ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຮັບອຸປະກອນການແພດປ້ອງກັນໂຄວິດ-19​

    ວັນທີ 27 ເມສາ 2020 ນີ້ ສະຫາຍ ຈ່ຽງ ຈ້າຍຕຸງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳ ສປປ ລາວ ໄດ້ຕາງໜ້າໃຫ້ແກ່ຄະນະພົວພັນຕ່າງປະເທດ ສູນກາງພັກກອມມູນິດຈີນ ໄດ້ນຳເອົາອຸປະກອນການແພດປ້ອງກັນເຊື້ອພະຍາດໂຄວິດ-19 ມາມອບໃຫ້ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ເຊິ່ງປະກອບມີ:ຜ້າອັດປາກ-ດັງ ຈຳນວນ 900.000 ອັນ ແລະ ຢາພື້ນເມືອງຈີນຈຳນວນ 860 ຊຸດ ລວມມູນຄ່າຫຼາຍກວ່າ 2 ລ້ານຢວນ ຫຼື ປະມານ 2 ຕື້ກວ່າກີບ ເຊິ່ງກ່າວຮັບໂດຍ ສະຫາຍນາງ ສູນທອນ ໄຊຍະຈັກ ກຳມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປະຊາຊົນປະຕິວັດລາວ ເຊິ່ງເຄື່ອງຊ່ວຍເຫຼືອດັ່ງກ່າວ ແມ່ນໄດ້ມາຈາກການປຸກລະດົມຈາກມູນນິທິຈີນເພື່ອສັນຕິພາບ ແລະ ການພັດທະນາ ໂດຍພາຍໃຕ້ການຊີ້ນຳຂອງຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ. 

ໃນໂອກາດນີ້ ສະຫາຍນາງ ສູນທອນ ໄຊຍະຈັກ ກໍໄດ້ຕາງໜ້າໃຫ້ພັກ-ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງຈິງໃຈໄປຍັງພັກ ລັດ ແລະ ປະຊາຊົນຈີນ ເວົ້າລວມ ເວົ້າສະເພາະ ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ທີ່ຍາມໃດກໍເປັນຫ່ວງເປັນໄຍ ແລະ ໃຫ້ການຊ່ວຍເຫຼືອຢ່າງທັນການແກ່ ສປປ ລາວ. ສະຫາຍຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຍັງສະແດງຄວາມເຊື່ອໝັ້ນວ່າ ບົນພື້ນຖານການເປັນຄູ່ຮ່ວມຊາຕາກໍາ ສອງປະເທດລາວ ແລະ ຈີນ ຈະພ້ອມກັນຮັບມື ແລະ ສາມາດເອົາຊະນະພະຍາດໂຄວິດ-19 ທີ່ກຳລັງແຜ່ລະບາດຢູ່ໃນປັດຈຸບັນນີ້ໃຫ້ມີຜົນສຳເລັດ ສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືໃນຂົງເຂດຕ່າງໆໃຫ້ນັບມື້ມີບາດກ້າວຂະຫຍາຍຕົວໃໝ່ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ. ພ້ອມນີ້ສະຫາຍຍັງຂອບໃຈ ແລະ ຮູ້ບຸບຄຸນຕໍ່ຄະນະພົວພັນຕ່າງປະເທດສູນກາງພັກກອມມູນນິດຈີນ ກໍຄືມູນນິທິຈີນ ເພື່ອສັນຕິພາບ ແລະ ການພັດທະນາ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ໃຫ້ຄໍາໝັ້ນໝາຍວ່າຈະນຳເອົາເຄື່ອງຊ່ວຍເຫຼືອດັ່ງກ່າວແຈກຢາຍໃຫ້ເປົ້າໝາຍທີ່ຈໍາເປັນໃຫ້ມີປະສິດທິຜົນສູງສຸດ. 

    ສະຫາຍ ຈຽງ ຈ້າຍຕຸງ ກໍໄດ້ເນັ້ນໜັກວ່າ ສປ ຈີນ ແລະ ສປປ ລາວ ເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ແລະ ເປັນບ້ານໃຫ້ເຮືອນຄຽງທີ່ດີ ເພື່ອນມິດທີ່ດີ ສະຫາຍທີ່ດີ ແລະ ຄູ່ຮ່ວມມືືທີ່ດີ ແລະ ຍັງເປັນຄູ່ຮ່ວມຊາຕາກຳລາວ-ຈີນ. ສປ ຈີນ ພ້ອມທີ່ຈະຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງໄວຣັດໂຄວິດ-19 ເພື່ອພ້ອມກັນຮັບມື ແລະ ສາມາດເອົາຊະນະພະຍາດໂຄວິດ-19 ທີ່ກຳລັງແຜ່ລະບາດຢູ່ໃນປັດຈຸບັນນີ້ໃຫ້ມີຜົນສໍາເລັດ ແລະ ສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືຈີນ-ລາວ ໃຫ້ນັບມື້ມີປະສິດທິຜົນ.  

# ຂ່າວ & ພາບ: ລັດເວລາ

error: Content is protected !!