ມື້ນີ້ ພົບຜູ້ຕິດເຊື້ອໂຄວິດ-19 ໃນຊຸມຊົນ 15 ຄົນ ແລະ ເສຍຊີວິດໃໝ່ 2 ຄົນ

    ປັດຈຸບັນ ສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ປະເທດລາວ ຍັງມີທ່າອ່ຽງເພີ່ມຂຶ້ນເລື້ອຍໆ ເຊິ່ງຜູ້ຕິດເຊື້ອສ່ວນໃຫຍ່ແມ່ນພົບຈາກແຮງງານລາວທີ່ກັບມາແຕ່ປະເທດເພື່ອນບ້ານ ຕາມຈຸດຜ່ານແດນຕ່າງໆ ແລະ ພົບການຕິດເຊື້ອໃນຊຸມຊົນຢູ່ຫຼາຍເແຂວງ.

    ຕາມການລາຍງານຂອງທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໃນວັນທີ 30 ສິງຫາ 2021 ໃຫ້ຮູ້ວ່າ: ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ ມາຮອດວັນທີ 29 ສິງຫາ ໄດ້ກວດວິເຄາະທັງໝົດ 2.212 ຄົນ ກວດພົບຜູ້ຕິດເຊື້ອໃໝ່ 155 ຄົນ ໃນນັ້ນ ຕິດເຊື້ອໃນຊຸມຊົນ 15 ຄົນທີ່ເປັນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອຜ່ານມາ ຄື: ບໍ່ແກ້ວ 3 ຄົນ ຫຼວງນໍ້າທາ 1 ຄົນ ແຂວງວຽງຈັນ 1 ຄົນ ສາລະວັນ 1 ຄົນ ສະຫວັນນະເຂດ 9 ຄົນ ສ່ວນ 140 ຄົນ ແມ່ນພົບຈາກແຮງງານລາວທີ່ກັບມາແຕ່ປະເທດເພື່ອນບ້ານ ໃນນັ້ນ ນະຄອນຫຼວງວຽງຈັນ 5 ຄົນ ຫຼວງພະບາງ 1 ຄົນ ຄຳມ່ວນ 14 ຄົນ ສາລະວັນ 48 ຄົນ ສະຫວັນນະເຂດ 19 ຄົນ ແລະ ຈຳປາສັກ 53 ຄົນ.

    ປັດຈຸບັນ ທົ່ວປະເທດມີຜູ້ຕິດເຊື້ອສະສົມທັງໝົດ 14.816 ຄົນ ເສຍຊີວິດສະສົມ 14 ຄົນ ເສຍຊີວິດໃໝ່ 2 ຄົນຢູ່ແຂວງສະຫວັນນະເຂດ ແລະ ກໍາລັງປິ່ນປົວ 5.040 ຄົນ.

    ລາຍລະອຽດ ຜູ້ເສຍຊີວິດ 2 ຄົນ ຢູ່ແຂວງສະຫວັນນະເຂດ

ຜູ້ທີ 1 ເພດຊາຍ ອາຍຸ 33 ປີ ບ້ານ ຕາກແດດ ເມືອງ ໄຊພູທອງ ເປັນຜູ້ຖືກຂັງຢູ່ສະຖານຄຸມຂັງ ແຂວງສະຫວັນນະເຂດ ເລີ່ມມີອາການ 25 ສິງຫາ 2021 ແລະ ເສຍຊີວິດໃນວັນທີ 29 ສິງຫາ 2021 ຜູ້ທີ 2 ເພດຍິງ ອາຍຸ 74 ປີ ອາຊີບ ແມ່ເຮືອນ ບ້ານ ລັດຕະລັງສີໃຕ້ ນະຄອນໄກສອນ ຜູ້ກ່ຽວມີພະຍາດປະຈໍາຕົວຄວາມດັນເລືອດສູງ ເຂົ້າຮັບການປິ່ນປົວຢູ່ໂຮງໝໍວັນທີ 27 ສິງຫາ 2021 ແລະ ເສຍຊີວິດ ໃນວັນທີ 29 ສິງຫາ 2021.

# ຮູບ & ຂ່າວ: ອົ່ນ ໄຟສົມທອງ

error: Content is protected !!