ຮ້ານຕົ້ນມອນ ຂະຫຍາຍສາຂາ 2 ຕະຫຼາດເຊົ້າຊອບປິ້ງມໍ

    ຍ້ອນການລະບາດຂອງພະຍາດໂຄວິດ-19 ນັບແຕ່ຕົ້ນປີ 2020 ເປັນຕົ້ນມາ ເຊິ່ງໄດ້ເຮັດໃຫ້ມີຜົນກະທົບຕໍ່ທຸກຂະແໜງການທັງພາກລັດ ແລະ ເອກະຊົນ ລວມທັງບັນດາຫົວໜ່ວຍທຸລະກິດຕ່າງໆ ໃນນັ້ນ ກໍມີທຸລະກິດເຄື່ອງນຸ່ງຫົ່ມທີ່ຜູ້ປະກອບການກຳລັງປະເຊີນໜ້າ ໂດຍສະເພາະປັດຈຸບັນ ການຄ້າຂາຍເສື້ອຜ້າປະເພດໄໝມ້ອນທີ່ມີຫຼາຍຮ້ານບໍ່ໄດ້ຂາຍດີຄືກັບເມື່ອກ່ອນ ແຕ່ເຖິງຢ່າງໃດກໍຕາມເຈົ້າຂອງທຸລະກິດຮ້ານຜ້າໄໝບາງຄົນ ກໍໄດ້ປັບປ່ຽນໄປຕາມສະພາບໃນປັດຈຸບັນ ເພື່ອເຮັດໃຫ້ທຸລະກິດຢູ່ລອດ ໃນນັ້ນ ກໍມີເຈົ້າຂອງທຸລະກິດຮ້ານຕົ້ນມອນ ຈາກເມື່ອກ່ອນມີຮ້ານຂາຍຢູ່ເຮືອນ ເມື່ອພົບບັນຫາດ້ານເສດຖະກິດທີ່ຂາຍບໍ່ໄດ້ດີຄືເມື່ອກ່ອນ ກໍໄດ້ມີການວາງແຜນທຸລະກິດຕົນເອງ ຂະຫຍາຍສາຂາ 2 ເພື່ອສ້າງຄວາມສະດວກໃຫ້ແກ່ລູກຄ້າໃກ້ບ່ອນໃດບໍລິການບ່ອນນັ້ນ.

     ທ່ານ ນາງ ວັນຄໍາ ເຈົ້າຂອງຮ້ານຕົ້ນມອນ ໃຫ້ສໍາພາດວັນທີ 14 ກັນຍາ 2021 ວ່າ: ເລີ່ມເຮັດທຸລະກິດດັ່ງກ່າວມາແຕ່ປີ 2009 ໃນຜ່ານມາແມ່ນຜະລິດ ແລະ ມີຮ້ານຈຳໜ່າຍຂາຍຢູ່ເຮືອນຕົນເອງ ບ້ານໜອງທາໃຕ້ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ປະເພດສິນຄ້າແມ່ນຈະມີສິ້ນໄໝ ຜ້າຕົບແຕ່ງເຮືອນ ຜ້າຄຸມໄຫຼ່  ແລະ ຖົງຝ້າຍທີ່ຍ້ອມດ້ວຍສີທຳມະຊາດເກືອບ 100% ສິນຄ້າໄດ້ສົ່ງເສີມຊາວຫັດຖະກຳຕໍ່າຫູກທີ່ມີສີມືອັນປານີດແຂວງຫົວພັນ ເປັນຜູ້ຜະລິດໃຫ້ຮ້ານ ເຮັດຕາມການອອກແບບຂອງຕົນເອງ ທີ່ບໍ່ມີຂອງຄົນອື່ນຄື ປັດຈຸບັນມີເກືອບ 60 ກີ່ ໃນນັ້ນ ຜະລິດຢູ່ເຮືອນຕົນເອງ 7 ກີ່ ບ້ານຂຸດສາມບາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ 12 ກີ່ ແລະ ຢູ່ເມືອງຊຳເໜືອ ແຂວງຫົວພັນ 40 ກີ່ ໃນຜ່ານມາ ສິນຄ້າທີ່ຜະລິດຈະເນັ້ນສົ່ງອອກຕ່າງປະເທດ ແຕ່ຕົກມາໄລຍະມີການລະບາດຂອງພະຍາດໂຄວິດ ເຮັດໃຫ້ການສົ່ງອອກສິນຄ້າໄປຕ່າງປະເທດບໍ່ໄດ້ດີຄືເມື່ອກ່ອນ ເພື່ອສ້າງຄວາມຍືນຍົງໃຫ້ແກ່ທຸລະກິດທີ່ເຮັດມາຫຼາຍປີ ໃຫ້ຄົງຢູ່ຕະຫຼອດໄປ ຈຶ່ງໄດ້ຕັດສິນໃຈຂະຫຍາຍສາຂາ 2 ຢູ່ຊັ້ນ 3 ຕະຫຼາດເຊົ້າຊອບປິ້ງມໍ 2 ເພື່ອສ້າງເງື່ອນໃຫ້ລູກຄ້າພາຍໃນໄດ້ເຂົ້າເຖິງຮ້ານງ່າຍຂຶ້ນ ເພາະຫຼາຍຄົນຈະຮູ້ດີ ຕະຫຼາດເຊົ້າຊອບປິ້ງມໍ 2 ກວ່າຮ້ານທີ່ຕັ້ງຢູ່ເຮືອນ.

    ທ່ານນາງ ວັນຄໍາ ຍັງກ່າວຕື່ມວ່າ: ສິນຄ້າຂອງຮ້ານຕົ້ນມອນ ທີ່ນໍາມາວາງຈໍາໜ່າຍຂາຍຢູ່ຕະຫຼາດເຊົ້າຊອບປິ້ງມໍ 2 ທຸກລາຍການແມ່ນມີຄຸນນະພາບ ເນື່ອງຈາກໄດ້ເນັ້ນດ້ານວັດຖຸທີ່ເປັນໄໝມ້ອນແທ້ ຍ້ອມສີທຳມະຊາດ ເປັນຕົ້ນ ເປືອກໄມ້ ຕົ້ນຄາມ ແລະ ອື່ນໆທີ່ເປັນເອກະລັກສະເພາະຂອງຮ້ານ ສິນຄ້າມີຫຼາຍສີ ຫຼາຍລາຄາໃຫ້ເລືອກ ອັນທີ່ສຳຄັນ ແມ່ນລາຍສິ້ນ ແລະ ລາຍຜ້າຄຸມໄຫຼ່ສວຍງາມ ເບິ່ງແລ້ວບໍ່ເບື່ອ ເໝາະແກ່ການນຸ່ງໄປງານຕ່າງໆ ດັ່ງນັ້ນ ຜູ້ທີ່ສົນໃຈ ຕ້ອງການສິນຄ້າດັ່ງກ່າວ ສາມາດມາຢ້ຽມຊົມ ແລະ ຊື້ໄດ້ຢູ່ຮ້ານຕົ້ນມອນທັງສອງສາຂາ ສ່ວນລາຄາສິນຄ້າທຸກລາຍການແມ່ນເປັນກັນເອງທີ່ສົມເຫດສົມຜົນ ພວກເຮົາຈົ່ງຕ້ອງພ້ອມກັນສົ່ງເສີມສິນຄ້າພາຍໃນ ໃນໄລຍະວິກິດຍ້ອນພະຍາດໂຄວິດ ເພື່ອພ້ອມກັນຢູ່ລອດ.   

# ຂ່າວ & ພາບ : ສົມສະຫວັນ

error: Content is protected !!