​ຫາ​ເຊື້ອ​ພະຍາດ​ໂຄ​ວິດ-19 (PCR) ຜ້າ​ປິດ​ປາກ​ປ້ອງ​ກັນ​ທາງ​ການ​ແພດ ຮຸ່ນ (KN 95) ຜ້າ​ປິດ​ປາກ​ທາງ​ການ​ແພດ​ສຳລັບ​ເຂດ​ນອກ ແວ່ນຕາ​ປ້ອງ​ກັນ​ທາງ​ການ​ແພດ ຖົງມື​ທາງ​ການ​ແພດ ໝວກ​ໃສ່​ສຳລັບ​ຜ່າຕັດ ຊຸດ​ນຸ່ງ​ປ້ອງ​ກັນ ເຄື່ອງ​ວັດ​ອຸນຫະ​ພຸມ (ຮຸ່ນ​ແສງ​ອິນ​ຟາ​ເລດ) ເຈວ​ລ້າງ​ມື​ຂ້າ​ເຊື້ອ ຖັງ​ຂີ້​ເຫຍື້ອ​ທາງ​ການ​ແພດ ແລະ ຕຽງ​ນອນ​ທາງ​ການ​ແພດ.

ໂອກາດ​ດັ່ງກ່າວ ສະຫາຍ ພົນ​ຕີ ແອ​ສະໄໝ ເລືອ​ງວັນ​ໄຊ ໄດ້​ຕາງຫນ້າ​ຄະນະ​ນຳ​ກະຊວງ​ປ້ອງ​ກັນ​ປະເທດ​ແຫ່ງ ​ສປປ ລາວ ຮັບ​ເຄື່ອງ​ຊ່ວຍເຫຼືອ​ອຸປະກອນ​ການ​ແພດ ເພື່ອ​ຕອບ​ຕ້ານ​ພະຍາດ​ໂຄ​ວິດ-19 ຈາກ​ກະຊວງ​ປ້ອງ​ກັນ​ປະເທດ​ແຫ່ງ ​ສປ ຈີນ ໃນ​ຄັ້ງ​ນີ້  ພ້ອມ​ທັງ​ກ່າວ​ວ່າ: ສອງ​ປະເທດ ລາວ-ຈີນ ເປັນ​ບ້ານ​ໄກ້​ເຮືອນ​ຄຽງ​ທີ່​ມີ​ຄວາມ​ສາມັກຄີ​ຮັກແພງ​ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ​ມາ​ແຕ່​ດົນ​ນານ ບໍ່​ວ່າ​ໃນ​ພາລະກິດ​ຕໍ່ສູ້​ປົດ​ປ່ອຍ​ຊາດ​ໃນ​ເມື່ອ​ກ່ອນ ກໍ​ຄື​ໃນ​ໄລຍະ​ປົກ​ປັກ​ຮັກສາ​ພັດທະນາ​ປະເທດ​ຊາດ ລະຫວ່າງ​ສອງ​ພັກ-ສອງ​ລັດ ສອງ​ກອງທັບ ລາວ-ຈີນ ກໍ​ໄດ້​ສືບຕໍ່​ເສີມ​ຂະຫຍາຍ​ສາຍ​ພົວພັນ​ເຂົ້າ​ສູ່​ລວງ​ເລິກ. ພັກ-ລັດ ກອງທັບ ແລະ ປະຊາຊົນ​ຈີນ​ອ້າຍ​ນ້ອງ ຍາມ​ໃດ​ກໍ​ໃຫ້ການ​ສະຫນັບສະຫນູນ ຊ່ວຍເຫຼືອ ​ສປປ ລາວ ໂດຍ​ສະເພາະ​ແມ່ນ​ໃນ​ສະພາບ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ລັດຖະບານ ກະຊວງ​ປ້ອງ​ກັນ​ປະເທດ​ແຫ່ງ ​ສປ ຈີນ ໄດ້​ມີ​ຄວາມ​ເປັນ​ຫ່ວງ​ເປັນ​ໄຍ​ຕໍ່​ລັດຖະບານ ກໍ​ຄື​ປະຊາຊົນ​ລາວ ຈຶ່ງ​ໄດ້​ນຳ​ຄະນະ​ຊ່ຽວຊານ​ການ​ແພດ ແລະ ວັດຖຸ​ອຸປະກອນ​ຕ່າງໆ​ມາ​ຊ່ວຍເຫຼືອ​ແກ່​ກອງທັບ​ປະຊາຊົນ​ລາວ ເພື່ອ​ຮັບ​ມື ແລະ ໂຕ້​ຕອບ​ກັບ​ການ​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ສິ່ງ​ນີ້​ມັນ​ສະແດງ​ເຖິງ​ຄວາມ​ສາມັກຄີ​ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ ແບບ​ເພື່ອນ​ມິດ​ສະຫາຍ​ທີ່​ໃກ້ຊິດ ພ້ອມ​ທັງ​ຕີ​ລາຄາ​ສູງ​ຕໍ່​ໄມຕີ​ຈິດ​ມິດຕະພາບ ແລະ ການ​ຊ່ວຍເຫຼືອ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ​ແຫ່ງ ​ສປ ຈີນ ໃນ​ຄັ້ງ​ນີ້ ແລະ ຈະ​ນຳ​ໃຊ້​ບັນດາ​ອຸປະກອນ​ດັ່ງກ່າວ ເຂົ້າ​ໃນ​ວຽກ​ງານ​ຕົວ​ຈິງ​ຢ່າງ​ມີ​ປະ​ສິດທິ​ຜົນ.

error: Content is protected !!