ກຽມພັດທະນາລະບົບເຕັກໂນໂລຊີ ຮອງຮັບເສດຖະກິດດີຈີຕອນ

    ເພື່ອສຶກສາຄວາມເປັນໄປໄດ້ໃນການພັດທະນາລະບົບເຕັກໂນໂລຊີ ເພື່ອຮອງຮັບການພັດທະນາເສດຖະກິດດີຈີຕອນ ເປັນຕົ້ນ ການຮ່ວມມືສຶກສາຕໍ່ຍອດ ລະບົບ LaoKYC ເພື່ອໃຫ້ບໍລິການຂໍ້ມູນສຸຂະພາບ ຕ້ານພະຍາດລະບາດ ຫຼື Primary Health Assessment Network (PHAN); ການພັດທະນາລະບົບເຊື່ອມຕໍ່ເຄືອຂ່າຍອິນເຕີເນັດລະຫວ່າງຊາຍແດນ ຫຼື Cross Boarder Interface (CBI) ເພື່ອສ້າງລາຍຮັບໃໝ່ໃຫ້ລັດຖະບານ ລະບົບບັນຊີສາທາລະນະ ຫຼື Cloud Accounting System ເພື່ອໃຫ້ຫົວໜ່ວຍຈຸນລະວິສາຫະກິດຫັນມາຖືບັນຊີຖືກຕ້ອງ ແລະ ສ້າງລາຍຮັບໃຫ້ແກ່ລັດຖະບານ ແລະ ລະບົບຮັກສາຄວາມປອດໄພຂອງເຄືອຂ່າຍຄອມພິວເຕີ ຫຼື Cyber Security ເພື່ອຮັບປະກັນລະບົບຄວາມປອດໄພຂອງເຄືອຂ່າຍຄອມພິວເຕີ ແນໃສ່ການຜັນຂະຫຍາຍຍຸດທະສາດເສດຖະກິດດີຈີຕອນຂອງລັດຖະບານ.

    ກະຊວງເຕັກໂນໂລຊີ ແລະ ການສື່ສານ ຈະຮ່ວມມືກັບບໍລິສັດ ລາວເກດເວ ຈຳກັດ ເພື່ອສຶກສາຄວາມເປັນໄປໄດ້ໃນການພັດທະນາລະບົບເຕັກໂນໂລຊີ ເພື່ອຮອງຮັບການພັດທະນາເສດຖະກິດດີຈີຕອນ.

    ພິທີເຊັນບົດບັນທຶກຄວາມເຂົ້າໃຈການຮ່ວມມືດັ່ງກ່າວ ມີຂຶ້ນໃນວັນທີ 9 ກັນຍາຜ່ານມາ ທີ່ກະຊວງເຕັກໂນໂລຊີ ແລະ ການສື່ສານ ລະຫວ່າງທ່ານ ພູຂົງ ຈິດຮູບໂລກ ຫົວໜ້າກົມແຜນການ ແລະ ການຮ່ວມມື ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ກຸມພາໄຊ ສີລິວົງ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວເກດເວ ຈຳກັດ ໂດຍມີທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ທ່ານ ສູນທອນ ພົມມະຈັກ ປະທານສະພາບໍລິຫານ ບໍລິສັດ ລາວເກດເວ ຈຳກັດ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

# ຂ່າວ & ພາບ :  ໄຊບັນດິດ

error: Content is protected !!