ຄະນະຮັບຜິດຊອບຂັ້ນ ນວ ລົງກວດກາສະຖານທີ່ຮອງຮັບເອົາແຮງງານລາວທີ່ຈະກັບເຂົ້າມາປະເທດ​

    ອີງຕາມການລາຍງານຂອງ ປກສ ນວ ຊາບວ່າ: ໃນວັນທີ 26 ເມສາ 2020 ທ່ານ ບຸນທອງ ພົມມະຈັນ ຄະນະປະຈຳພັກ ຫົວໜ້າຄະນະຈັດຕັ້ງນະຄອນຫຼວງວຽງຈັນ ແລະ ຄະນະຮັບຜິດຊອບຊີ້ນໍາກວດກາຕ້ານ ສະກັດກັ້ນ ການແຜ່ລະບາດຂອງເຊື້ອພະຍາດອັກເສບປອດ Covid-19 ຂັ້ນນະຄອນຫຼວງວຽງຈັນ ໄດ້ລົງກວດກາສະຖານທີ່ຮອງຮັບແຮງງານລາວທີ່ຈະກັບເຂົ້າມາປະເທດ ຢູ່ສະໜາມຍິງປືນ ກອງທັບປະຊາຊົນລາວ (ຫຼັກ 27) ເພື່ອກຽມຄວາມພ້ອມ ເຊີ່ງສະຖານທີ່ດັ່ງກ່າວສາມາດຮອງຮັບຈຳນວນແຮງງານລາວທີ່ຈະເຂົ້າມາໄດ້ ເລີ່ມວັນທີ 27 ເມສາ 2020 ນີ້. 

    ພາຍຫຼັງແຮງງານລາວທີ່ກັບມາປະເທດແລ້ວ ໜ່ວຍງານສະເພາະກິດນະຄອນຫຼວງວຽງຈັນ ຈະໄດ້ນຳເຂົ້າມາສະຖານທີ່ແຫ່ງນີ້ທັນທີ ເພື່ອຄັດແຍກຫາຜູ້ຕິດເຊື້ອພະຍາດ ຖ້າພົບເຫັນມີຜູ້ຕິດເຊື້ອ ແມ່ນຈະມີການນຳສົ່ງເຂົ້າໂຮງໝໍເພື່ອຮັບການປິ່ນປົວ ໃນກໍລະນີທີ່ບໍ່ພົບເຊື້ອ ແມ່ນຈະໄດ້ທຳການກັກກັນໂຕໄວ້ພາຍໃນ ເພື່ອຕິດຕາມອາການໄລຍະເວລາ 14 ວັນ ສຳລັບຄົນຕ່າງແຂວງ ແມ່ນຈະຖືກນໍາສົ່ງໄປເຂົ້າສູນກັກກັນ ທີ່ບັນດາແຂວງທີ່ໄດ້ກຳນົດ.

error: Content is protected !!