ນະຄອນຫຼວງ ມີຄົນເຈັບພະຍາດໄຂ້ຍຸງເກືອບ 200 ກໍລະນີ

    ປັດ­ຈຸ­ບັນ ຫຼາຍ​ຄົນ​ກຳ­ລັງ​ມີ​ຄວາມ​ກັງ­ວົນ​ຕໍ່​ກັບ​ການ​ລະ­ບາດ​ຂອງ​ພະ­ຍາດ​ອັກ­ເສບ​ປອດ ຈາກ​ເຊື້ອ​ຈຸ​ລະ​ໂຣກ​ສາຍ​ພັນ​ໃໝ່ ຫຼື (COVID-19) ແຕ່​ຍັງ​ມີ​ອີກ​ພະ­ຍາດ​ໜຶ່ງ​ທີ່​ຈະ​ຕ້ອງ​ເຝົ້າ​ລະ­ວັງ ແລະ ປ້ອງ​ກັນ ໂດຍ​ສະ­ເພາະ​ໄລ­ຍະ​ລະ­ດູ­ຝົນ ນັ້ນ​ກໍ​ແມ່ນ​ພະ­ຍາດ​ໄຂ້­ຍຸງ​ລາຍ ທີ່​ປັດ­ຈຸ­ບັນ​ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ໄດ້​ມີ​ກໍ­ລະ­ນີ​ຄົນ​ເຈັບ​ຍ້ອນ​ພະ­ຍາດ​ດັ່ງ­ກ່າວ​ເພີ່ມ​ຂຶ້ນ.

    ອີງ​ຕາມ​ການ​ລາຍ​ງານ​ຂອງ​ພະ​ແນກ​ສາ­ທາ­ລະ­ນະ​ສຸກ ນວ ເມື່ອ​ວັນ​ທີ 10 ມີ­ນາ 2020 ໃຫ້​ຮູ້​ວ່າ: ນັບ​ແຕ່​ຕົ້ນ​ເດືອນ​ມັງ­ກອນ​ມາ​ຫາ​ວັນ​ທີ 6 ມີ­ນາ 2020 ນວ ມີ​ຄົນ​ເຈັບ​ໄຂ້­ຍຸງ​ລາຍ​ສະ​ສົມ​ທັງ​ໝົດ 194 ກໍ­ລະ­ນີ ແຕ່​ຍັງ​ບໍ່​ມີ​ກໍ­ລະ­ນີ​ເສຍ​ຊີ­ວິດ ໃນ​ນີ້​ເມືອງ​ໄຊ​ທາ­ນີ​ມີ 59 ກໍ­ລະ­ນີ ໄຊ​ເສດ​ຖາ 26 ກໍ­ລະ­ນີ ນາ​ຊາຍ​ທອງ 19 ກໍ­ລະ­ນີ ສີ​ໂຄດ​ຕະ­ບອງ 18 ກໍ­ລະ­ນີ ຫາດ​ຊາຍ​ຟອງ 17 ກໍ­ລະ­ນີ ສີ​ສັດ­ຕະ​ນາກ 16 ກໍ­ລະ­ນີ ສັງ​ທອງ 14 ກໍ­ລະ­ນີ ປາກ​ງື່ມ 13 ກໍ­ລະ­ນີ ຈັນ­ທະ​ບູ​ລີ 12 ກໍ­ລະ­ນີ ສະ­ເພາະ​ວັນ​ທີ 6 ມີ­ນາ ມີ​ກໍ­ລະ­ນີ​ຕິດ­ເຊື້ອ​ໄຂ້­ຍຸງ​ລາຍ​ເກີດ​ຂຶ້ນ​ໃໝ່ 12 ກໍ­ລະ­ນີ.

    ເພື່ອ​ປ້ອງ​ກັນ ແລະ ຕ້ານ​ກັບ​ພະ­ຍາດ​ໄຂ້­ຍຸງ​ລາຍ ພະ​ແນກ​ສາ­ທາ­ລະ­ນະ​ສຸກ ນວ ຈຶ່ງ​ໄດ້​ແນະ­ນຳ​ໃຫ້​ທຸກ​ຄົນ​ເອົາ­ໃຈ­ໃສ່​ປະ­ຕິ­ບັດ​ຕາມ​ຫຼັກ­ການ 5 ປ ເປັນ​ປະ­ຈຳ​ໃນ​ທຸກ​ອາ­ທິດ ໂດຍ​ສະ­ເພາະ​ເອົາ­ໃຈ­ໃສ່​ທຳ­ລາຍ​ແຫຼ່ງ​ເພາະ​ພັນ​ໜອນ​ນ້ຳ​ຍຸງ​ລາຍ​ເພື່ອ​ຕັດ​ວົງ​ຈອນ​ບໍ່​ໃຫ້​ມີ​ຍຸງ​ລາຍ ແລະ ປ້ອງ​ກັນ​ບໍ່​ໃຫ້​ຍຸງ​ລາຍ​ກັດ​ໂດຍ​ການ​ນອນ​ໃນ​ມຸ້ງ ໃສ່­ເຄື່ອງ​ຍາວ ທາ​ຢາ​ກັນ​ຍຸງ ແລະ ອື່ນໆ.

error: Content is protected !!