ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈຳການຄະນະສະເພາະກິດ ຖະແຫຼງຂ່າວຕໍ່ສື່ມວນຊົນໃນວັນທີ 28 ເມສາ 2020 ທີ່ສູນປະຕິບັດຄະນະສະເພາະກິດ ຄວບຄຸມພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ວ່າ: ສະພາບການເຝົ້າລະວັງ COVID-19 ຢູ່ ສປປ ລາວ ຮອດ 17 ໂມງ ຂອງວັນທີ 27 ເມສາ 2020 ຈຳນວນຜູ້ເດີນທາງເຂົ້າມາ ສປປ ລາວ ມີທັງໝົດ 1.493 ຄົນ ໃນນັ້ນ ມີຈຸດຜ່ານດ່ານລາວ-ໄທ 838 ຄົນ (ມີແຮງງານກັບມາແຕ່ໄທ ຜ່ານດ່ານວັງເຕົ່າ ແຂວງຈຳປາສັກ 19 ຄົນ) ຈຸດຜ່ານດ່ານລາວ-ຈີນ 141 ຄົນ ແລະ ຈຸດຜ່ານດ່ານລາວ-ຫວຽດມີ 514 ຄົນ ເຊິ່ງທັງໝົດແມ່ນຜູ້ຂັບລົດຂົນສົ່ງສິນຄ້າ ເຊິ່ງໃນທຸກດ່ານແມ່ນໄດ້ມີການກວດວັດອຸນຫະພູມຮ່າງກາຍ ແລະ ບໍ່ພົບວ່າມີຄົນເປັນໄຂ້.

ສະເພາະແຮງງານລາວຈຳນວນ 19 ຄົນທີ່ເຂົ້າມາໃໝ່ ຜ່ານດ່ານຊ່ອງເມັກ ແຂວງຈຳປາສັກ ໃນນັ້ນມີຄົນສະຫວັນນະເຂດ 11 ຄົນ ແລະ ແຂວງຈຳປາສັກ 08 ຄົນ ເຊິ່ງປັດຈຸບັນໄດ້ນຳສົ່ງໄປຈຳກັດບໍລິເວນຢູ່ສູນຂອງແຂວງຕົນຈົນຄົບກຳນົດ 14 ວັນ.
ວຽກງານການເຝົ້າລະວັງ ແລະ ວິເຄາະໃນວັນທີ 27 ເມສາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 19 ຄົນ ໃນນັ້ນ ຜູ້ມີອາການສົງໄສມາກວດຢູ່ໂຮງໝໍ 15 ຄົນ 01 ຄົນແມ່ນຜູ້ຕິດເຊື້ອກໍລະນີທີ 6 ທີ່ເກັບຕົວຢ່າງມາກວດຄືນ ແລະ 03 ຄົນ ແມ່ນແຮງງານລາວທີ່ກັບມາຈາກປະເທດໄທ ໃນຈຳນວນຜູ້ມີອາການສົງໄສ 05 ຄົນ ທັງໝົດແມ່ນມາຈາກນະຄອນຫຼວງວຽງຈັນ ສຳລັບແຮງງານລາວຈຳນວນ 03 ຄົນ ທັງໝົດແມ່ນມາຈາກແຂວງຄຳມ່ວນ ເຊິ່ງຜົນກວດທັງໝົດ 19 ຄົນ ແມ່ນບໍ່ພົບເຊື້ອ ໝາຍຄວາມວ່າໃນວັນທີ 27 ເມສາ 2020 ບໍ່ມີກໍລະນີໃໝ່ເພີ່ມຂຶ້ນ.

ສຳລັບການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ ປັດຈຸບັນມີຜູ້ຕິດເຊື້ອນອນຕິດຕາມປິ່ນປົວຢູ່ໂຮງໝໍພຽງແຕ່ 12 ຄົນ ໃນນັ້ນຢູ່ໂຮງໝໍແຂວງຫຼວງພະບາງມີ 01 ຄົນ ເປັນເພດຊາຍ ເຫັນວ່າມີອາການຄົງຕົວ ຂັ້ນເບົາບາງ ແລະ ຍັງຕິດຕາມປິ່ນປົວຕາມອາການ ແລະ ຢູ່ໂຮງໝໍມິດຕະພາບ ມີ 11 ຄົນ ທັງໝົດເຫັນວ່າມີອາການເບົາບາງ ແລະ ຍັງຕິດຕາມປິ່ນປົວຕາມອາການ.

ເມື່ອພວກເຮົາໄດ້ສຶກສາສະພາບການລະບາດຂອງປະເທດໃກ້ຄຽງ ແລະ ສະພາບການລະບາດຢູ່ໃນທົ່ວໂລກ ເຫັນວ່າ: ມາຮອດເວລາ 6:00 ໂມງເຊົ້າຂອງວັນທີ 28 ເມສາ 2020 ທົ່ວໂລກມີການລາຍງານການລະບາດທັງໝົດ 210 (ປະເທດ/ເຂດ) ມີການຢັ້ງຢືນຜູ້ຕິດເຊື້ອພະຍາດ COVID-19 ຈຳນວນ 3.058.552 ຄົນ (65.290 ໃໝ່) ເສຍຊິວິດ 211.177 ຄົນ (4.262 ໃໝ່) ປີ່ນປົວຫາຍດີ 919.727 ຄົນ (42.591 ໃໝ່) ຜູ້ປິ່ນປົວຫາຍດີປະຈຳວັນກວມເອົາ 65,2 % ຂອງຈຳນວນຜູ້ຕິດເຊື້ອໃໝ່ປະຈຳວັນ ແລະ ມີບາງປະເທດ ຈຳນວນຜູ້ຕິດເຊື້ອມື້ດຽວມີເຖິງ 20.354 ຄົນ ແລະ ເສຍຊີວິດ 1.211 ຄົນ ຕໍ່ວັນ ອັດຕາຄວາມຮ້າຍແຮງຂອງມື້ນີ້ແມ່ນຫຼຸດລົງ 6,90 % (ມື້ວານນີ້ 6,91 %) ສະເພາະກຸ່ມປະເທດອາຊຽນ ຍັງມີບາງປະເທດທີ່ມີອັດຕາການຕິດເຊື້ອ ແລະ ເສຍຊີວິດສູງຢູ່ ມີບາງປະເທດຕິດເຊື້ອໃໝ່ໃນວັນທີ 28 ເມສາ 2020 ນີ້ ເຖິງ 799 ຄົນ ແລະ ເສຍຊີວິດໃນມື້ດຽວຢູ່ກຸ່ມປະເທດອາຊຽນເຖິງ 34 ຄົນ.
ສະນັ້ນ ຢ່າງໃດກໍຕາມ ຈຶ່ງຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າ ອົງການຈັດຕັ້ງທຸກພາກສ່ວນ ຈົ່ງສືບຕໍ່ຮ່ວມມືເປັນເຈົ້າການຈັດຕັ້ງປະຕິບັດຄຳສັ່ງເລກທີ 06/ນຍ ແລະ ບັນດາຂໍ້ແນະນຳຕ່າງໆຢ່າງຖືກຕ້ອງ ແລະ ເຂັ້ມງວດ ຈົນຮອດວັນທີ 3 ພຶດສະພາ 2020.