ຊາວຄ້າຂາຍຕະຫຼາດໂນນຄໍ້ ໃຫ້ການຮ່ວມມືຕິດປ້າຍລາຄາສິນຄ້າຕາມແຈ້ງການຂັ້ນເທິງ

ຕະ­ຫຼາດ​ໂນນ​ຄໍ້ ເປັນ​ຕະ­ຫຼາດ​ໜຶ່ງ​ທີ່​ມີ​ນະ­ໂຍ­ບາຍ​ຕໍ່​ແມ່​ຄ້າ​ຊາວ​ຂາຍ​ທີ່​ມາ​ຂາຍ​ໃນ​ຕະ­ຫຼາດ​ດັ່ງ­ກ່າວ ນັບ​ແຕ່​ມື້​ເປີດ​ຕະ­ຫຼາດ​ເປັນ­ຕົ້ນ​ມາ​ຈົນ​ຮອດ​ປັດ­ຈຸ­ບັນ ສະ­ແດງ​ອອກ​ໃນ​ການ​ເກັບ​ຄ່າ​ໂຕະ​ລະ 20 ພັນ​ກີບ​ຕໍ່​ມື້​ຕໍ່​ໂຕະ ໃນ​ນີ້ ລວມ​ທັງ​ຄ່າ​ເກັບ​ມ້ຽນ​ຂີ້​ເຫຍື້ອ ຄ່າ​ໄຟ ແລະ ຄ່າ​ນ້ຳ ສ່ວນ​ແມ່​ຄ້າ​ທີ່​ມາ​ຈາກ​ຊົນ­ນະ­ບົດ​ເກັບ 10-15 ພັນ​ກີບ (ອີງ­ໃສ່​ຈຳ­ນວນ​ເຄື່ອງ​ທີ່​ນຳ​ມາ​ຂາຍ) ສ່ວນ​ຜູ້​ເຖົ້າ​ແມ່ນ​ໃຫ້​ເຂົ້າ​ມາ​ຂາຍ​ໂດຍ​ບໍ່​ເສຍ​ຄ່າ ນອກ​ນີ້ ໃນ​ໄລ­ຍະ​ມີ​ສະ­ພາບ​ການ​ແຜ່​ລະ­ບາດ​ຂອງ​ເຊື້ອ​ພະ­ຍາດ​ຈຸ​ລະ​ໂຣກ​ສາຍ​ພັນ​ໃໝ່ (COVID-19) ຊາວ​ຄ້າ­ຂາຍ​ຍັງ​ໃຫ້­ການ​ຮ່ວມ​ມື​ກັບ​ໜ່ວຍ​ງານ​ກ່ຽວ­ຂ້ອງ ເປັນ­ຕົ້ນ ການ​ຕິດ​ປ້າຍ​ລາ­ຄາ​ຊີ້ນ ໄຂ່​ໄກ່ ແລະ ພືດ​ຜັກ​ຕ່າງໆ​ຕາມ​ການ​ແຈ້ງ​ການ ຄຳ​ແນະ­ນຳ​ຂອງ​ພະ​ແນກ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ ນະ­ຄອນ­ຫຼວງ​ວຽງ​ຈັນ​ວາງ​ອອກ​ຢ່າງ​ເຂັ້ມ​ງວດ.

ທ່ານ ວຽງ​ຄຳ ລໍ​ວັນ​ໄຊ ຫົວ­ໜ້າ​ຈັດ​ສັນ​ຕະ­ຫຼາດ​ໂນນ​ຄໍ້ ໃຫ້​ສຳ­ພາດ​ວ່າ: ຕະ­ຫຼາດ​ໂນນ​ຄໍ້​ຂອງ​ພວກ​ເຮົາ​ໄດ້​ເອົາ­ໃຈ­ໃສ່​ສືບ­ຕໍ່​ຈັດ​ຕັ້ງ​ປະ­ຕິ­ບັດ​ຄຳ​ສັ່ງ​ເລກ​ທີ 06/ນຍ ວາງ​ອອກ​ຢ່າງ​ເຂັ້ມ​ງວດ​ໄປ​ຈົນ​ຮອດ​ວັນ​ທີ 3 ພຶດ­ສະ­ພາ 2020 ໃນ​ນີ້ ເຖິງ​ວ່າ​ຢູ່​ປະ­ເທດ​ເຮົາ​ບໍ່​ມີ​ຄົນ​ຕິດ­ເຊື້ອ​ພະ­ຍາດ​ໂຄ​ວິດ-19 ຫຼາຍ​ວັນ​ຕິດ­ຕໍ່​ກັນ​ແລ້ວ​ກໍ​ຕາມ ທາງ​ຕະ­ຫຼາດ​ຍັງ​ມີ​ມາດ​ຕະ­ການ​ເຝົ້າ​ລະ­ວັງ ແຕ່​ລະ​ມື້​ປະ­ຊາ­ຊົນ​ທີ່​ມາ​ໃຊ້​ຈ່າຍ​ຊື້​ເຄື່ອງ​ໃນ​ຕະ­ຫຼາດ ຕ້ອງ​ໄດ້​ວັດ­ແທກ​ອຸນ­ຫະ­ພູມ ຈາກ​ນັ້ນ​ໄດ້​ແນະ­ນຳ​ໃຫ້​ລ້າງ​ມື​ດ້ວຍ​ເຈວ​ລ້າງ​ມື ພິ­ເສດ​ໃນ​ຕອນ​ຄ່ຳ ທາງ​ຕະ­ຫຼາດ​ໄດ້​ທຳ​ການ​ສີດ​ຢາ​ຂ້າ​ເຊື້ອ​ໃນ​ທຸກໆ​ວັນ ນອກ​ນັ້ນ​ຍັງ​ໄດ້​ມີ​ການ​ໂຄ­ສະ­ນາ ແນະ­ນຳ​ບໍ່​ໃຫ້​ແມ່​ຄ້າ​ສວຍ­ໂອ­ກາດ​ຂຶ້ນ​ລາ­ຄາ​ສິນ­ຄ້າ ພ້ອມ​ທັງ​ຕິດ​ປ້າຍ​ລາ­ຄາ​ໃສ່​ສິນ­ຄ້າ​ຕາມ​ແຈ້ງ​ການ​ຂອງ​ພະ​ແນກ​ອຸດ​ສະ­ຫະ​ກຳ ແລະ ການ​ຄ້າ​ນະ­ຄອນ­ຫຼວງ​ວຽງ​ຈັນ ເປັນ­ຕົ້ນ​ແມ່ນ ຊີ້ນ​ໝູ ແລະ ຊີ້ນ​ງົວ ໄຂ່ ແລະ ພືດ​ຜັກ​ອື່ນໆ.

ເພື່ອ​ຮັບ­ປະ­ກັນ​ກັບ​ສິ່ງ​ທີ່​ກ່າວ​ມາ​ນັ້ນ ທາງ​ໜ່ວຍ​ງານ​ຈັດ​ສັນ​ຕະ­ຫຼາດ​ກໍ​ໄດ້​ສົມ­ທົບ​ກັບ​ພະ​ແນກ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ​ນະ­ຄອນ­ຫຼວງ​ວຽງ ກວດ­ກາ​ຕິດ­ຕາມ​ການ​ຄ້າ­ຂາຍ​ຂອງ​ຊາວ​ຄ້າ­ຂາຍ​ໃນ​ຕະ­ຫຼາດ​ເປັນ​ແຕ່​ລະ​ມື້​ຢ່າງ​ເປັນ​ປົກ­ກະ­ຕິ ເຊິ່ງ​ຜ່ານ​ການ​ຕິດ­ຕາມ​ກວດ­ກາ ເຫັນ​ວ່າ​ໄດ້​ຮັບ​ການ​ຮ່ວມ​ມື​ກັບ​ຊາວ​ຄ້າ­ຂາຍ​ເປັນ​ຢ່າງ​ດີ.

ແມ່​ຕຸ້ຍ ຊາ​ມຸນ­ຕີ ແມ່​ຄ້າ­ຂາຍ​ໝູ​ໃຫ້​ຮູ້​ວ່າ: ຕົນ​ໄດ້​ຈຳ­ໜ່າຍ​ຊີ້ນ​ໝູ ພີ​ຊີ ເຊິ່ງ​ກ່ອນ​ທີ່​ບໍ່​ທັນ​ມີ​ການ​ແຜ່​ລະ­ບາດ​ເຊື້ອ​ພະ­ຍາດ​ໂຄ​ວິດ-19 ຕົນ​ຂາຍ​ມື້​ລະ 15 ໂຕ ປັດ­ຈຸ­ບັນ​ແມ່ນ​ຂາຍ​ມື້​ລະ 10 ໂຕ ໃນ​ນີ້ ໄດ້​ຊື້​ຈາກ​ໜ້າ​ຂຽງ​ກິ​ໂລ 27.500 ກີບ ມາ​ຂາຍ​ຊີ້ນ​ໝູ​ປະ­ເພດ 1 ລາ­ຄາ 40.000 ກີບ​ຕໍ່​ກິ​ໂລ ປະ­ເພດ 2 ລາ­ຄາ 38.000 ກີບ​ຕໍ່​ກິ​ໂລ ເມື່ອ​ປຽບ­ທຽບ​ເມື່ອ​ກ່ອນ ເຫັນ​ວ່າ​ລູກ​ຄ້າ​ຫຼຸດ​ລົງ​ປະ­ມານ 60% ເນື່ອງ​ຈາ​ກວ່າ​ຂາ​ປະ­ຈຳ​ບໍ່​ໄດ້​ເປີດ​ຮ້ານ​ຂາຍ ເປັນ­ຕົ້ນ ຮ້ານ​ຂາຍ​ເຂົ້າ­ປຽກ ຮ້ານ​ປີ້ງ ຮ້ານ​ຊີ້ນ​ດາດ ແລະ ຮ້ານ​ອື່ນໆ.

ແມ່​ຄຳ​ສຸກ ລັດ­ຕະ­ນະ​ວົງ ໃຫ້​ຮູ້​ຕື່ມ​ອີ​ກວ່າ: ເພື່ອ​ເປັນ​ການ​ປະ­ກອບ­ສ່ວນ​ຊ່ວຍ­ເຫຼືອ​ເຊິ່ງ​ກັນ ແລະ ກັນ ທັງ​ເປັນ​ການ​ປະ­ກອບ­ສ່ວນ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຄຳ​ສັ່ງ ແຈ້ງ​ການ​ຕ່າງໆ​ຂອງ​ຂັ້ນ​ເທິງ ບໍ່​ເອົາ​ປຽບ​ຕໍ່​ລູກ​ຄ້າ ຕົນ​ໄດ້​ຂາຍ​ຊີ້ນ​ໝູ​ປະ­ເພດ 1 ລາ­ຄາ 40 ພັນ​ກີບ ຊີ້ນ​ໝູ ປະ­ເພດ 2 ຂາຍ​ກິ​ໂລ 35 ພັນ​ກີບ ພ້ອມ​ນັ້ນ​ກໍ​ໄດ້​ຮຽກ­ຮ້ອງ​ມາ​ຍັງ​ຊາວ​ຄ້າ­ຂາຍ​ໃຫ້​ພ້ອມ​ກັນ​ປະ­ຕິ­ບັດ​ຕາມ​ຄຳ​ສັ່ງ​ຂອງ​ຂັ້ນ​ເທິງ ບໍ່​ໃຫ້​ສວຍ­ໂອ­ກາດ​ຂຶ້ນ​ລາ­ຄາ​ສິນ­ຄ້າ​ໃນ​ຍາມ​ທີ່​ປະ­ເທດ​ຊາດ​ພົບ​ວິ​ກິດ.

error: Content is protected !!